ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

20 ຄົນ ເສຍຊີວິດ ໃນການໂຈມຕີ ທີ່ຕະຫຼາດ ໃນໄນຈີເຣຍ


ແຜນທີ່ປະເທດໄນຈິເຣຍ.
ແຜນທີ່ປະເທດໄນຈິເຣຍ.

ພວກ​ທີ່​ເຫັນ​ເຫດການ​ເກີດ​ຂຶ້ນ​ໃນ​ໄນ​ຈີ​ເຣຍ ກ່າວ​ວ່າ ການ​ສູ້​ລົບ​ກັນ​ລະຫວ່າງ​ພວກ​ທະຫານ​ລັດຖະບານ​ແລະ​ພວກ​ກະບົດ​ມຸສລິ​ມ​ໃນ​ຕະຫຼາດ​ແຫ່ງ​ນຶ່ງ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ​ໄດ້​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ​ຢ່າງ​ໜ້ອຍ 20 ຄົນ.

ປະຊາຊົນແລະ​ພວກ​ເຈົ້າ​ໜ້າ​ທີ່​ການ​ແພດ​ໃນ​ເມືອງ Maiduguri ກ່າວ​ວ່າ​ ພວກ​ທີ່​ຕາຍທີ່​ເຂົາ​ເຈົ້າ​ຢັ້ງຢືນ​ໄດ້​ວ່າ ສ່ວນ​ຫລາຍ​ເປັນ​ພວກ​ພົນລະ​ເຮືອນ ​ໄດ້​ເສຍ​ຊີວິດ​ເວລາ​ການ​ສູ້​ລົບ​ກັນ​ໄດ້​ລະ​ເບີດ​ຂຶ້ນ​ໃນ​ວັນ​ຈັນ​ວານ​ນີ້​ໃນ​ຕະຫຼາດ Baga ທີ່​ຜູ້​ຄົນ​ນິຍົມ​ກັນ​ໄປ​ນັ້ນ.

ພວກ​ເຈົ້າ​ໜ້າ​ທີ່​ກອງທັບ​ໄດ້​ຢືນຢັນ​ວ່າ​ມີ​ການ​ສູ້​ລົບ​ກັນ ​ແຕ່​ປະຕິ​ເສດ​ວ່າ​ບໍ່ມີພົນລະ​ເຮືອນຄົນ​ໃດໆ​ເສຍ​ຊີວິດແລະ​ເວົ້າ​ຕື່ມ​ວ່າ ພວກ​ກໍາລັງ​ຮັກສາ​ຄວາມ​ສະຫງົບ​ຂອງ​ລັດຖະບານ​ໄດ້​ເຂັ່ນຂ້າ​ພວກ​ກະບົດ​ຕາຍ​ໄປ 8 ຄົນ ​ແລະ​ໄດ້​ທໍາລາຍ​ລະ​ເບີດ​ຫລາຍ​ລູກ ​ທີ່​ພວກ​ກະບົດ​ຫ້າງ​ໄວ້​ ດ້ວຍ​ຄວາ​ມປອດ​ໄພ.

ເຊື່ອ​ກັນ​ວ່າ ພວກ​ກະບົດ​ເຫຼົ່ານີ້​ແມ່ນ​ມາ​ຈາກ​ກຸ່ມ Boko Haram ທີ່​ໄດ້​ທໍາ​ການ​ໂຈມ​ຕີ​ມາ​ຫລາຍ​ສິບ​ຄັ້ງ​ໃນ​ທົ່ວ​ພາກ​ເໜືອ​ຂອງ​ໄນ​ຈີ​ເຣຍ​ໃນ​ຊ່ວງປີຜ່ານມາ ​ແລະມີ​ປະຊາຊົນ​ຫລາຍ​ຮ້ອຍ​ຄົນ​ເສຍ​ຊີວິດ​ໃນ​ການ​ໂຈມ​ຕີ​ເຫລົ່າ​ນັ້ນ.

ກຸ່ມ​ກະບົດ​ຈຸນີ້ກໍາລັງ​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ສ້າງ​ຕັ້ງ​ກົດໝາຍ​ສາສະໜາ Sharia ທີ່​ເຂັ້ມ​ງວດ​ຂຶ້ນ​ໃນ​ພາກ​ເໜືອ​ຂອງ​ໄນ​ຈີ​ເຣຍນັ້ນ. ປະ​ເທດ​ໄນ​ຈີ​ເຣຍຖືກ​ແບ່ງກັນ​ເກືອບ​ເຄິ່ງຕໍ່ເຄິ່ງ​ເປັນ​ສອງ​ພາກ​ລະຫວ່າງ​ພາກ​ເໜືອ ​ຊຶ່ງ​ປະຊາຊົນ​ສ່ວນ​ຫລາຍ​ຖື​ສາສະໜາ​ອິສລາມ ​ແລະ​ພາກ​ໃຕ້​ສ່ວນ​ຫລາຍ​ຖື​ສາສະໜາ​ຄຣິສ.

XS
SM
MD
LG