ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ຜະລິດ​ນ້ຳມັນ ຂອງໄນ​ເຈີ​ເຣຍ ​​ຫລຸດລົງ​ເກືອບ 40 ​ເປີ​ເຊັນ


ຊາຍຄົນນຶ່ງຂາຍນ້ຳມັນຂ້າງທາງ ໃນເມືອງ Kano ປະເທດ Nigeria, 1 ເມສາ, 2016.
ຊາຍຄົນນຶ່ງຂາຍນ້ຳມັນຂ້າງທາງ ໃນເມືອງ Kano ປະເທດ Nigeria, 1 ເມສາ, 2016.

ການ​ຜະລິດ​ນ້ຳມັນຂອງໄນ​ເຈີ​ເຣຍ ​ໄດ້​ຫລຸດລົງ​ເກືອບ 40 ​ເປີ​ເຊັນ ຍ້ອນ​ການ​ໂຈມ​ຕີ​ຂອງ ພວກ​ຫົວ​ຮຸນ​ແຮງໃນ​ພາກໃຕ້​ຂອງ​ປະ​ເທດ ອີງ​ຕາມ​ລັດຖະມົນຕີ​ຊັບພະຍາກອນ​ນ້ຳມັນ​ຂອງປະ​ເທດ ທ່ານ Emmanuel Kachikwu.

ທ່ານ Kachikwu ​ໄດ້​ຖະ​ແຫຼງຕໍ່ສະພາ​ຕ່ຳ ​ໃນ​ວັນ​ຈັນ​ວານ​ນີ້ ວ່າ ການ​ຜະລິດນ້ຳມັນ​ດິບ​ຂອງ​ປະ​ເທດ ​ໄດ້​ຫຼຸດ​ຕ່ຳລົງ​ຈາກ 2 ລ້ານ 2 ​ແສນຖັງ ມາ​ເປັນ 1 ລ້ານ 4 ​ແສນຖັງ ຕໍ່​ວັນ. ທ່ານ​ໄດ້​ກ່າວ​ວ່າ ການ​ສູນ​ເສຍ 800 ພັນຖັງຕໍ່​ວັນ ​ແມ່ນ​ຍ້ອນ​ການ “​ເພີ້​ມທະວີ​ຂອງ​ການ​ໂຈມ​ຕີ ​ແລະ​ການ​ຖືກ​ລົບ​ກວນ​ໃນ​ການ​ຜະລິດ ​ໃນ​ບໍລິ​ເວນ​ປາກ​ແມ່​ນ້ຳ​ໄນ​ເຈີ.”

ໄນ​ເຈີ​ເຣຍ ​ແມ່ນ​ກາງ​ຕໍ່ ​ຜົນ​ຜະລິດນ້ຳ​ມັນດິບ ​ເພື່ອ​ເປັນ​ປັດ​ໄຈ​ຫຼັກ​ຂອງ​ລາຍ​ໄດ້​ຂອງ​ປະ​ເທດ ​ແລະ​ໃນສົນງົບປະມານ​ປີ 2016 ​ແມ່ນປະ​ເມີນວ່າ​ຈະ​ມີ​ການ​ຜະລິດ​ນ້ຳມັນ 2 ລ້ານ 2 ​ແສນ ຖັງ ຕໍ່​ວັນ ​ໃນ​ລາຄາ 38 ​ໂດລ່າ​ຕໍ່​ຖັງ.

