ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນິດຕະຍາ ປານມາໄລທອງ ກໍາລັງເຂົ້າປະກວດ Miss USA 2012 (ວີີດີໂອ)


ນິດຕະຍາ ປານມາໄລທອງ ກັບເຈົ້າໜ້າທີ່ສະຖານທູດລາວ ແລະແຂກ ໃນງານສະຫລອງປີໃໝ່ລາວ ຢູ່ສະຖານທູດ ທີ່ວໍຊິງຕັນດີຊີ, ວັນທີ 28 ເມສາ 2012.
ນິດຕະຍາ ປານມາໄລທອງ ກັບເຈົ້າໜ້າທີ່ສະຖານທູດລາວ ແລະແຂກ ໃນງານສະຫລອງປີໃໝ່ລາວ ຢູ່ສະຖານທູດ ທີ່ວໍຊິງຕັນດີຊີ, ວັນທີ 28 ເມສາ 2012.

ເມື່ອທ້າຍເດືອນແລ້ວນີ້ ນາງງາມລັດ Minnesota USA 2012 ນິດຕະຍາ ປານມາໄລທອງ ໄດ້ແວ່ມາຢ້ຽມຢາມ ວີໂອເອ ຊຶ່ງໃນໂອກາດນີ້ ດາຣາໄດ້ສໍາພາດຜູ້ກ່ຽວ ຊຶ່ງເປັນນາງງາມລັດ ເຊື້ອສາຍລາວ ຄົນທໍາອິດຂອງສະຫະລັດ ກ່ຽວກັບຫລາຍເລື້ອງດ້ວຍກັນ ແລະມີລາຍລະ ອຽດມາສະເໜີທ່ານ ດັ່ງຕໍ່ໄປນີ້:

ເບິ່ງວີດີໂອພາສາລາວຂອງວີໂອເອ ກ່ຽວກັບນາງງາມລັດມິນນີໂຊຕາ ຕອນທີ 1:

ຟັງບົດສໍາພາດໂດຍເຕັມ:

ສະບາຍດີທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ເມື່ອ​ວັນທີ 29 ​ເມສາ​ຜ່ານ​ມານ​ນີ້ ວີ​ໂອ​ເອພະ​ແນ​ກພາສາ​ລາວ
ຂອງ​ເຮົາ ​ໄດ້​ມີ​ໂອກາດ​ຮັບ​ຕ້ອນ ນິດຕະຍາ ປານ​ມາ​ໄລ​ທອງ ນາງ​ງາມ​ລັດ​ເຊື້ອສາຍ​ລາວ​ຄົນ​ທໍາ
​ອິດ​ຂອງ ອາ​ເມຣິກາ ​ແລະ​ກໍ​ເປັນ​ນາງ​ງາມ​ເຊື້ອສາຍ​ເອ​ເຊຍ​ຄົນ​ທໍາ​ອິດ​ຂອງ​ລັດ ມິ​ນນິ​ໂຊ​ຕາ
ຫລື Miss Minnesota USA 2012 ທີ່​ຈະ​ເຂົ້າ​ປະ​ກວດ​ຍາດ​ເອົາ​ມົງກຸດ Miss USA ຫລື
ນາງ​ງ​າມ ສະຫະລັດອາ​ເ​ມຣິກາ ປີ 2012 ​ໃນ​ວັນ​ທີ່ 3 ​ເດືອນມິ​ທຸ​ນາ ຄື​ເດືອນ​ໜ້າ​ນີ້.

ນິດຕະຍາ ຢ້ຽມຢາມ ວີໂອເອ ແລະໃຫ້ສໍາພາດ, ວັນທີ 29 ເມສາ 2012
ນິດຕະຍາ ຢ້ຽມຢາມ ວີໂອເອ ແລະໃຫ້ສໍາພາດ, ວັນທີ 29 ເມສາ 2012

ນິດຕະຍາ ​ເດີນທາງ​ມາ ວໍ​ຊິງ​ຕັນ ດີ​.ຊີ ​ເພື່ອ​ຮ່ວມ​ສະຫລອງ​ບຸນປີ​ໃໜ່ລາວ ຢູ່​ສະຖານທູດ​ລາວ ປະ​ຈໍາ​ສະຫະລັດ ກາ​ນາ​ດາ ​ແລະ​ແມ​ກຊິ​ໂກ ຕາມ​ຄໍາ​ເຊື້ອ​ເຊີນ​ຂອງ​ສະຖານທູດ​ລາວ ຊຶ່ງ​ນິດຕະຍາ​ກ່າວ​ວ່າ ນາງ​ຮູ້​ສຶກ​ເປັນ​ກຽດ​ທີ່​ສຸດ ທີ່​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ມາ​ຮ່​ວມງານ​ໃນ​ປີ​ນີ້:

“ມັນ​ເປັນ​ປະສົບ​ປະການ​ທີ່​ຍິ່ງ​ໃຫຍ່​ຫລາຍ​ແທ້ໆ. ຂະ​ນ້ອຍ​ບໍ່​ເຄີຍ​ໄດ້​ໄປ​ຮ່ວມ​ງານໃດ​ທີ່
​ໃຫຍ່​ແບບ​ນີ້​ມາ​ກ່ອນ ຄື​ໄດ້​ມາ​ພົບ​ພໍ້​ກັບ​ນັກ​ການ​ເມືອງ​ ມາ​ກໜ້າ​ຫລາຍ​ຕາ. ​ໃນ​ເບື້ອງ​ຕົ້ນ
ຂະ​ນ້ອຍ​ຮູ້ສຶກ​ຕື່ນ​ເຕ້ນ​ແລະ​ຢ້ານ ​ແຕ່​ໃນ​ທີ່​ສຸດ​ແລ້ວ ທຸກໆ​ຄົນ​ກໍ​ແມ່ນ​ດີ​ຫລາຍ ​ໃຫ້ການ
​ຕ້ອນຮັບ​ຂະ​ນ້ອຍເປັນ​ຢ່າງ​ດີ ມາ​ຫຸ້ມ​ສະ​ແດງ​ຄວາມ​ດີ​ໃຈ​ນໍາ​ແລະ​ຂໍ​ຖ່າຍຮູບ​ນໍາ. ​ຂະ​ນ້ອຍ​
ຮູ້ສຶກ​ດີ​ໃຈ​ທີ່​ສຸດ​ແລະຮູ້ສຶກ​ມີ​ບຸນ​ຫລາຍ ທີ່​ມີ​ໂອກາດ​ໄດ້​ເປັນ​ໂຕ​ແທນ​ປະຊາ​ຄົມ​ລາວ​ທັງ​ໝົດ.”

