ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ສານອຸທອນ ສຫລ ປະຕິເສດ ບໍ່ຍອມຟື້ນຟູ ດຳລັດ ຫ້າມເດີນທາງ ຂອງ ປ. ທຣຳ


ແມ່ຍິງຄົນນຶ່ງ ພວມຍ່າງຂ້າມທາງ ຢູ່ນອກສານອຸທອນເຂດ 9 ຂອງສະຫະລັດ ທີ່ນະຄອນແຊນແຟຣນຊິສໂກ.
ແມ່ຍິງຄົນນຶ່ງ ພວມຍ່າງຂ້າມທາງ ຢູ່ນອກສານອຸທອນເຂດ 9 ຂອງສະຫະລັດ ທີ່ນະຄອນແຊນແຟຣນຊິສໂກ.

ສານອຸທອນຂອງລັດຖະບານກາງ ໃນວັນພະຫັດມື້ນີ້ ໄດ້ປະຕິເສດ ບໍ່ຍອມຟື້ນຟູດຳລັດ ຂອງປະທານາທິບໍດີ ດໍໂນລ ທຣຳ ທີ່ຫ້າມພວກເດີນທາງ ຈາກ 7 ປະເທດ ທີ່ປະຊາຊົນ ສ່ວນໃຫຍ່ນັບຖືສາສະໜາອິສລາມ.

ຄະນະຜູ້ພິພາກສາ 3 ທ່ານ ຂອງສານອຸທອນເຂດ 9 ທີ່ນະຄອນ San Francisco ໄດ້ມີ ຄວາມເຫັນຢ່າງເປັນເອກກະສັນ ປະຕິເສດທີ່ຈະຂັດຂວາງ ການຕັດສິນຂອງສານຊັ້ນຕົ້ນ ທີ່ສັ່ງໃຫ້ໂຈະຄຳສັ່ງຫ້າມແລະອະນຸຍາດໃຫ້ພວກເດີນທາງທີ່ຖືກຫ້າມກ່ອນໜ້ານີ້ ເຂົ້າມາ ໃນສະຫະລັດໄດ້.

ຖະແຫຼງຂ່າວທີ່ນຳອອກເຜີຍແຜ່ໂດຍຄະນະຜູ້ພິພາກສາສານຂອງອຸທອນກ່າວວ່າ ພວກ ເຮົາຖືວ່າ ລັດຖະບານ ບໍ່ໄດ້ສະແດງໃຫ້ເຫັນ ເຖິງຜົນດີກ່ຽວກັບຄວາມເປັນໄປໄດ້ ຂອງ ການທີ່ຈະປະສົບຜົນສຳເລັດ ໃນການຂໍອຸທອນຂອງຕົນ ຫລືບໍ່ໄດ້ສະແດງ ໃຫ້ເຫັນ ວ່າ ຄວາມລົ້ມແຫຼວໃນການງົດການຕັດສິນ ທີ່ຈະສ້າງຄວາມເສຍຫາຍແບບທີ່ບໍ່ສາມາດແກ້ ໄຂໄດ້.

ກະຊວງຍຸຕິທຳ ກ່າວວ່າ ຕົນພວມທົບທວນເບິ່ງການຕັດສິນດັ່ງກ່າວແລະພິຈາລະນາເບິ່ງ ທາງເລືອກ ລຸນຫລັງທີ່ໄດ້ມີການປະກາດ.

ໃນການຕັດສິນຂອງຕົນນັ້ນ ສານອຸທອນກ່າວວ່າ ລັດຖະບານບໍ່ໄດ້ນຳສະເໜີຫລັກຖານ ໃດໆເພື່ອໃຫ້ການອະທິບາຍເຖິງຄວາມຈຳເປັນອັນຮີບດ່ວນສຳລັບດຳລັດຂອງຝ່າຍບໍລິ ຫານທີ່ຈະຕ້ອງມີຜົນບັງຄັບໃຊ້ ໃນທັນທີ.

ພວກຜູ້ພິພາກສາ ໃຫ້ຂໍ້ສັງເກດກ່ຽວກັບການກະຕຸ້ນໃຫ້ເກີດຄວາມສົນໃຈຈາກທັງສອງຝ່າຍ. ໃນດ້ານນຶ່ງ ປະຊາຊົນແມ່ນມີຜົນປະໂຫຍດຢ່າງໃຫຍ່ຫຼວງ ໃນຄວາມໝັ້ນຄົງແຫ່ງຊາດ ແລະໃນ ຄວາມສາມາດ ຂອງປະທານາທິບໍດີ ທີ່ຖືກເລືອກໃນການອອກນະໂຍບາຍ.

ພວກຜູ້ພິພາກສາໄດ້ຕັດສິນວ່າ ແຕ່ໃນອີກດ້ານນຶ່ງ ປະຊາຊົນກໍມີຜົນປະໂຫຍດ ໃນການ ເດີນທາງໄປມາຢ່າງເສລີໃນການຫລີກລ່ຽງຕໍ່ການແຍກຈາກຄອບຄົວແລະສິດເສລີພາບ ຈາກການຖືກຈຳແນກກີດກັນ.

ພົບກັນຢູ່ສານ ຄວາມໝັ້ນຄົງຂອງປະເທດພວກເຮົາແມ່ນຕົກຢູ່ໃນຄວາມສ່ຽງ ນັ້ນຄືຄຳ ເວົ້າທີ່ປະທານາທິບໍດີທຣຳໄດ້ສົ່ງຜ່ານທາງ Twitter ຫລັງຈາກສານ ໄດ້ປະກາດຄຳຕັດ ສິນຂອງຕົນ. ບໍ່ດົນຕໍ່ມາ ທ່ານໄດ້ຕໍ່ວ່າກັບພວກນັກຂ່າວວ່າ ສານໄດ້ຕັດສິນແບບມີການ ເມືອງແອບແຝງ ແລະກ່າວວ່າ ລັດຖະບານຂອງທ່ານໃນທີ່ສຸດກໍຈະຊະນະຄະດີດັ່ງກ່າວ ຢ່າງງ່າຍດາຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG