ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກຫົວຮຸນແຮງ 9 ຄົນ ຖືກຂ້າຕາຍ ໃນການໂຈມຕີ ຂອງ ປາກິສຖານ


ແຜນທີ່ ພາກຕາເວັນຕົກສຽງເໜືອ ປາກິສຖານ
ແຜນທີ່ ພາກຕາເວັນຕົກສຽງເໜືອ ປາກິສຖານ
ບັນດາ​ເຈົ້າ​ໜ້າ​ທີ່ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອຂອງປາ​ກິ​ສຖານ
ກ່າວ​ວ່າ ເຮືອບິນ​ເຮ​ລິ​ຄອບ​ເຕີຕິດ​ອາວຸດໄດ້​ທໍາ​ການ​ໂຈມຕີ​ບ່ອນ
ຫລົບລີ້ ຂອງ​ພວກ​ຫົວຮຸນແຮງກຸ່ມ​ນຶ່ງ​ ແລະໄດ້ສັງຫານ​ຜູ້​ຕ້ອງ​ສົ​ງ​
ໄສ​ເກົ້າ​ຄົນ.

ບັນ​ດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ທະຫານ​ໄດ້​ເລີ້ມ​ທໍາ​ການ​ໂຈມຕີໃນ
​ວັນ​ເສົາມື້​ນີ້ ຢູ່ທີ່​ບ້ານ Thal ​ໃນ​ເຂດ ​ເມືອງ Hangsu ​ແຂວງ
Khyber Pakhtunkhwa.

​ໃນ​ຕົ້ນ​ອາທິດ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່ທະຫານປາ​ກິ​ສຖານກ່າວ
​ວ່າເຮືອບິນ​ລົບອາຍພົ່ນ ​ໄດ້​ຖີ້ມລ​ະ​ເບີດໃສ່​ບ່ອນ​ຫລົບລີ້ຂອງພວກຫົວຮຸນແຮງ ໃນເຂດ
Waziristan ເໜືອ ຊຶ່ງເປັນ​ເຂດ​ຊົນ​ເຜົ່າແລະໄດ້ສັງຫານ​ຜູ້ຕ້ອງ​ສົງ​ໄສເປັນພວກກະບົດ
15 ຄົນ.

ການ​ໂຈມ​ຕີ ໃນ​ວັນ​ພຸດທີ່​ຜ່ານ​ມາ​ ແມ່ນໄດ້​ແນ​ໃສ່ ​ໂຕ​ເມືອງ Mir Ali ບ່ອນ​ທີ່​ ​ພວກ​ຫົວ​
ຮຸນ​ແຮງ​ໄດ້ດຳເນີນການໃນຂອບເຂດທີ່ກວ້າງຂວາງນັ້ນ.

​ເຈົ້າ​ໜ້າ​ທີ່ລັດຖະບານຄົນ​ນຶ່ງ ​ກ່າວ​ວ່າ ​ມີການຢຶດແກັດ​ອາວຸດແລະ​ລູກປືນໄດ້​ຈຳນວນ
ນຶ່ງ ໃນ​ລະຫວ່າງ​ການ​ໂຈມ​ຕີ.

​ໃນ​ອາທິດ​ທີ່​ຜ່ານ​ມາ​ນີ້ ພວກທາ​ລິ​ບານຈຸນຶ່ງໄດ້ອ້າງ​ເອົາຄວາ​ມຮັບຜິດຊອບວ່າ ​ຕົນ​ໄດ້
​ສັງຫານທະຫານປາ​ກິ​ສຖານ 23 ຄົນ ທີ່ຖືກ​ລັກພາ​ໂຕໄປ.

ຫລັງ​ຈາກ​ລາຍ​ງານ​ດັ່ງກ່າວ ການ​ເຈລະຈາ​ສັນຕິພາບ ລະຫວ່າງ​ຜູ້​ຕາງ​ໜ້າທາ​ລິ​ບານ
ແລະ​ເຈົ້າໜ້າ​ທີ່ປາ​ກິ​ສຖານ ໄດ້​ຢຸດຊະງັກລົງ. ບັນດາ​ເຈົ້າ​ໜ້າ​ທີ່ ລັດຖະບານ ກ່າວ​ວ່າ
ການ​ຢຸດຍິງ​ຕ້ອງມີ​ຂື້ນ ກ່ອນ​ການ​ເຈ​ລະ​ຈາ​ຈະສາມາດເລີ້ມໄດ້.
XS
SM
MD
LG