ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄນຈີເຣຍ ຫ້າມບໍ່ໃຫ້ ປະທ້ວງ ກ່ຽວກັບ ການລັກພາໂຕ ພວກນັກຮຽນ (ວີດີໂອ)


ບັນດານັກຮຽນຍິງຈຳນວນນຶ່ງ ທີ່ຖືກລັກພາໂຕ ແລະໜີອອກມາໄດ້ ກຳລັງນັ່ງຟັງການປະຊຸມກັບ ລັດຖະບານ ໄນຈີເຣຍ
ບັນດານັກຮຽນຍິງຈຳນວນນຶ່ງ ທີ່ຖືກລັກພາໂຕ ແລະໜີອອກມາໄດ້ ກຳລັງນັ່ງຟັງການປະຊຸມກັບ ລັດຖະບານ ໄນຈີເຣຍ
ຕຳຫລວດໄນຈີເຣຍ ໄດ້ຫ້າມບໍ່ໃຫ້ມີການປະທ້ວງ ຢູ່ໃນເມືອງ
ຫລວງ ທີ່ຮຽກ ຮ້ອງໃຫ້ລັດຖະບານ ໄປຊ່ວຍກູ້ໄພ ເອົາພວກ
ເດັກນັກຮຽນຍິງ 200 ກວ່າຄົນ ທີ່ຖືກລັກພາໂຕໄປ ໂດຍກຸ່ມ
ອິສລາມຫົວຮຸນແຮງ.

ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ການ​ຕັດສິນ​ໃຈ​ດັ່ງກ່າວມີຂຶ້ນກໍ​ເນື່ອງ
ຈາກ​ “​ເຫດຜົນ​ດ້ານ​ຄວາມ​ປອດ​ໄພ​.” ​ເຂົາ​ເຈົ້າ​ກ່າວ​ວ່າ ພວກ​
ປະ​ທ້ວງຢູ່​ໃນ​ນະຄອນ Abuja ອາດ​ຈະ​ຖືກລັກພາ​ໂຕໂດຍອັນ​
ທີ່​ເຂົາເຈົ້າ​ຮ້ອງ​ວ່າ “ກຸ່ມຄົນທີ່ເປັນອັນຕະລາຍ.”

ພວກປະທ້ວງພາກັນປະນາມການເຄື່ອນໄຫວນີ້ ແລະປະຕິຍານ
ທີ່ຈະທ້າທາຍ ການຫ້າມດັ່ງກ່າວ ຢູ່ໃນສານ.
Nigerian Governor Vows to Fight 'Madmen'
please wait

No media source currently available

0:00 0:02:55 0:00

ການປະທ້ວງຢູ່ນະຄອນ Abuja ໄດ້ເກີດຂື້ນຢູ່ເກືອບທຸກມື້ ອັນເປັນພາກສ່ວນ ນຶ່ງຂອງ
ການປຸກລະດົມ ເພື່ອໃຫ້ມີສະຕິກ່ຽວກັບການລັກພາໂຕ ແລະກົດດັນໃຫ້ ລັດຖະບານໄປ
ຊ່ວຍກູ້ໄພເອົາບັນດານັກຮຽນຍິງ.

ພວກນັກຮຽນຍິງ ໄດ້ຖືກລັກພາໂຕໃນກາງເດືອນເມສາຜ່ານມາ ໃນຂະນະທີ່ເຂົາ ເຈົ້າ
ພວມທຳການສອບເສັງຢູ່ໂຮງຮຽນມັດທະຍົມບ້ານ Chibok ທີ່ສອກຫລີກ ຫ່າງໄກໃນ
ລັດ Borno ໃນພາກຕາເວັນອອກສຽງເໜືອຂອງປະເທດ.

ຜູ້ປົກຄອງລັດ Borno ທ່ານ Kashim Shettima ກ່າວວ່າ ເດັກຍິງ 57 ຄົນຜູ້ສາມາດ
ລັກໜີອອກມາໄດ້ຈາກບ່ອນຄຸມຂັງ ຈະຖືກຍົກຍ້າຍໄປເຂົ້າໂຮງຮຽນຢູ່ ນະຄອນ Lagos
ແລະ Abuja ບ່ອນທີ່ເຂົາເຈົ້າຈະເຂົ້າຮຽນຕື່ມ ແລະທຳການ ສອບເສັງຄືນໃໝ່.
NIGERIA SCHOOLGIRLS VO
please wait

No media source currently available

0:00 0:01:16 0:00
XS
SM
MD
LG