ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອະດີດນາຍພົນ Buhari ຖືກເລືອກ ເປັນປະທານາທິບໍດີ ຄົນໃໝ່ ຂອງໄນຈີເຣຍ


ປະທານາທິບໍດີ ​ໄນ​ຈີ​ເຣຍ ທີ່ຫາ​ກໍ່​ຖືກ​ເລືອກ ທ່ານ Muham-
madu Buhari ກ່າວວ່າ ​ປະ​ເທດ​ຂອງ​ທ່ານ ແມ່ນ “ອ້າແຂນ
ຮັບເອົາ​ປະຊາທິປະໄຕ" ​ແລະ​ປະປ່ອຍໃຫ້ການປົກຄອງແບບ​
ພັກ​ດຽວນັ້ນ ໄວ້ຢູ່​ເບື້ອງຫລັງ.

ທ່ານ Buhari ກ່າວໃນ​ວັນ​ພຸດ​ມື້​ນີ້ ທີ່​ນະ​ຄອນຫລວງ Abuja
ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ​ຫຼັງ​ຈາກຄະນະ​ກຳມາທິການ​ເລືອກ​ຕັ້ງ
ປະກາດ​ວ່າທ່ານເປັນ​ຜູ້​ຊະນະ​ໃນການ​ປ່ອນ​ບັດ​ເລືອກ​ຕັ້ງ​ປະ
ທານາທິບໍດີໂດຍໄດ້ຊະນະ​ປະທານາທິບໍດີຄົນ​ປັດຈຸບັນທ່ານ
Gooduck Jonathan ດ້ວຍ​ຄະ​ແນນຫລາຍ 2 ລ້ານສຽງ.

ທ່ານ Buhari ຮ້ອງ​ທ່ານ Jonathan ວ່າ “​ເປັນ​ຄູ່​ແຂ່ງ​ທີ່​ດີ” ​ແລະ​ກ່າວ​ວ່າ ທ່ານຂໍ​ຍື່ນ​ມື
“ດ້ວຍຄວາມເປັນ​ມິດຕະພາບ​ອັນ​ດີ” ​ໄປຍັງປະທານາທິບໍດີທີ່​ກຳ ລັງຈະພົ້ນຈາກ​ຕຳ
​ແໜ່​ງ​ໄປ.

ພັກ​ປະຊາຊົນ​ປະຊາທິປະ​ໄຕ ຂອງ​ປະທານາທິບໍດີ Jonathan ​ໄດ້​ປົກຄອງ​ໄນ​ຈີ​ເຣຍມາ
​ແຕ່​ປີ 1999.

ທ່ານ Buhari ​ຈາກ​ພັກ ຮວມທຸກກຸ່ມຫົວ​ກ້າວໜ້າ​ ຫລື All Progessives Congress
ຈະ​ເຂົ້າ​ຮັບ​ຕຳແໜ່​ງ​ໃນ​ວັນ​ທີ 9 ​ເດືອນ​ພຶດສະພາຈະ​ມາ​ເຖິງ​ນີ້.

ປະທານຄະນະ​ກຳມາທິການ​ເລືອກ​ຕັ້ງໄນ​ຈີ​ເຣຍ ທ່ານ Attahiru Jega ໄດ້ປະ ກາດ​ໃນ
​ຕອນ​ເຊົ້າ​ວັນ​ພຸດ​ມື້​ນີ້​ວ່າ ທ່ານ Buhari ​ໄດ້ຮັບໄຊຊະນະໃນ​ການ​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງ
​ການ​ ​ໂດຍໄດ້​ຮັບ​ຄະ​ແນນ​ 15 ລ້ານ 4 ​ແສນ​ສຽງ ກາຍ ທ່ານ Jonathan ທີ່​ໄດ້​ຮັບ 12
ລ້ານ 9 ​ແສນສຽງ.