​ໃນ​ຖານະ​ທີ່​ເປັນ​ນາງ​ງາມລັດມີນ​ນິ​ໂຊ​ຕານັ້ນ ​ນິດຕະຍາກໍ​ໄດ້​ເດີນທາງໄປ​ໂຊ​ໂຕ​ຢູ່​ໃນ​ລັດອຶ່ນໆ
​ມາ​ກ່ອນ​ແລ້ວເປັນ​ຕົ້ນ ລັດ Illinois ທີ່​ນະ​ຄອນ Chicago ​ແລະ​ລັດ Iowa ທີ່​ນະຄອນ
Des Moines ຊຶ່ງໃນແຕ່​ລະ​ບ່ອນ​ທີ່​ນາງ​ໄປ​ນັ້ນ ກໍ​ມີ​ສະມາຊິກປະຊາ​ຄົມ​ລາວຈໍານວນ​ຫລວງ
ຫລາຍ​ໃຫ້ການ​ຕ້ອນຮັບນາງຢ່າງອົບອຸ່ນ. ສ່ວນ​ຢູ່​ໃນ​ລັດ ມີນນິ​ໂຊ​ຕາເອງ​ນັ້ນ ນິດຕະຍາ​ກໍ​ໄດ້
​ປະຕິບັດ​ໜ້າ​ທີ່ນາງ​ງາມ​ປະ​ຈໍາ​ລັດ ຢ່າງ​ບໍ່​ອິດ​ເໝື່ອຍ​ເກືອບ​ວ່າ​ໃນທຸກໆ​ທ້າຍ​ສັບປະດາ ​ຊຶ່ງ​ເຮັດ
​ໃຫ້​ນາງເກືອ​ບວ່າບໍ່​ມີ​ເວລາ​ພັກ​ຜ່ອນ​ເລີຍ ​ເພາະ​ໃນ​ມື້​ທໍາ​ມະ​ດາ​ນັ້ນ ນິດຕະຍາຕ້ອງ​ເຮັດ​ວຽກ
​ເຕັມ​ເວລາ​ຢູ່​ແລ້ວ. ນິດຕະຍາກ່າວ​ກ່ຽວ​ກັບ​ຊີວິດ​ຂອງ​ນາງໃນ​ຖານະ Miss Minnesota ວ່າ:

ນິດຕະຍາ ໃຫ້ສໍາພາດແລະ ລົງໜ້າປົກຂອງນິດຕະຍະສານ Savvy.mn ແຫ່ງລັດມິນນີໂຊຕາ.
ນິດຕະຍາ ໃຫ້ສໍາພາດແລະ ລົງໜ້າປົກຂອງນິດຕະຍະສານ Savvy.mn ແຫ່ງລັດມິນນີໂຊຕາ.
“ມັນ​ຫຍຸ້ງວຽກຫລາຍ​ແທ້​ໆ ​ເພາະວ່າ​ຂະ​ນ້ອຍ​ຍັງ​ເຮັດ​
ວຽກ​ເຕັມ​ເວລາ​ຢູ່ ມັນ​ເຮັດ​ໃຫ້​ຂະ​ນ້ອຍ​ຮູ້ສຶກ​ຄື​ກັນ​ກັບ​ວ່າ
ກໍາລັງ​ເຮັດ​ວຽກ​ສອງ​ຢ່າງ​ເຕັມ​ເວລາ ​ແຕ່​ກໍ​ບໍ່​ເປັນ​ຫຍັງ
ມັນ​ດີ​ຊໍ້າ ​ເພາະວ່າ​ສິ່ງ​ທີ່​ຂະ​ນ້ອຍ​ເຮັດ​ແມ່ນ​ເຮັດ​ເພື່ອ​ຄອບ
ຄົວ​ຂອງ​ຂະ​ນ້ອຍ​ເອງ ​ແລະ​ເພື່ອໂຕ​ຂະ​ນ້ອຍ​ເອງ. ຊ່ວງ
​ທ້າ​ຍສັບປະດາ​ນັ້ນ​ ແມ່ນ​ວຽກ​ປະຕິບັດ​ໜ້າ​ທີ່​ແລະ​ພາ
ລະກິດຂອງ​ນາງ​ງາມ​ມິນ​ນີ​ໂຊ​ຕາ ​ແລ້ວ​ຂະ​ນ້ອຍ​ກໍ​ມີ​
ວຽກ​ຂອງ​ຕົນ​ເອງ ເປັນ​ວຽກໃໝ່​ທີ່​ຂະ​ນ້ອຍ​ຫາເລີ່​ມ
​ເຮັດ​ໄດ້​ບໍ່​ດົນ ຊຶ່ງມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ຕ້ອງ​ໄດ້​ຮຽນ
​ຮູ້​ ​ແຕ່​ຊີວິດ​ກໍ​ເປັນ​ແບບ​ນີ້​ແລ້ວ ​ເຮົາ​ຕ້ອງ​ປະຕິບັດ​ໜ້າ​ທີ່​
ດ້ວຍ​ຄວາມ​ຮັບຜິດຊອບ ​ແລະ​ພ້ອມ​ດຽວ​ກັນ ກໍ​ໃຊ້​ຊີວິດ
​ຂອງ​ເຮົາ​ ໃຫ້​ເປັນ​ປະ​ໂຫຍ​ດ​ແລະ​ຢ່າງ​ມີ​ຄວາມສຸກແລະ
​ກໍ​ຮັບ​ມື​ກັບ​ທຸກ​ສິ່ງ​ທຸກ​ຢ່າງທີ່​ຜ່ານເຂົ້າ​ມາ.”

