ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄນຈີເຣຍເພີ້ມ ການສິ້ງຊອມ ຫລັງຈາກ ມີຄົນເສຍຊີວິດ ຍ້ອນເຊືຶ້ອ ອີໂບລາ (ວີດີໂອ)


CN-Ebola Outbreak Needs Stronger Response, Warn Health Ministers
please wait

No media source currently available

0:00 0:02:55 0:00

ວີດີໂອ: ບັນດາລັດຖະມົນຕີສາທາລະນະສຸກເວົ້າວ່າ ການລະບາດ ຂອງເຊື້ອໄວຣັສອີໂບລາ ຕ້ອງການການຮັບມື ທີ່ແຂງແຮງກ່ວານີ້.

ປະ​ເທດ​ໄນ​ຈີ​ເຣຍ ​ໄດ້​ເພີ້​ມທະວີການ​ເຝົ້າ​ຊອມ​ເບິ່ງ ຢູ່ຕາມ​ດ່ານ
ຕ່າງໆ ແລະ ຊາຍ​ແດນຂອງ​ຕົນ ຫລັງ​ຈາກ​ມີການ​ຢັ້ງ​ຢືນ​ການ
ເສຍ​ຊີວິດ​ລາຍທຳ​ອິດ ຂອງປະ​ເທດ ຍ້ອນ​ເຊື້​ອ​ໂຣກ Ebola.

ລັດຖະມົນຕີ ສາທາລະນະ​ສຸກ ທ່ານ Onyebuchi Chukwu
ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່ ກຳລັງ​ຕິດຕາມ​ເບິ່ງ ​ຢູ່​ເດີ່ນ​ບິນ ​ແລະ
ທ່າ​ເຮືອ​ຕ່າງໆ ​ແລະຊາ​ຍ​ແດນ​ທາງ​ບົກ ພວກ​ຄົນ​ທີ່ເດີນທາງ
ມາ​ເຖິງ ທີ່​ອາດສະ​ແດງ​ຮ່ອງ​ຮອຍ​ຂອງການ​ຕິດ​ເຊື້ອ​ໄວຣັສ Ebola.

ທ່ານ​ໄດ້ຖະ​ແຫລ​ງ​ເຊັ່ນ​ນັ້ນ ໃນ​ວັນ​ສຸກ​ຜ່ານ​ມາ​ ຫລັງ​ຈາກ​ພວກ
ເຈົ້າ​ໜ້າ​ທີ່​ໄດ້​ຢັ້ງ​ຢືນວ່າ ຜູ້​ຊາຍ​ຄົນ​ນຶ່ງທີ່​ໄດ້​ເສຍ​ຊີວິດ ຫລັງ​ຈາກ​ເດີນທາງ​ມາ​ເຖິງ​ເມືອງ Lagos ​ນຳ​ຖ້ຽວບິນ​ຈາກປະ​ເທດ Liberia ໄດ້​ຖືກ​ກວດ​ພົບວ່າ ມີ​ເຊື້ອ Ebola.

ທ່ານ Chukwu ຍັງ​ກ່າວ​ວ່າ ບັນດາ​ຜູ້​ສື​ບສວນ ກຳລັງ​ພາກັນ​ຕິດຕາມ​ຫາຜູ້ ໂດຍສານ​ຄົນ​
ອຶ່ນໆ ທີ່​ໄດ້ເດີນທາງ​ມາ​ນຳ​ຖ້ຽວບິນ ທີ່​ໃຊ້​ເວລາເກືອບ​ສາມ​ຊົ່ວ​ໂມງ​ ຈາກນະຄອນຫລວງ Monrovia ນັ້ນ.

​ໄນ​ຈີ​ເຣຍ ​ໄດ້​ກາຍ​ມາ​ເປັນ​ປະ​ເທດ​ທີ່​ສີ່ ​ໃນອາ​ຟຣິກາ​ຕາ​ເວັນ​ຕົກ ທີ່​ຢັ້ງ​ຢືນ​ວ່າ ມີການລະ
ບາດ​ຂອງ​ເຊື້ອ Ebola​.

WEST AFRICA EBOLA VO
please wait
Embed

No media source currently available

0:00 0:00:37 0:00

ອົງການ​ອະນາ​ໄມ​ໂລກ (WHO) ກ່າວ​ວ່າ ພະຍາດ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດ​ໄປ​ 672ຄົນ​ແລ້ວຢູ່​ໃນ​ຂົງ​ເຂດນັ້ນ.

ຜູ້​ເສຍ​ຊີວິດ​ສ່ວນ​ຫລາຍ​ແມ່ນ​ຢູ່​ໃນ Guinea​. ຢູ່​ໃນ​ລາຍ​ງານທີ່​ໄດ້​ຮັບ​ການ​ດັດ​ແກ້​ຫລ້າ
​ສຸດ​ເມື່ອ​ວັນ​ສຸກ​ທີ່​ຜ່ານ​ມາ​ ອົງການ​ອະນາ​ໄມ​ໂລກ ກ່າວ​ວ່າ 319 ຄົນ​ໄດ້​ເສຍ​ຊີວິດ​ຍ້ອນ​
ເຊື້ອ Ebola ​ໃນ Guinea, 224 ຄົນ​ໄດ້​ເສຍ​ຊີວິດຢູ່​ໃນ Sierra Leon ​ແລະ 129 ຄົນ​ຢູ່ໃນ Liberia.

Africa's Ebola Nightmare (VOA On Assignment July 11, 2014)
please wait

No media source currently available

0:00 0:03:16 0:00

XS
SM
MD
LG