ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພົນລະເຮືອນ 9 ຄົນ ເສຍຊີວິດ ໃນການໂຈມຕີ ໂຮງແຮມ ຢູ່ ອັຟການິສຖານ (ສະໄລດ໌/ວີດີໂອ)


ເຈົ້າໜ້າທີ່ສືບລັບ ນຳອອກສະແດງ ອາວຸດ ແລະເຄື່ອງຂອງ ຈຳນວນນຶ່ງ ຂອງພວກໂຈມຕີໂຮງແຮມ Serena ໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວ ຢູ່ກະຊວງພາຍໃນ ທີ່ກຸງກາບູລ (21 ມີນາ 2014)
ເຈົ້າໜ້າທີ່ສືບລັບ ນຳອອກສະແດງ ອາວຸດ ແລະເຄື່ອງຂອງ ຈຳນວນນຶ່ງ ຂອງພວກໂຈມຕີໂຮງແຮມ Serena ໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວ ຢູ່ກະຊວງພາຍໃນ ທີ່ກຸງກາບູລ (21 ມີນາ 2014)
ເຈົ້າໜ້າທີ່ອັຟການິສຖານກ່າວວ່າ ມີພົນລະເຮືອນ 9 ຄົນເສຍຊີວິດ
ເວລາມືປືນໜຸ່ມນ້ອຍຂອງກຸ່ມຕາລີບານ 4 ຄົນ ໄດ້ເລັດລອດຜ່ານ ການຮັກສາຄວາມປອດໄພ ເຂົ້າໄປໃນໂຮງແຮມ ຫລູຫລາແຫ່ງນຶ່ງ
ໃນນະຄອນຫຼວງກາບູລ ແລະກໍລະດົມຍິງເຂົ້າໃສ່ຜູ້ຄົນ.

ທ່ານ Sedig Sediqi ໂຄສົກກະຊວງພາຍໃນອັຟການິສຖານກ່າວ
ວ່າມືປືນໜຸ່ມນ້ອຍທັງ 4 ໄດ້ຖືກຍິງຕາຍ. ນອກນັ້ນທ່ານຍັງໃຫ້ການ
ຢືນຢັນວ່າ ມີພົນລະເຮືອນຕ່າງປະເທດ 4 ຄົນຮວມຢູ່ໃນຈຳນວນຜູ້
ເສຍຊີວິດ.



ທ່ານ Sediqi ເວົ້າວ່າ “ພວກໂຈມຕີໄດ້ຖືກຂ້າຕາຍ ພາຍໃນເວລາ 3 ຊົ່ວໂມງ ໂດຍກຳລັງຮັກ ສາຄວາມປອດໄພ ຂອງອັຟການິສຖານ ແຕ່ບໍ່ເປັນຈັ່ງໂຊກ ມີ 9 ຄົນ ໄດ້ຖືກພວກໂຈມຕີ ຍິງ ຕາຍ 4 ຄົນໃນຈຳນວນນີ້ເປັນຊາວຕ່າງປະເທດ ຜູ້ນຶ່ງຈາກນິວຊີແລນ ຜູ້ນຶ່ງຈາກການາດາ ຜູ້ ນຶ່ງຈາກປາກິສຖານແລະອີກຜູ້ນຶ່ງຈາກອິນເດຍ ສ່ວນອີກ 5 ຄົນນັ້ນເປັນຊາວອັຟການິສຖານ ຊຶ່ງຮວມຢູ່ໃນຈຳນວນພວກທີ່ເສຍຊີວິດນັ້ນ ມີເດັກນ້ອຍ 2 ຄົນ ແລະແມ່ຍິງ 2 ຄົນ ແລະຍັງມີ ອີກ 6 ຄົນ ໄດ້ຮັບບາດເຈັບໃນການໂຈມຕີຄັ້ງນີ້.”

ເຈົ້າໜ້າທີ່ກ່າວວ່າ ພວກມືປືນໄດ້ພາກັນຍ່າງເຂົ້າໄປໃນໂຮງແຮມ Serena ໃນຕອນຫົວແລງ ມື້ນີ້ ແລະລໍຖ້າປະມານ 3 ຊົ່ວໂມງ ກ່ອນຈະເລີ້ມລົງມືໂຈມຕີ. ທັງໝົດແມ່ນກ່າວກັນວ່າມີອາຍຸ ຕ່ຳກວ່າ 18 ປີ.

ພວກຕາລີບານ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີຄັ້ງນີ້ ຊຶ່ງກຸ່ມຫົວຮຸນແຮງດັ່ງ
ກ່າວໃຫ້ຄຳໝັ້ນສັນຍາວ່າ ຈະລົບກວນ ແຜນການເລືອກຕັ້ງປະທານາທິບໍດີອັຟການິສຖານ ຊຶ່ງຈະມີຂຶ້ນໃນວັນທີ 5 ເມສານີ້.

ໃນປີ 2008 ກໍມີການໂຈມຕີສະຫຼະຊີບຢູ່ທີ່ໂຮງແຮມ Serena ຊຶ່ງເຮັດໃຫ້ ມີຜູ້ເສຍຊີວິດຢ່າງ ໜ້ອຍ 6 ຄົນ.

AFGHAN HOTEL ATTACK VOSOT
please wait

No media source currently available

0:00 0:00:38 0:00
XS
SM
MD
LG