ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພັກສັນນິບາດແຫ່ງ​ຊາດ​ ເພື່ອປະຊາທິປະໄຕ ໄດ້ຮັບ ໄຊຊະນະ ໃນການ ເລືອກຕັ້ງ​ສະພາ ຂອງ ມຽນມາ


ສະມາຊິກຂອງພັກຝ່າຍຄ້ານ ສັນນິບາດຊາດປະຊາທິປະໄຕ ມຽນມາ ຢືນຖ່າຍຮູບ ຢູ່ຕໍ່ໜ້າສິລະປະແຕ້ມໃສ່ຝາ ພັນລະນາເຖິງຜູ້ນຳຂອງພັກ ທ່ານນາງ ອອງ ຊານ ຊູ ຈີ ແຕ້ມໂດຍນັກສິລິປະ Arker Kyaw ຢູ່ນອກນຳນັກງານໃຫຍ່ຂອງພັກໃນນະຄອນ ຢາງກຸ້ງ.13 ພະຈິກ, 2015.
ສະມາຊິກຂອງພັກຝ່າຍຄ້ານ ສັນນິບາດຊາດປະຊາທິປະໄຕ ມຽນມາ ຢືນຖ່າຍຮູບ ຢູ່ຕໍ່ໜ້າສິລະປະແຕ້ມໃສ່ຝາ ພັນລະນາເຖິງຜູ້ນຳຂອງພັກ ທ່ານນາງ ອອງ ຊານ ຊູ ຈີ ແຕ້ມໂດຍນັກສິລິປະ Arker Kyaw ຢູ່ນອກນຳນັກງານໃຫຍ່ຂອງພັກໃນນະຄອນ ຢາງກຸ້ງ.13 ພະຈິກ, 2015.

ພັກຝ່າຍຄ້ານ ສັນນິບາດຊາດເພື່ອປະຊາທິປະໄຕ ຫຼື NLD ໄດ້ຮັບ ຄະແນນສຽງສ່ວນໃຫຍ່ ໃນບ່ອນນັ່ງສະພາແຫ່ງຊາດເຮັດໃຫ້ພວກ ເຂົາ ເຈົ້າໄດ້ຮັບໄຊຊະນະຢ່າງຖະລົ່ມຖະລາຍ ກາຍລັດຖະບານ ແລະ ທະຫານ ທີ່ໜູນຫຼັງໂດຍພັກ ສະຫະພາບສາມັກຄີ ແລະ ການ ພັດທະນາ ຫຼື USDP, ຜົນຂອງການເລືອກຕັ້ງແມ່ນໄດ້ຖືກເປີດ ເຜີຍໃນວັນສຸກມື້ນີ້ໂດຍ ຄະນະກຳມະທິການສະຫະພາບການ ເລືອກຕັ້ງ. ນັ້ນຈະເຮັດໃຫ້ພັກ NLD ສາເອົາຊະນະອຳນາດການ ຍັບຢັ້ງຂອງທະຫານໃນສະພານິຕິບັນຍັນ 664 ບ່ອນນັ່ງ.

ທະຫານຂອງ ມຽນມາ ແລະ ບັນດາພັກທີ່ໃຫຍ່ທີ່ສຸດ ໃນສະພາຈະ ສະເໜີຊື່ສຳລັບຕຳແໜ່ງປະທານາທິບໍດີໃນ ເດືອນກຸມພາປີໜ້າ. ຜູ້ທີ່ໄດ້ຮັບຄະ ແນນສຽງຫຼາຍທີ່ສຸດຈະໄດ້ເປັນປະທານາທິບໍດີ, ໃນຂະນະທີ່ຜູ້ທີ່ໄດ້ຄະແນນ ຕາມຫຼັງ 2 ຄົນຈະໄດ້ເປັນຮອງປະທານາທິບໍດີ.

ທ່ານນາງ ອອງ ຊານ ຊູ ຈີ ພາຍໃຕ້ມາດຕາທີ່ໄດ້ຖືກປະຕິບັດໃນລັດຖະທຳມະນູນໂດຍລັດ ຖະບານທະຫານທີ່ປົກຄອງປະເທດໃນເວລານັ້ນ, ໄດ້ຫ້າມໃຫ້ທ່ານນາງເປັນປະທານາທິບໍດີ ຍ້ອນວ່າລູກຊາຍຂອງທ່ານນາງມີສັນຊາດຕ່າງປະເທດ ເຊິ່ງທັງສອງຄົນເປັນຄົນ ອັງກິດ ດັ່ງ ກັບສາມີຂອງທ່ານນາງທີ່ໄດ້ເສຍຊີວິດໄປແລ້ວ.

