ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄນຈີເຣຍ ປະກາດຫລຸດ ລາຄານໍ້າມັນ ເພື່ອລະງັບ ການນັດຢຸດງານປະທ້ວງ (ເບິ່ງວີດີໂອກັບສະໄລດ໌)


ພວກປະທ້ວງ ຊຸມນຸມກັນທີ່ ຖະໜົນແຫ່ງນຶ່ງ ນອກນະຄອນຫລວງ Abuja,
ວັນທີ 9, ມັງກອນ 2012.
ພວກປະທ້ວງ ຊຸມນຸມກັນທີ່ ຖະໜົນແຫ່ງນຶ່ງ ນອກນະຄອນຫລວງ Abuja, ວັນທີ 9, ມັງກອນ 2012.

ປະທານາທິບໍດີ ​ໄນຈີ​ເຣຍ ທ່ານ Goodluck Jonathan ​ໄດ້​ອອກ​ມາປະກາດ​ວ່າ ລັຖບານ​
ຈະ​ຕັດ​ລາຄາ​ນໍ້າມັນລົງ ຫລັງ​ຈາກ​ທີ່​ມີ​ການ​ນັດ​ຢຸດ​ງານປະ​ທ້ວງ​ທົ່ວ​ປະ​ເທດມາ​ເປັນ​ເວລາ​ນຶ່ງ
ອາທິດ ​ເພາະລາຄານໍ້າມັນ​ໄດ້ແພງສູງເກີນ​ໄປ.

ທ່ານ Jonathan ກ່າວ​ຜ່ານ​ທາງ​ໂທລະ​ພາບ​ໃນ​ວັນ​ຈັນມື້​ນີ້ວ່າ “ຕໍ່ໜ້າ​ສະພາ​ບການ​ທີ່​ວ່າ
ປະຊາຊົນ​ໄນຈີ​ເຣຍ​ພາກັນໄດ້​ຮັບ​ຄວາມ​ຍາກ​ລໍາບາກ​ໃນ​ເວລາ​ນີ້” ​ລາຄາ​ນໍ້າ​ມັນ​ຈະ​ລຸດລົງ​ມາ
ປະມານ 60 ​ເຊັນ​ຕໍ່​ນຶ່ງ​ລິດ ຊຶ່ງ​ເປັນ​ການ​ຕັດ​ລົງ​ມາ​ປະມານ 35 ​ເປີ​ເຊັນ ​ແຕ່​ລາຄາ​ນໍ້າມັນກໍ​
ຍັງ​ແພງ​ກວ່າ 45 ​ເຊັນຕໍ່​ລິດ ທີ່​ຊາວ ​ໄນຈີ​ເຣຍ​ເຄີຍ​ຊື້ກ່ອນ​ໜ້າລັດຖະບານຢຸດໃຫ້ການ​ຊ່ວຍ
ເຫລືອເກື້ອ​ກຸນ​ລາຄາ​ນໍ້າມັນໃນ​ມື້​ຂຶ້ນປີ​ໃໝ່.

ປະທານາທິບໍດີ​ກ່າວຕື່​ມອີກ​ວ່າ ການ​ປະ​ທ້ວງ​ໄດ້​ຖືກສວຍ​ໂອກາດ ​ໂດຍພວກ​ທີ່ພະຍາຍາ​ມ
ສົ່ງ​ເສີມໃຫ້​ມີ​ການ​ຂັດ​ແຍ້​ງ ​ສ້າງ​ຄວາມວຸ້ນວາຍ ແລະຄວາມ​ບໍ່​ປອດໄພ.

ໄດ້​ມີ​ການ​ສົ່ງ​ທະຫານ​ອອກ​ປະ​ຈໍາ​ການ​ຢູ່​ຕາມ​ບ່ອນ​ຕ່າງໆ​ ທີ່​ໄດ້​ມີ​ການ​ໂຮມ​ຊຸມນຸມ​
ປະ​ທ້ວງ ​ໃນ​ໄລຍະ​ສອງ​ອາທິດ​ຜ່ານ​ມາ ​ໂຮມ​ທັງ​ໃນ​ນະຄອນ​ພານິດ ​Lagos ທີ່​ມີ​ພວກ​
ປະ​ທ້ວງ​ຫລາຍນ້ອຍ​ຄົນ​ໄປ​ຊຸມນຸມ​ກັນ​ຢູ່. ພວກ​ທະຫານ​ຍັງ​ໄດ້​ຈັດ​ຕັ້ງ​ສິ່ງ​ກີດຂວາງ​ຂຶ້ນ​
ຕັນຖະໜົນ​ຫລາຍໆ​ສາຍ​ໃນ​ເມືອງ​ດັ່ງກ່າວ ​ແລະ​ກວດ​ຄົ້ນ​ລົດ​ຢູ່​ຕາມ​ດ່ານຕັນ​ຫົນທາງນັ້ນ.

ກ່ອນໜ້າ​ນີ້ ພວກ​ຜູ້​ນໍາກໍາມະບານໄດ້​ປະຕິຍານວ່​າ ​ເຂົາ​ເຈົ້າ​ຈະ​ສືບ​ຕໍ່​ການນັດ​ຢຸດ​ງານ​
ປະ​ທ້ວງໃນ​ວັນ​ຈັນນີ້ ຫລັງ​ຈາກໄດ້​ທໍາ​ການ​ເຈ​ລະ​ຈາ​ກັນ​ກັບ ທ່ານ Jonathan ໃນ​ຕອນ
ເດິກວັນ​ອາ​ທິດວານ​ນີ້ ​ແຕ່ໄດ້​ກ່າວ​ໃນ​ເວລາ​ຕໍ່​ມາ​ວ່າ ພວກເຂົາ​ເຈົ້າ​ໄດ້​ລົບ​ລ້າງ​ການ​ປະ​ທ້ວງ​
ຍ້ອນຄວາ​ມ​ເປັນ​ຫ່ວງ​ທາງ​ດ້ານ​ຄວາ​ມປອດ​ໄພ.

XS
SM
MD
LG