ເບິ່ງວີດີໂອຂອງທາງການປະກວດ Miss USA 2012 ກ່ຽວກັບນິດຕະຍາ ເລົ່າເຖິງຊີວິດ
ຄວາມເປັນມາຂອງນາງ ແລະຄອບຄົວ:

ນິດຕະຍາ ໃນຊຸດອາບນໍ້າ ທີ່ຈະໃສ່ຂຶ້ນເວທີ ປະກວດ Miss USA 2012D
ນິດຕະຍາ ໃນຊຸດອາບນໍ້າ ທີ່ຈະໃສ່ຂຶ້ນເວທີ ປະກວດ Miss USA 2012D

ນັ້ນ​ແຫລະຄື​ຄຸນ​ນະສົມບັດ​ທີ່​ໜ້າ​ຍົກ​ຍ້ອງ
ຂອງນິດຕະຍາ ປານ​ມາ​ໄລ​ທອງ ສາວ​ງາມ
​ເຊື້ອສາຍ​ແດນ​ລ້ານ​ຊ້າງ ​ແລະ​ດອກ​ຈໍາປາ
​ຄົນ​ນີ້ ຄື​ການ​ມີ​ຄວາມ​ຮັບຜິດຊອບສູງ​ຕໍ່
​ຄອບ​ຄົວ ​ແລະ​ຍອມຮັບ​ເອົາ​ພາລະ​ທີ່​ຕ້ອງ
​ແບກ​ຫາບດ້ວຍ​ຄວາມ​ເຕັມ​ໃຈ ​ແລະສູ້ຊົນ.
ພາລະ​ນັ້ນ​ກໍ​ຄື​ການ​ຫາ​ລ້ຽງ​ຄອບຄົວ ທີ່​ມີ
10 ຄົນ​ນັ້ນ ຊ່ວຍ​ອ້າຍ​ເຂີຍ ຈົນ​ບໍ່​ໄດ້​ເຂົ້າ
​ຮຽນ​ຕໍ່​ທີ່ມະຫາ​ວິທະ​ຍາ​ໄລ ຍ້ອນບໍ່​ມີ​ເງິນ
​ນັ້ນ​ເອງ ​ແຕ່​ນິດຕະຍາກໍ​ບໍ່​ໄດ້​ຈົ່ມ​ວ່າ ມີ​ແຕ່​
ຕັ້ງໜ້າ​ຕັ້ງ​ຕາ​ເຮັດ​ວຽກ ຈົນ​ສາມາດ​ຊື້
​ເຮືອນ​ຫລັງ​ໃຫ່ຍຮ່ວມ​ກັບອ້າຍ​ເຂີຍ ​ໃຫ້​
ຄອບຄົວ​ໄດ້​ມາ​ຢູ່​ຮ່ວມກັນຢ່າງ​ສະບາຍ ​
ແລ້ວ​ນິດຕະຍາຈຶ່ງຫັນໄປສຸ​ມ​ຄວາມ​ພະຍາ
ຍາມ ໃສ່ການຊອກ​ຫາ​ທືນສຶກສາຕໍ່​ໃນ
ມະຫາວິທະຍາ​ໄລ ຊຶ່ງ​ນັ້ນ​ກໍ​ແມ່ນ​ເປັນ
​ເຫດຜົນທີ່​ພາ​ໃຫ້​ນາງ​ເຂົ້າ​ສູ່​ການ​ປະ​ກວດ
Miss Minnesota. ຈາກ​ຖານະ​ທີ່​ເປັນ​
ລູກອົ​ບພະ​ຍົບ​ທີ່​ທຸກ​ຍາກ ບໍ່​ມີ​ເຮືອນ​ຢູ່​ອາ​ໃສ​ເປັນ​ຂອງ​ຕົນ​ເອງ​ມາ 20 ປາຍ​ປີ​ ຈົນ​ສາມາດ​ຊື້​ເຮືອນ​ຫລັງ​ງາມ​ຢູ່​ໃນ​ເວລາ​ນີ້ ​ແລະ​ບັດ​ນີ້ ​ຊໍ້າຍັງ​ໄດ້​ຄອງ​ຕໍາ​ແໜ່​ງ ນາງ​ງາມ​ລັດ Minnesota ​ເຊື້ອສາຍ​ເອ​ເຊຍ ​ແລ​ະ​ເຊື້​ອສາຍ​ລາວ​ຄົນ​ທໍ​າອິດດ້ວຍ​ແລ້ວ ນິດຕະຍາຖື​ວ່າ ​ຕົນ​ເອງ​ໄດ້​ບັນລຸ
ຄວາມ​ຝັນ​ຂອງຊາວ​ອາ​ເມຣິກັນ ຫລື the American dream ຫລື​ຍັງ?