ຜູ້ນຳພັກ NLD ກ່ອນໜ້ານີ້ໄດ້ກ່າວວ່າຖ້າພັກຂອງທ່ານນາງໄດ້ຮັບໄຊຊະນະ ທ່ານຈະເປັນຄົນ ທີ່ຊີ້ນຳວຽກງານໃຫ້ປະທານາທິບໍດີທີ່ໄດ້ຖືກເລືອກຂຶ້ນໃໝ່ນັ້ນ.

ຜູ້ນຳພັກຝ່າຍຄ້ານ ມຽນມາ ແລະ ຫົວໜ້າພັກສັນນິບາດຊາດ ເພື່ອປະຊາທິປະໄຕ (NLD) ທ່ານນາງ ອອງ ຊານ ຊູ ຈີ ຢ້ຽມຢາມສູນປ່ອນບັດເລືອກຕັ້ງ ໃນເມືອງ Kawhmu, ນະຄອນ ຢາງກູ້ງ.​ 8 ພະຈິກ, 2015
ຜູ້ນຳພັກຝ່າຍຄ້ານ ມຽນມາ ແລະ ຫົວໜ້າພັກສັນນິບາດຊາດ ເພື່ອປະຊາທິປະໄຕ (NLD) ທ່ານນາງ ອອງ ຊານ ຊູ ຈີ ຢ້ຽມຢາມສູນປ່ອນບັດເລືອກຕັ້ງ ໃນເມືອງ Kawhmu, ນະຄອນ ຢາງກູ້ງ.​ 8 ພະຈິກ, 2015

ທຳນຽບຂາວໃນວັນພະຫັດວານນີ້, ໃນຂະນະທີ່ສະແດງຄວາມຍິນດີຕໍ່ ປະທານາ ທິບໍດີ Thein Sen ແລະ ຜູ້ນຳພັກ NLD ຂອງ ມຽນມາ ກ່ຽວກັບ “ການເລືອກຕັ້ງ ທີ່ເປັນປະ
ຫວັດສານີ້”
ກ່າວວ່າ ປະເທດຕ້ອງການຫຼາຍບາດກ້າວແຫ່ງ ປະຊາທິ ປະໄຕຫຼາຍຕື່ມອີກ, ລວມທັງການ ປ່ຽນແປງລັດຖະທຳມະນູນ ດັ່ງນັ້ນທ່ານ ອອງ ຊານ ຊູ ຈີ ຈຶ່ງສາມາດ
ເປັນປະເທດປະທານາທິ ບໍດີໄດ້.

ທ່ານ Ben Rhodes ຜູ້ຊີ້ນຳນະໂຍບາຍການຕ່າງປະເທດຂອງ ທຳນຽບຂາວ ໄດ້ກ່າວໃນວັນ ພະຫັດວານນີ້ວ່າ “ເຖິງແມ່ນວ່າດ້ວຍການເລືອກຕັ້ງໃນຄັ້ງນີ້, ບ່ອນນັ່ງໃນສະພາແຫ່ງຊາດ 25 ເປີເຊັນແມ່ນສຳຮອງໄວ້ໃຫ້ກັບທະຫານ,” “ພວກເຮົາໄດ້ກ່າວຕະຫຼອດໃນຫຼາຍປີທີ່ຜ່ານ ມາວ່າ ການປ່ຽນແປງເປັນ ການປົກຄອງພົນລະເຮືອນພາຍໃນປະເທດຢ່າງສົມບູນອາດ ຮຽກຮ້ອງໃຫ້ມີການດຳເນີນປະຕິຮູບລັດຖະທຳມະນູນ.”

ທ່ານນາງ ອອງ ຊານ ຊູ ຈີ ໃນວັນພະຫັດວານນີ້ໄດ້ໃຫ້ສຳພາດກັບວິທະຍຸເອເຊຍ ເສລີ ພາສາ ມຽນມາ ແນະນຳວ່າ ຂະບວນການເລືອກຕັ້ງແມ່ນ “ຍັງບໍ່ທັນຈົບ ເທື່ອ” ແລະ ແນະນຳໃຫ້ຜູ້ ສະໜັບສະໜູນຂອງທ່ານນາງໃຫ້ “ຄວບຄຸມຕົນເອງ” ແລະ ຢຸດຢັ້ງ​ຈາກການໂຕ້ຕອບຕໍ່ການ ຍຸແຍ່ໃດທີ່ຈະເກີດຂຶ້ນໃນສັບປະດາ ແລະ ເດືອນທີ່ໃກ້ຈະມາ
ເຖິງນີ້.

Myanmar NLD Victory
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG