ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈຳນວນຄົນເສຍຊີວິດ ໃນເຫດຢຽບກັນຕາຍ ທີ່ໄນຈີເຣຍ ເພີ້ມຂຶ້ນເປັນ 16 ຄົນ (ວີດີໂອ)


ພວກຊອກວຽກການເຮັດ ພາກັນປີນຂ້າມຮົ້ວ ເຂົ້າໄປໃນເດິ່ນກິລາ ເພື່ອເຂົ້າໄປສະມັກງານກັບລັດຖະບານ ໃນນະຄອນຫລວງ Abuja , ວັນທີ 15
ມີນາ, 2014.
ພວກຊອກວຽກການເຮັດ ພາກັນປີນຂ້າມຮົ້ວ ເຂົ້າໄປໃນເດິ່ນກິລາ ເພື່ອເຂົ້າໄປສະມັກງານກັບລັດຖະບານ ໃນນະຄອນຫລວງ Abuja , ວັນທີ 15 ມີນາ, 2014.
ບັນດາ​ເຈົ້າ​ໜ້າ​ທີ່​ໄນ​ຈີ​ເຣຍ ກ່າວ​ວ່າ ຢ່າງ​ໜ້ອຍ ປະຊາຊົນ
16 ຄົນ​ໄດ້​ເສຍ​ຊີວິດໄປ​ໃນ​ການ​ຢຽບ​ກັນ​ຕາຍ ​ເວລາ​ປະຊາ
ຊົນ​ຈຳນວນ 5 ​ແສນ​ຄົນ ​ໄດ້​ຖືກ​ເຊີນໃຫ້​ໄປສະ​ໝັກ​ເຂົ້າເຮັດ
​ວຽກ ​ໃນ​ຕຳ​ແໜ່​ງບໍ່​ຮອດ 5 ພັນ​ໜ້າ​ວຽກ ​ກັບ​ລັດຖະບານ​ນັ້ນ.

ລັດຖະມົນຕີ​ກະຊວງ​ພາຍ​ໃນ Abba Moro ກ່າວ​ວ່າ ການ
​ເສຍ​ຊີວິ​ດ​ໄດ້ເກີດ​ຂຶ້ນ​ໃນ​ສະຖານ​ທີ່ 5 ​ແຫ່ງ​ໃນ​ທົ່ວ​ປະ​ເທດ
​ໃນ​ວັນ​ເສົາ​ມື້ກ່ອນ​ນີ້ ​ແລະ​ທ່ານ​ກ່າວ​ຕື່ມ​ວ່າ​ເຂົາ​ເຈົ້າ “ເສຍ
​ຊີ
ວິດ​ ຍ້ອນການ​ຂາດ​ຄວາມ​ອົດທົນຂອງ​ເຂົາ​ເຈົ້າ​ເອງ​.”

ບັນດາ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ກະຊວງ​ພາຍ​ໃນ ​ໄດ້ຈົດທະ​ບຽນ
​ປະຊາຊົນ​ ຫຼາຍ​ກວ່າ 5 ​ແສນ​ຄົນ ​ເພື່ອ​ມາ​ສອບ​ເສ​ງ​ເຂົ້າ​ເຮັດ​ວຽກ ​ໃນ​ຕຳ​ແໜ່​ງທີ່
​ຫວ່າງ​ເປົ່າ 4.556 ຕຳແໜ່ງຢູ່ພະແນກກວດຄົນເຂົ້າເມືອງຂອງໄນຈີເຣຍ.

ມີອັດຕາຫວ່າງງານໃນລະດັບສູງໃນໄນຈີເຣຍ ໂດຍສະເພາະໃນບັນດາພວກຊາວ
ໜຸ່ມ. ໃນປີ 2011 ອັດຕາຫວ່າງງານແມ່ນ ຢູ່ໃນລະດັບ 23.9 ເປີເຊັນ.

Nigeria Stampede
please wait
Embed

No media source currently available

0:00 0:00:56 0:00

ໃນການເຄື່ອນໄຫວອີກອັນນຶ່ງ ບັນດາເຈົ້າໜ້າທີ່ໄນຈີເຣຍ ກ່າວວ່າ ພວກມືປືນຈຸນຶ່ງໄດ້
ສັງຫານຜູ້ຄົນຈຳນວນຫຼາຍກວ່າ 100 ຄົນໃນການໂຈມຕີຫຼາຍບັ້ນໃນ 3 ໝູ່ບ້ານໃນລັດ
Kaduna ທາງພາກກາງຂອງປະເທດ ຊຶ່ງເປັນຂົງເຂດທີ່ ການຂັດແຍ້ງກັນເລື້ອງທີ່ດິນ
ສາສະໜາ ແລະເຜົ່າພັນ ມັກເກີດຂຶ້ນ ແລະກາຍເປັນຄວາມຮຸນແຮງນັ້ນ.

ຕຳຫຼວດຢັນຢືນວ່າ ພວກຊົນ​ເຜົ່າລ້ຽງສັດ Fulani ປະມານ 40 ຄົນ ທີ່ຖືອາວຸດປືນ
ແລະ ມີດພ້າ ໄດ້ທຳການໂຈມຕີໃນແລງວັນສຸກແລະເຊົ້າວັນເສົາຜ່ານມານີ້ ໃນພວກ
ໝູ່ບ້ານ Angwan Sankwai, Angwan Gata ແລະ Chenshyi.

ສະມາຊິກສະພາ ລັດ Kaduna ທ່ານ​ນຶ່ງ ກ່າວວ່າ ພວກທີ່ໄດ້ຮັບເຄາະບາງ​ຄົນ
“ໄດ້ຖືກ ຍິງຕາຍແລະເຜົາຢູ່ໃນບ້ານເຮືອນຂອງເຂົາເຈົ້າ ໃນຂະນະທີ່
ພວກຄົນອື່ນໆ ຖືກພ້າຟັນ.”
XS
SM
MD
LG