ນິດຕະຍາ ປານມາໄລທອງ ໃນຊຸດ Cleopatra ໃນລະຫວ່າງການປະກວດ Miss USA 2012 ທີ່ ລັສ ເວກັສ ກ່ອນການແຂ່ງຂັນຄືນສຸດທ້າຍ, ວັນທີ 3 ມີຖຸນາ 2012.
ນິດຕະຍາ ປານມາໄລທອງ ໃນຊຸດ Cleopatra ໃນລະຫວ່າງການປະກວດ Miss USA 2012 ທີ່ ລັສ ເວກັສ ກ່ອນການແຂ່ງຂັນຄືນສຸດທ້າຍ, ວັນທີ 3 ມີຖຸນາ 2012.
“ໂດຍ ​ແນ່ນອນ ຂະ​ນ້ອຍ​ບໍ່​ຢາກ​ຈະ​ເວົ້າ​ວ່າ ມັນ​ເປັນ​ສິ່ງ​ນຶ່ງ​ທີ່​ຂະ​ນ້ອຍ​ໄຝ່ຝັນ​ຢາກ​ເຮັດ​ມາ​ຕັ້ງ​ແຕ່​ນ້ອຍ ​ແຕ່​ວ່າ​ໂອກາດ​ມັນ​ເປີດ​ໃຫ້ ​ເພາະວ່າ ​ຂະ​ນ້ອຍ​ຢາກ​ກັບ​ໄປ​ຮຽນ​ຕໍ່ ​ເພື່ອ​ຈະ​ໄດ້​ມີ​ຊີວິດ​ທີ່​ດີ​ຂຶ້ນ ສໍາລັບ​ຂະ​ນ້ອຍ​ເອງ​ແລະ​ສໍາລັບ​ຄອບຄົວ​ຂອງ​ຂະ​ນ້ອຍນໍາ ​ແລະ​ນັ້ນ​ກໍ​ແມ່ນ​ເຫດຜົນ​ທີ່ ຂະ​ນ້ອຍ​ໄດ້​ໄປ​ລອງ​ສະມັກ​ປະ​ກວດ​ມິ​ສມິນ​ນີ​ໂຊ​ຕາ ​ເພາະວ່າ​ຂະ​ນ້ອຍ​ຢາກ​ໄດ້​ທຶນ​ໄປ​ຮຽນ​ຕໍ່. ແຕ່ແລ້ວ​ຊີວິດ​ຂອງ​ຂະ​ນ້ອຍ​ກໍ​ປ່ຽນ​ໄປ ປ່ຽນ​ໄປ​ສູ່…ຂະ​ນ້ອຍ​ບໍ່​ຢາກ​ຄິດ​ວ່າ​ຕົນ​ເອງ​ມີ​ຊື່​ສຽງ​ໂດ່​ງດັງ​ແຕ່​ຢ່າງ​ໃດເພາະວ່າ​ ໃນ​ບັ້ນ​ສຸດ​ທ້າຍ​ແລ້ວ ຂະ​ນ້ອຍ​ກໍ​ຍັງ​ເປັນ​ຄົນ​ເກົ່າ ທີ່​ໃຊ້​ຊີວິດ​ຢູ່ດ້ວຍ​ຄວາມ​ຊື່ສັດ​ສຸດຈະລິດ ​ແລະ​ເຄົາລົບ​ນັບຖື​ຄົນ​ອື່ນ. ສະ​ນັ້ນ ການ​ທີ່​ຂະ​ນ້ອຍ​ມີ​ໂອ​ກາດໄດ້​ເຮັດ​ໃນ​ສິ່ງ​ທີ່​ຂະ​ນ້ອຍ​ເຮັດ​ຢູ່ ສໍາລັບ​ໂຕ​ຂະ​ນ້ອຍ​ເອງ​ແລະ​ຄອບຄົວ ​ແລະ​ໄດ້​ເປັນ​ໂຕ​ແທນ​ຕາງໜ້າ​ລັດ​ມິນ​ນີ​ໂຊ​ຕາ​ແລະ​ປະຊາ​ຄົມ​ລາວນັ້ນ ​ຂະ​ນ້ອຍ​ຖື​ວ່າ​ມັນ​ເປັນ​ບໍາ​ເນັດ​ລາງວັນເພີ້​ມ ​ແລະ​ເປັນ​ສິ່ງ​ທີ່​ດີເລີດ​ປະ​ເສີດຫລາຍ​ ສໍາລັບ​ຂະ​ນ້ອຍ ​ແຕ່​ວ່າ​ໃນ​ບັ້ນ​ສຸດ​ທ້າຍ​ແລ້ວ ຂະ​ນ້ອຍ​ກໍ​ຍັງ​ເປັນ​ຄົນ​ເດີມ​ຄື​ເກົ່າ ຂະ​ນ້ອຍ​ຍັງ​ມີ​ເປົ້າ​ໝາຍ ຄື​ຮຽນ​ຕໍ່ ​ແລະຍັງ​ຢາກ​ເຮັດ​ວຽກ​ເຮັດ​ການ ​ແລະ​ຂະ​ນ້ອຍ​ກໍ​ເປັນ​ຄົນ​ເຮັດ​ວຽກ​ເກ່ງ​ນໍາ​ດ້ວຍ ນັ້ນ​ແລະ​ຄື​ສິ່ງ​ທີ່​ຂະ​ນ້ອຍ​ຢາກ​ເຮັດ.”

ນິດຕະຍາ ປານມາໄລທອງ, Miss Minnesota USA 2012, (ຄົນທີນຶ່ງ ຈາກຊ້າຍ ຊຸດສີແດງ) ຖ່າຍຮູບຮ່ວມກັບເພື່ອນນາງງາມຈາກລັດອື່ນໆ ໃນລະຫວ່າງຢ້ຽມຢາມນະຄອນນິວຢອກ ເພື່ອແນະນໍາໂຕຕໍ່ສື່ມວນຊົນ ອັນເປັນສ່ວນນຶ່ງຂອງກິດຈະກໍາໃນການປະກວດ Miss USA 2012.
ນິດຕະຍາ ປານມາໄລທອງ, Miss Minnesota USA 2012, (ຄົນທີນຶ່ງ ຈາກຊ້າຍ ຊຸດສີແດງ) ຖ່າຍຮູບຮ່ວມກັບເພື່ອນນາງງາມຈາກລັດອື່ນໆ ໃນລະຫວ່າງຢ້ຽມຢາມນະຄອນນິວຢອກ ເພື່ອແນະນໍາໂຕຕໍ່ສື່ມວນຊົນ ອັນເປັນສ່ວນນຶ່ງຂອງກິດຈະກໍາໃນການປະກວດ Miss USA 2012.

