ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ໂຈມຕີສະລະຊີບ ສັງຫານ 7 ຄົນ ທີ່ຈັກຖອນເງິນ ແຫ່ງນຶ່ງ ໃນເມືອງ Azare ​​ປະເທດໄນຈີເຣຍ


ແຜນທີ່ ເມືອງ Azare ປະເທດໄນຈີເຣຍ
ແຜນທີ່ ເມືອງ Azare ປະເທດໄນຈີເຣຍ

ຕຳຫລວດ ​ໄນ​ຈີ​ເຣຍ ກ່າວ​ວ່າ ຜູ້ວາງລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ
​ໄດ້​ສັງຫານ​ຢ່າງ​ໜ້ອຍເຈັດ​ຄົນ ຢູ່​ທີ່​ບ່ອນ​ຖອນເງິນ ATM ​ທາງ​
ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ.

ຕຳຫລວດ​ກ່າວວ່າ ​ເຂົາ​ເຈົ້າ​ເຊື່ອ​ວ່າ​ຜູ້ຍິງທີ່​ວາງ​ລະ​ເບີດສະລະ
​ຊີບ​ຄົນ​ນີ້ ​ໄດ້​ທຳ​ການ​ໂຈມ​ຕີ ​ໃນ​ວັນ​ສຸກວານນີ້ ​ແລະ ​ກ່າວ​ວ່າ
​ເຂົາ​ເຈົ້າ​ໄດ້​ຈັບ​ຜູ້​ຕ້ອງ​ສົງ​ໄສ​ສີ່​ຄົນ.

​ໂຄສົກ​ຕຳ​ຫຼວດ ທ່ານ Muhammad Haruna ກ່າວ​ວ່າ ຢ່າງ​
ໜ້ອຍ 10 ຄົນ​ ໄດ້​ຮັບ​ບາດເຈັບ ຈາກການໂຈມຕີດັ່ງກ່າວ ທີ່​
ໄດ້​ລະ​ເບີດ​ຂື້ນ​ຢູ່ສາຂາ​ນຶ່ງຂອງທະນາຄານ First Bank ຂອງໄນ​ຈີ​ເຣຍ ​ທີ່ເມືອງ Azare
ໃນ​ລັດ Bauchi.

​ກ່ອນໜ້ານັ້ນ ​ກໍມີ​ລາຍ​ງານ​ວ່າ​ ພົນ​ລະ​ເຮືອນຢ່າງ​ໜ້ອຍ 16 ຄົນ ​ແລະ​ ພວກ​ຫົວ​ຮຸນ​ແຮງ​
ຫຼາຍ​ສິບ​ຄົນ ​ໄດ້​ເສຍຊີວິດຢູ່​ໃນ​ຂົງ​ເຂດ​ດຽວກັນ ຫຼັງ​ຈາກເກີດ​ການ​ປະ​ທະ​ກັນ ລະຫວ່າງ
​ພວກ​ທະ​ຫານ ​ແລະ​ກຸ່ມ​ຫົວ​ຮຸນ​ແຮງ Boko Haram.

ພວກທີ່​ເຫັນ​ເຫດການ ກ່າວ​ຕໍ່ ວີ​ໂອ​ເອ ວ່າ ພວກ​ນັກ​ລົບ Boko Haram ​ໄດ້​ບຸກໂຈມຕີ
ເມືອງ Malum Fatori ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ ໂດຍໄດ້ສູ້​ລົບ​ກັນຢ່າງ​ໜັກ ເປັນເວລາ​ດົນ
​ກວ່າ 12 ຊົ່ວ​ໂມງ.

​ທ່ານ Modu Bukara ​ພໍ່ຄ້າ​ຢູ່​ໃນ​ເມືອງດັ່ງກ່າວ ເວົ້າ​ວ່າ ຫລັງ​ຈາກ​ນັ້ນທ່ານ​ໄດ້​ນັບວ່າມີ ຊາວເມືອງ 16 ຄົນ​ໄດ້​ເສຍ​ຊີວິດ. ທ່ານກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ຫລາຍ​ສິບ​ຄົນ​ໄດ້​ຖືກ
​ສັງຫານ​ໃນການ​ສູ້​ລົບ ແລະ​ຈາກ​ການ​ໂຈມ​ຕີ​ທາງ​ອາກາດ.

XS
SM
MD
LG