ການ​ໂຈມ​ຕີ​ຕໍ່​ໂຄງ​ລ່າງ​ພື້ນຖານ​ຂອງການ​ຜະລິດ​ນ້ຳມັນ ​ແມ່ນ​ມີ​ເພີ້​ມຂຶ້ນ​ນັບ​ມື້ ​ໃນ​ພາກ​ໃຕ້​ຂອງໄນ​ເຈີ​ເຣຍ ບ່ອນ​ທີ່​ກຸ່ມ​ທີ່​ເອີ້ນ​ຕົວ​ເອງ​ວ່າ ພວກ​ແກ້​ແຄ້ນ​ໃນ​ເຂດ​ປາກ​ແມ່​ນ້ຳ​ໄນ​ເຈີ ຫຼື Niger Delta Avengers ທີ່​ໄດ້​ທຳ​ການ​ທຳລາຍ​ບ່ອນ​ຂຸດ​ນ້ຳມັນທັງຫຼາຍ. ກຸ່ມ​ດັ່ງກ່າວ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ແບ່ງ​ປັນ​ຜົນ​ກຳ​ໄລຈາ​ກການ​ຂາຍ​ນ້ຳມັນ​ໃຫ້​ແກ່​ບັນດາ​ປະຊາຊົນ​ພົນ ລະ ເຮືອນ​ທີ່ຢູ່​ໃນ​ຂົງ​ເຂດ ​ແລະ​ປະຕິຍານ​ຕົນ​ວ່າ ຈະ​ທຳລາຍເສດຖະກິດ​ຂອງໄນ​ຈີ​ເຣຍ.

ນອກ​ນັ້ນ ​ເຂດ​ສາມຫລ່ຽມ​ປາກ​ແມ່​ນ້ຳ​ໄນ​ເຈີ ​ທີ່​ໄດ້​ເຫັນ​ຟອງ​ຂອງ​ຄວາມ​ຮຸນ​ແຮງ ໃນ​ຮອບ​ທົດ​ສະ​ວັດ​ຜ່ານ​ມາ​ນີ້ ເວລາ​ພວກ​ກະບົດ​ໂຈມ​ຕີ​ທໍ່​ນ້ຳມັນ​ແລະ​ລັກ​ພາ​ຕົວ​ພວກ​ພະນັກງານ. ຄວາມ​ຮຸນ​ແຮງ​ທີ່​ວ່າ​ນີ້ ​ແມ່ນ​ຄ່ອຍໆ​ຫລຸດ​ລົງ​ໃນ​ປີ 2009 ​ເວລາ​ລັດຖະບານ​ປະກາດ​ໂຄງ ການໃຫ້​ອະໄພ​ຍະ​ໂທດ ທີ່​ຈະ​ຈ່າຍ​ເງິນ​ຊົດ​ເຊີຍ​ໃຫ້​ພວກຫົວ​ຮຸນ​ແຮງນັ້ນ.

ທ່ານ Kachikwu ​ໄດ້​ກ່າວວ່າ ລັດຖະບານ​ຈະ​ຍ້ອນ​ກັບ​ໄປ​ເບິ່ງການ​ໃຫ້​ອະ​ໄພ​ຍະ​ໂທດເທື່ອ​ແລ້ວ ​ແລະ​ພິຈາລະນາ​ວ່າ ເປັນ​ຫຍັງການ​ໂຈມ​ຕີ​ຂອງ​ພວກ​ຫົວ​ຮຸນ​ແຮງ ຈຶ່ງເພີ້​ມທະວີ ຂຶ້ນ​. ທ່ານ​ຍັງໄດ້​ກ່າວ​ອີກ​ວ່າ ​ໄນ​ເຈີ​ເຣຍ ຈຳ​ເປັນ​ຕ້ອງ​ໄດ້​ລົງ​ທຶນ​ຫຼາຍ​ກວ່າ​ນີ້ ​ໃນ​ໂຄງ​ລ່າງ​ພື້ນຖານ ຊຶ່ງ​ຮວມທັງ​ການ​ສ້ອມ​ແປງ​ທໍ່​ນ້ຳມັນ​ຕ່າງໆ ​ແລະຖົມ​ທໍ່​ສົ່ງ​ເຫລົ່ານີ້​ໃນ​ລະດັບ​ທີ່​ເໝາະ​ສົມ.

ກະລຸນາອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ

XS
SM
MD
LG