​ໃນ​ວັນ​ທີ່ 3 ​ເດືອ​ນໜ້າ​ນີ້ ນິດຕະ
ຍາ​ກໍ​ຈະ​ໄດ້​ຂື້ນ​ເວ​ທີ່​ແຂ່ງ​ກັບ​ນາງ
​ງາມ​ອີກ 50 ຄົນ ຄື​ຈາກ​ອີກ 49
ລັດ ​ແລະ​ນະ​ຄອນ​ຫລວງວໍ​ຊິງ​ຕັນ
ດີຊີ ກັບ Puerto Rico ​ເພື່ອ​
ຍາດເອົາ​ມົງກຸດ Miss USA
2012 ຊຶ່ງ​ຜູ້​ຊະນະ​ ກໍ​ຈະ​ໄດ້​ເຂົ້າ
​ປະ​ກວດ ນາງ​ງາມ​ຈັກກະວານ
ຫລື Miss Universe ​ໃນ​ຂັ້ນ​ຕໍ່​
ໄປ. ​ເວລາ​ນີ້ ນິດຕະຍາ ​ກໍ​ກໍ​າລັງ
​ໄປໄດ້ເກັບ​ໂຕກັບ​ນາງ​ງາມ​ຄົນ
​ອື່ນໆຢູ່​ທີ່ Las Vegas ລັດ
Nevada ກ່ອນ​ຈະ​ຂື້ນ​ເວ​ທີປະ
​ກວດ​ໃນ​ວັນ​ທີ 3 ມີຖຸນາ​ນັ້ນ ຊຶ່ງ
​ໃນ​ລະຍະສອງ​ອາທິດ​ເຄິ່ງນີ້ ນິດຕະຍາ ກັບ​ນາງ​ງາມ​ທັງຫລາຍ ​ກໍ​ຈະຮ່ວມ​ກັນ​ຝຶກ​ແອບ​ຂື້ນ
ເວທີ ​ແລະ​ປະກອບ​ກິດຈະການ​ຕ່າງໆ​ຮ່ວມ​ກັນ ​ເປັນ​ຕົ້ນ​ວ່າ​ປາກົດ​ໂຕ​ຕໍ່ໜ້າ​ຊື່​ມວນ​ຊົນ ​ໃຫ້
​ສໍາພາດ​ຂ່າວ ​ແລະ​ອື່ນໆ. ນິດຕະຍາ​ ​ຮູ້ສຶກ​ວ່າ ​ມີ​ຄວາມຫວັງຫລາຍ​ປານ​ໃດ?