​ໃນ​ຕອນ​ແລງ​ວັນ​ອັງຄານວານນີ້ ​ເວລາ​ຜົນ​ການ​ເລືອກ​ຕັ້ງ​ໄດ້​ປາກົດອອກ​ມາໃຫ້ ເຫັນຢ່າງ
ຈະແຈ້ງ​ນັ້ນ ທ່ານ Jonathan ​ໄດ້​ຮັບ​ເອົາ​ການ​ພ່າຍ​ແພ້​ດັ່ງກ່າວດ້ວຍ ການກ່າວ​ຂອບ​ໃຈ

​ປະຊາຊົນຊາວ​ໄນ​ຈີ​ເຣຍທັງ​ໝົດ ທີ່​ທ່ານໄດ້​ມີ​ໂອກາດ​ນຳພາ​ເຂົາ​ເຈົ້ານັ້ນ.

ປະ​ທາ​ນາ​ທິບໍດີທີ່​ກຳລັງຈະ​ພົ້ນຈາກ​ຕຳ​ແໜ່​ງກ່າວ​ວ່າ ທ່າ​ນ​ໄດ້​ຮັກສາ​ຄຳ​ໝັ້ນ​ສັນ ຍາ​ຂອງ​
ທ່ານ ໃນການຈັດໃຫ້ມີ​ການ​ເລືອກ​ຕັ້ງ​ທີ່​ເສລີ​ແລະ​ທ່ຽງ​ທຳ. ທ່ານ​ໄດ້​ຮຽກ ຮ້ອງ​ໃຫ້ທຸກໆຄົນ
​ທີ່​ບໍ່​ຍອມຮັບເອົາຜົນຂອງ​ການ​ເລືອກ​ຕັ້ງນັ້ນ ​ໃຫ້​ປະຕິບັດຕາມ ຂະບວນການທາງກົດ
ໝາຍ ​ພາຍ​ໃຕ້​ລັດຖະທຳ​ມະນູນ ​ແລະ​ກົດໝາຍ​ເລືອກ​ຕັ້ງ​. ທ່ານ Jonathan ກ່າວ​ວ່າ ບໍ່​ມີ
​ຄວາມ​ກະຕືລື​ລົ້ນ​ໃດໆ ທີ່​ມີ​ຄຸນ​ຄ່າ​ເທົ່າ​ກັບ​ຢົດ​ເລືອດ​ຂອງ​ຊາວ​ໄນ​ຈີ​ເຣຍຄົນໃດ​ຄົນ​ນຶ່ງ.

Buhari: Nigeria Has ‘Embraced Democracy’
please wait

No media source currently available

0:00 0:02:19 0:00

ປະທານາທິບໍດີ​ທີ່​ໄດ້ຮັບເລືອກໃໝ່ ທ່ານ Buhari ອາຍຸ 72 ປີ ​ແລະ​ເຄີຍເປັນ​ຜູ້​ປົກຄອງ
ປະເທດຂອງ​ທະຫານໄນຈີເຣຍມາກ່ອນ ​ເປັນ​ເວລາ 20 ​ເດືອນ ຫລັງ​ຈາກ​ພວກ​ນາຍ
​ທະຫານ​ໄດ້​ຍຶດອຳນາດ​ດ້ວຍການເຮັດລັດຖະປະຫານ ​ໃນ​ເດືອນ​ທັນວາ​ປີ 1983.

ທ່ານ​ໄດ້​ຖືກ​ໂຄ່ນ​ລົ້ມ​ຈາກ ດ້ວຍການ​ເຮັດ​ລັດຖະປະຫານ ຂອງ​ທະຫານ​ອີກຈຸນຶ່ງ ​ແຕ່​ໄດ້​
ສະ​ມັກເປັນປະທານາທິບໍດີ​ເຖິງ​ສີ່​ເທຶ່ອ ນັບ​ຕັ້ງ​ແຕ່ໄດ້ມີການຟື້ນຟູປະຊາ​ທິປະ​ໄຕ ຢູ່
ໄນ​ຈີ​ເຣຍ ​ໃນ​ປີ 1999.

Nigerians Welcome Buhari's Return to Power
please wait

No media source currently available

0:00 0:03:00 0:00

XS
SM
MD
LG