ນິດຕະຍາ ປານມາໄລທອງ ໃນຊຸດລາຕີທີ່ຈະໃສ່ຂຶ້ນເວທີປະກວດ Miss USA 2012 ໃນຄືນວັນທີ 3 ມີຖຸນານີ້. ເປັນຊຸດທີ່ປັກດ້ວຍແກ້ວນິນ ແລະຫາງນົກຍຸງ ທີ່ Mac Duggal ນັກອອກແບບເສືອຜ້າອາເມຣິກັນ ຊື່ດັງແຫ່ງ Chicago ເປັນຄົນອອກແບບແລະຫຍິບໃຫ້ນິດຕະຍາຟີໆ ຫລັງຈາກທີ່ນິດຕະຍາໃສ່ຊຸດລາຕີ ສີແດງ ຂ
ນິດຕະຍາ ປານມາໄລທອງ ໃນຊຸດລາຕີທີ່ຈະໃສ່ຂຶ້ນເວທີປະກວດ Miss USA 2012 ໃນຄືນວັນທີ 3 ມີຖຸນານີ້. ເປັນຊຸດທີ່ປັກດ້ວຍແກ້ວນິນ ແລະຫາງນົກຍຸງ ທີ່ Mac Duggal ນັກອອກແບບເສືອຜ້າອາເມຣິກັນ ຊື່ດັງແຫ່ງ Chicago ເປັນຄົນອອກແບບແລະຫຍິບໃຫ້ນິດຕະຍາຟີໆ ຫລັງຈາກທີ່ນິດຕະຍາໃສ່ຊຸດລາຕີ ສີແດງ ຂ
“ຂະ​ນ້ອຍ​ເປັນ​ຄົນ​ເຊື້ອສາຍ​ເອ​ເຊຍ
​ຄົນ​ດຽວ ​ໃນ​ຈໍານວນນາງ​ງາມ 51
ຄົນຊຶ່ງເປັນ​ເລື້ອງ​ທີ່​ໜ້າ​ອັດສະຈັນ ​
ແຕ່​ວ່າ ​ແທ້ໆ​ແລ້ວ​ມັນ​ກໍ​ຂຶ້ນ​ຢູ່​ກັບ​
ໂຕ​ເຮົາ​ເອງ​ວ່າ ​ເຮົາ​ຢາກ​ເຮັດ​ແນວ​
ເພາະວ່າ​ພວກ​ນາງ​ງາມ​ທັງ 51 ຄົນ​ນັ້ນ ກໍ​ແມ່ນ​ມີ​ຈຸດໝາຍ​ຫລື​ເຫດຜົນ​ອັນ​ດຽວ​ກັນ ​ແລະ​ມັນ​ກໍ​ເປັນ​ການ​ປະ​ກວດ​ຄວາມ​ງາມ ຊຶ່ງ​ມີ 3 ພາກ ຄື​ພາກສໍາພາດ ພາກ​ປະ​ກວດ​ຊຸດ​ອາບ​ນໍ້າ ​ແລະ​ພາກ​ປະ​ກວດ​ຊຸດ​ລາ​ຕີ ຊື່​ງນາງ​ງາມຄົນ​ອື່ນ​ໆ​ນັ້ນກໍ​ໄດ້​ຊະນະ​ເລີດ​ໃນ​ລັດ​ຂອງ​ເຂົາ​ເຈົ້າ​ມາແລ້ວ ດັ່ງ​ນັ້ນ ​ແນ່ນອນພວກ​ເຂົາ​ເຈົ້າ​ກໍ​ແມ່ນງາມ​ຫລາຍ​ໝົດ​ທຸກ​ຄົນ. ສະ​ນັ້ນ​ ສິ່ງ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ເດ່​ນກ່ວາ ກໍ​ຄື​ພາກ​ສໍາພາດ ​ແລະ​ຂະ​ນ້ອຍ​ກໍ​ຫວັງ​ວ່າ​ຂະ​ນ້ອຍ​ຈະ​ສາມາດ​ສະ​ແດງ​ບຸກ ຄະ​ລິກລັກສະນະ​ຂອງ​ຂະນ້ອຍ​ ໃຫ້​ຄະນະ​ກໍາມະການ​ເຫັນ​ ຈະບໍ່​ຕື່ນ​ເຕ້ນ​ແລະ​ສາມາດ​ຕອບ​ຄໍາ​ຖາມ​ຂອງ​ເຂົາ​ເຈົ້າ​ໄດ້ ​ແຕ່​ມັນ​ກໍ​ຈະ​ຍາກ​ຫລາຍ​ຫັ້ນ​ແຫລະ ມີ​ແຕ່​ຄົນ​ງາມ​ໆ ແລະ​ຫລາຍໆ​ຄົນ​ກໍ​ມີ​ປະລິນຍາ ມີ​ພື້ນຖານ​ດີ ສະຫລູບ​ແລ້ວ ​ແຕ່ລະຄົນ​ກໍ​ແມ່ນ​ມີ​ພອນ​ສະຫວັນ​ແລະ​ບຸກຄະ​ລິກລັກ ໍສະ ນະ​ຂອງ​ໂຕ​ເອງ​ທີ່​ແຕກ​ຕ່າງ​ໄປ ມັນ​ກໍ​ສຸດ​ແລ້ວ​ແຕ່​ຄະນະ​ກໍາມະການ​ວ່າ
ຈະ​ເລືອກ​ໃຜ. ​ແລະ​ຖ້າ​ຫາກວ່າ ຂະ​ນ້ອຍບໍ່​ແມ່ນ​ຜູ້​ທີ່​ເຂົາ​ເຈົ້າ​ເລືອກ​ເອົາ​ໃນ​ປີ​ນີ້​ແລ້ວ ຂະ​ນ້ອຍ​ກໍ​ບໍ່​ເສຍ​ໃຈ​ຫລື​ຈິງ​ຈັງ​ກັບ​ມັນ​ຫລາຍ ຂະ​ນ້ອຍ​ພູມ​ໃຈ​ຫລາຍ​ແລ້ວ​ກັບ​ຄວາມ​ສໍາ​ເລັດ​ທີ່​ໄດ້​ຮັບ​ມາ ຮອດ​ຈຸດ​ນີ້ ​ແລະ​ກໍ​ຈະ​ເດີນ​ໜ້າ​ຕໍ່​ໄປ​ກັບ​ຊີວິດ. ຂະ​ນ້ອຍ​ຕ້ອງ​ໄປ​ຮຽນ​ໜັງສື​ຕໍ່​ໃຫ້ໄດ້ປະລິນຍາ ຂະ​ນ້ອຍ​ສົນ​ໃຈ​ຢາກ​ຮຽນ​ເລື້ອງ​ການ​ເງິນ​ແລະ​ການ​ຕະຫລາດ. ຂະ​ນ້ອຍ​ໄດ້​ທຶນການ​ສຶກສາ​ ຈາກ​ລາງວັນ​ນາງ​ງາມ​ລັດ​ມິນ​ນີ​ໂຊ​ຕາ​ນັ້ນ. ສະ​ນັ້ນ ຂະ​ນ້ອຍ​ກໍ​ຕ້ອງ​ໄປ​ຮຽນ​ຕໍ່.”

ນິດຕະຍາ ກັບເອື້ອຍ(ກາງ) ແລະນ້ອງສາວສອງຄົນ ຊຶ່ງຄົນນ້ອຍເປັນໂຣກ Down Syndrome ທີ່ນິດຕະຍາຕ້ອງໄດ້ຫາເງິນຊ່ວຍລ້ຽງດູ.
ນິດຕະຍາ ກັບເອື້ອຍ(ກາງ) ແລະນ້ອງສາວສອງຄົນ ຊຶ່ງຄົນນ້ອຍເປັນໂຣກ Down Syndrome ທີ່ນິດຕະຍາຕ້ອງໄດ້ຫາເງິນຊ່ວຍລ້ຽງດູ.

ນິດຕະຍາ ລູກ​ລາວ​ອົບ​ພະຍົບ ​ເຂົ້າ​ມາ​ຢູ່​ໃນ​ສະຫະລັດ ຕັ້ງ​ແຕ່​ອາ​ຍຸ​ໄດ້ພຽງ​ແຕ່​ປີ​ປາຍ ​ແລະ​ຕະຫລອດ​ອາຍຸ​ໄວ​ລຸ້ນນັ້ນ ກໍ​ໄດ້​ໃຊ້້​ຊີວິດ​ຢູ່​ກັບ​ອ້າຍ ​ແລະ​ເອື້ອຍ​ເປັນ​ສ່ວນ​ໃຫຍ່ ຈຶ່ງ​ເວົ້າ​ພາສາ​ລາວ​ບໍ່​ເກັ່ງ ຈົນ​ກະທັ້ງບໍ່​ເທົ່າ​ໃດ​ປີ​ມາ​ນີ້ເອງ ນິດຕະຍາກັບ​ເອື້ອຍ​ແລະ​ນ້ອງໆກັບ​ພໍ່​ແມ່ ຈຶ່ງ​ໄດ້​ມາ​ຢູ່​ນໍາ​ກັນ​ເປັນ​ຄອວຄົວ​ດຽວ ​ແຕ່ນິດຕະຍາ ກໍ​ຖືກ​ລ້ຽງ​ດູ​ຂື້ນ​ມາ​ແບບ​ປູກຝັງ​ໃຫ້​ຮູ້​ຊື້​ງ​ເຖິງ​ຄ່າ​ນິຍົມ ​ແລະ​ຄວາມ​ສໍາຄັນຂອງ​ຄອບຄົວ ຕາມ​ປະ​ເພນີ​ວັດທະນາ​ທໍາ​ລາວ:

ນິດຕະຍາ ກັບ ເພື່ອນນາງງາມ ທີ່ນິວຢອກ
ນິດຕະຍາ ກັບ ເພື່ອນນາງງາມ ທີ່ນິວຢອກ

“ຂະ​ນ້ອຍ​ໃຫຍ່​ຂຶ້ນ​ມາ​ໃນ​ຄອບຄົວ​ລາວ​ແທ້ໆ. ວັດທະ​ນະ​ທໍາ​ເອ​ເຊຍ​ກັບ​ວັດທະນະ​ທໍາ​ອາ​ເມຣິກັນ ​ແມ່ນ​ແຕກ​ຕ່າງ​ກັນ​ຫລາຍ ​ໃນ​ເລື້ອງ​ຄອບຄົວ​ນີ້. ຂະ​ນ້ອຍ​ໄດ້​ຊື້​ເຮືອນ​ກັບ​ອ້າຍ​ເຂີຍ​ປີ​ກາຍ​ນີ້ ​ແລະ​ຄອບຄົວ ຂອງ​ເຮົາ​ກໍ​ໄດ້​ມາ​ຢູ່​ຮ່ວມ​ກັນ ຊຶ່ງ​ຕາມ​ປະ​ເພນີ​ວັດທະນະ​ທໍາ​ຂອງ​ເອ​ເຊຍ​ແລ້ວ ​ແມ່ນ​ເປັນ​ເລື້ອງ​ທີ່​ດີ​ຫລາຍ ການ​ທີ່​ໄດ້​ລ້ຽງດູ​ເທັກ​ແຄຣ໌ຄອບຄົວ​ນັ້ນ. ວັດທະນະ​ທໍາ​ອາ​ເມຣິກັນ​ກໍ​ຢາກ​ຄື​ກັນ ​ແຕ່​ວ່າ​ຄອບຄົວ​ບໍ່​ຢູ່​ນໍາ​ກັນ ຄື​ບໍ່​ຢູ່​ນໍາ​ກັນ​ຕະຫລອດ​ໄປ​ເປັນ​ຄອບຄົວ​ໃຫຍ່ໆ. ມັນ​ຕ່າງ​ກັນ​ຢູ່​ບ່ອນ​ໜີ້. ​ແຕ່​ຂະ​ນ້ອຍ​ກໍ​ຊື່ນ​ຊົມ​ນໍາ​ວັດທະນະ​ທໍາ​ອາ​ເມຣິກັນ ​ເພາະວ່າ​ຊາວ​ອາ​ເມຣິກັນ​ເປັນ​ຄົນ​ດຸ​ໝັ່ນ ​ເຮັດ​ວຽກ​ໜັກ ​ເຂົາ​ເຈົ້າ​ເຮັດ​ວຽກ​ຢູ່​ຕະຫລອດ​ເວລາ ​ເຮັດ​ເພື່ອ​ໂຕ​ເອງ​ແລະ​ເພື່ອ​ຄົນ​ອື່ນ​ນໍາ. ຂະ​ນ້ອຍ​ຄິດ​ວ່າ ​ແນວ​ຄິດ​ດ້ານ​ເຮັດ​ວຽກ​ເຮັດ​ການ​ຢູ່​ອາ​ເມຣິກາ​ໜີ້ ​ແມ່ນ​ໜ້າ​ອັດສະຈັນ​ແທ້ໆ. ອາ​ເມຣິກາເປັນ​ດິນ​ແດນ​ແຫ່ງ​ຄວາມ​ໄຝ່ຝັນ ທີ່​ເຮົາ​ສາມາດ​ບັນ​ລຸໄດ້​ໃນ​ສິ່ງ​ທີ່​ປະ​ເທດ​ນີ້​ມີ​ສະ​ເໜີ​ໃຫ້. ຫລາຍ​ສິ່ງ​ຫລາຍ​ຢ່າງ​ແມ່ນ​ດີ​ເລີດ ບໍ່​ວ່າ​ຈະ​ເປັນ​ລະບົບ​ໂຮງຮຽນ ການ​ສຶກສາ ການ​ແພດ ການ​ຮັກສາ​ສຸຂະພາບ ມີດອກ​ເຕີ້​ທີ່​ເກ່ງ​ທີ່​ສຸດ ​ເລື້ອງ​ການ ບັນ​ເທິງ ເທັກ​ໂນ​ໂລ​ຈີ ​ແລະ​ອື່ນໆ. ປະ​ເທດ​ອື່ນໆ​ກໍ​ມີ​ດີ​ຄື​ກັນ ຂະ​ນ້ອຍ​ບໍ່​ຢາກ​ເປັນ​ຄົນ​ຕັດສິນ​ດອກ ​ແຕ່​ອາ​ເມຣິກາ​ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ ສະ​ເໜີ​ໃຫ້​ແທ້ໆ ​ແລະ​ກໍ​ເປັນ​ດິນ​ແດນ​ແຫ່ງ​ໂອກາດ.

ນິດຕະຍາ ປານມາໄລທອງ ກ່າວຂອບໃຈແຟນໆ ໃນຫ້ອງສົ່ງຂອງວີໂອເອ:

ສຸດ​ທ້າຍ​ນີ້ ຂະ​ນ້ອຍ​ຂໍ​ຂອບ​ໃຈ ທຸກໆ​ຄົນ​ສໍາລັບຄວາມ​ຮັກ​ແພງ​ແລະ​ການ​ສະໜັບສະໜຸນ​ຂອງ​ທ່ານ. ມັນ​ເປັນ​ໂອກາດ​ທີ່​ໜ້າ​ອັດສະຈັນ​ຫລາຍ​ສໍາລັບ​ຂະ​ນ້ອຍ ​ແລະ​ຂະ​ນ້ອຍ​ຢາກ​ຂໍ​ຂອບ​ໃຈ​ທຸກໆ​ຄົນ​ທີ່​ຕິດຕາມ​ຂະ​ນ້ອຍ​ມາໂດຍຕະຫລອດ ​ແລະ​ກະລຸນາ​ຕິດຕາມເບິ່ງ​ຂະ​ນ້ອຍ​ຕໍ່​ໄປ ​ໃນ​ວັນ​ທີ 3 ມີ​ຖຸນາ​ນີ້ ທາງ​ໂທລະພາບ​ຊ່ອງ NBC ​ໃນ​ການຖ່າຍ​ທອດ​ສົດ​ການປະ​ກວດ​ Miss USA ​ແລະ​ຢາກ​ຂໍ​ໃຫ້​ບັນດາ​ທ່ານ​ຊ່ວຍ​ລົງ​ຄະ​ແນນ​ສຽງ​ໃຫ້​ຂະ​ນ້ອຍ​ດ້ວຍ​ທາງ​ອິນ​ເຕີ​ແນັທ ຕັ້ງ​ແຕ່​ວັນ​ທີ 1 ​ເດືອນ​ພຶດສະພາ ໄປ​ຫາ​ວັນທີ 2 ມີຖຸນາ ທາງ missuniverse.com ກັບ nbc.com. 16 ຄົນທໍາອິດແມ່ນຈະໄດ້ເຂົ້າຮອບ ກ່ອນຮອບຊະນະເລີດ. ຂອບໃຈຫລາຍໆ ຂະນ້ອຍ.

ເກດສະໜາ ວິໄລລັກ ກັບນິດຕະຍາ ປານມາໄລທອງ ທີ່ງານ ສະຫລອງປີໃໝ່ລາວ ຢູ່ສະຖານທູດລາວ ທີ່ວໍຊິງຕັນ ດີຊີ, ວັນທີ 28 ເມສາ 2012.
ເກດສະໜາ ວິໄລລັກ ກັບນິດຕະຍາ ປານມາໄລທອງ ທີ່ງານ ສະຫລອງປີໃໝ່ລາວ ຢູ່ສະຖານທູດລາວ ທີ່ວໍຊິງຕັນ ດີຊີ, ວັນທີ 28 ເມສາ 2012.
​ວີ​ໂອ​ເອ ກໍ​ຂໍ​ເຊິ​ນຊວນບັນດາ​
ທ່ານ​ທີ່​ມີຄອມ​ພິ​ວ​ເຕີ ຫລື​ສາມາດ
​ເຂົ້າ​ເຖິງອິນ​ເຕີ​ແນ​ັດໄດ້​ ບໍ່​ວ່າ​ຢູ່
​ບ້ານ ຫລື​ຕາມ​ຮ້ານອິນ​ເຕີ​ແນັດ
ກາ​ເຟ ຫລື​ຢູ່​ແຫ່ງ​ຫົນ​ໃດ​ໃນ​ທົ່ວ
​ໂລກກໍ​ຕາມ ຈົ່ງ​ສະລະ​ເວລາ​ເຂົ້າ​
ໄປ​ຊ່ວຍ​ໂວ​ດ​ໃຫ້ ນິດຕະຍາ
ປານ​ມາ​ໄລ​ທອງ ນາງ​ງາມ​ລັດ
Minnesota ​ເຊື້ອສາຍ​ແດນ​ລ້ານ​ຊ້າງ ​ແລະ​ດອກ​ຈໍາປາ​ຄົນ​ນີ້ ​ເພື່ອ​ຊ່ວຍ​ສົ່ງ​ເສີມ​ໂອກາດທີ່​ນາງ​ຈະ​ໄດ້​ເຂົ້າ​ຮອບ 15 ຄົນໃນ​ການ​ປະ​ກວດ Miss USA ຊຶ່ງເຖິງ​ວ່າ​ຈະ​ເປັນ​ຂັ້ນ​ສຸງສຸດທີ່​ນາງ​ອາດ​ຈະ​ໄປ​ເຖິງ​ກໍ​ຕາມ ​ແຕ່​ນິດ ຕະຍາ ກໍ​ໄດ້​ສ້າງ​ຊື່​ສຽງ ​ແລະ​ສ້າງ​ຄວາມພາກພູມ​ໃຈ​ໃຫ້​ແກ່​ຄົນ​ລາວໃນທົ່ວ​ໂລກ​ແລ້ວ ຢ່າງ​ທີ່​ບໍ່ມີ​ສາວ​ລາວຄົນ​ໃດ​ເຮັດ​ມາ​ກ່ອນ ຊຶ່ງຄົນ​ນຶ່ງ​ທີ່​ມີ​ຊ່ວຍສ້າງ​ຊື່​ສຽງ​ໃຫ້ນິດຕະຍາ ກໍ​ຄື​ເກດສະໜາ ວິ​ໄລ​ລັກ ນັກ​ຮ້ອງ​ນັກ​ສີນ​ລະ​ປີນ ອາ​ເມຣິກັນ ​ເຊື້ອສາຍ​ລາວ ທີ່​ໄດ້​ຊ່ວຍ​ທໍາ​ໜ້າ​ທີ່​ເປັນ​ເອື້ອຍ​ລ້ຽງ ​ໃຫ້​ຄໍາ​ປຶ​ກສາ ​ແລ​ະຊີ້​ນໍາ ນິຕະຍາ ​ໃນ​ທຸກໆ​ເລື້ອງມາ​ໂດ​ຍຕະຫລອດ.

ແລະຢ່າລືມເຂົ້າໄປໂວດໃຫ້ນິດຕະຍາ ທີ່ເວັບໄຊ້ທ໌ຂ້າງລຸ່ມນີ້ດ້ວຍ:

http://missuniverse.com/missusa/members/profile/651314/year:2012/

ວີດີໂອ ນິດຕະຍາຕອບຄໍາຖາມຂອງຄະນະປະກວດ Miss USA 2012:

XS
SM
MD
LG