ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໂຣກໂປລີໂອ ກັບຄືນມາ ລະບາດອີກ ຢູ່ ໄນຈີເຣຍ


ການສັກຢາປ້ອງກັນໂຣກໂປລີໂອ ໃນປະ​ເທດ​ໄນຈີເຣຍ
ການສັກຢາປ້ອງກັນໂຣກໂປລີໂອ ໃນປະ​ເທດ​ໄນຈີເຣຍ

ປະ​ເທດ​ໄນຈີເຣຍ ມີໝາຍກຳໜົດວ່າຈະສະຫຼອງວັນຄົບຮອບ 2 ປີ ຂອງການປອດຈາກ ໂຣກ ເປ້ຍລ່ອຍ ຫຼື ໂປລີໂອ ຕອນທີ່ລັດຖະບານໄດ້ລາຍງານໃນສັບປະດາແລ້ວນີ້ ວ່າ ມີເດັກນ້ອຍ 2 ຄົນ ເປັນອຳມະພາດຍ້ອນໂຣກທີ່ວ່ານີ້. ປະເທດດັ່ງກ່າວ ໄດ້ວາງໂຄງການໄວ້ ວ່າຈະສັກ ຢາກັນໂຣກໂປລີໂອ ຂຶ້ນໃນ​ໄວໆ​ນີ້ ນັກຂ່າວ VOA Carol Pearson ມີລາຍງານກ່ຽວກັບ ການທ້າທາຍຕ່າງໆໃນໄນຈີເຣຍແລະປະເທດອື່ນໆທີ່ປະເຊີນໜ້າກັບການກຳຈັດ ໃຫ້ໂຣກ ດັ່ງກ່າວໝົດສິ້ນໄປ ຊຶ່ງວັນນະ​ສອນ ຈະ​ນຳ​ລາຍລະອຽດ​ຂອງເລື້ອງນີ້ ມາສະ​ເຫນີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.​

ເຊື້ອໂຣກໂປລີໂອ ຫຼື​ໂຣກ​ເປ້ຍ​ລ່ອຍ ໄດ້ລະບາດ ໄນຈີເຣຍ ອີກຄັ້ງນຶ່ງ. ໄນຈີເຣຍ ເປັນ ປະເທດຫຼ້າສຸດ ໃນອາຟຣິກາ ທີ່ໂຣກເປ້ຍລ່ອຍນີ້ ຍັງມີຢູ່.

ປັດຈຸບັນນີ້ ໃນພາກເໜືອ ເດັກນ້ອຍ 2 ຄົນ ເປັນອຳມະພາດຕະຫຼອດຊີວິດ.

ພາກເໜືອ ແມ່ນບ່ອນທີ່ກຸ່ມຫົວຮຸນແຮງ Boko Haram ໄດ້ເຮັດໃຫ້ການເຜີຍແພ່ ເລື້ອງ ການສັກປ້ອງກັນນີ້ ເປັນອັນຕະລາຍ.

ດຣ. Muhammad Ali Pate ທີ່ໄດ້ຊ່ອຍສ້າງຄວາມເຊື່ອຖືກັບພວກຜູ້ນຳຊົນເຜົ່າຂຶ້ນມາ. ທ່ານ ກຳລັງສືບຕໍ່ ເຮັດວຽກນີ້ ເພື່ອຍຸຕິ ໂຣກ​ເປ້ຍ​ລ່ອຍ ຢູ່ໃນປະເທດທີ່ເປັນບ້ານເກີດ ເມືອງນອນຂອງທ່ານ.

ດຣ. Muhammad Ali Pate ຈາກມະຫາວິທະຍາໄລ Duke ກ່າວວ່າ “ຄວາມເຊື່ອທີ່ວ່ານີ້ ພວກເຮົາໄດ້ຮັກສາມັນໄວ້. ດ້ວຍຄວາມຊ່ອຍເຫຼືອຂອງມູນນິທິ Bill ແລະ Melinda Gates ມູນນິທິ Chigari ຈຶ່ງຍັງສືບຕໍ່ປະສານງານ ໂດຍຜ່ານພວກຜູ້ນຳດັ້ງເດີມ ທາງ ພາກເໜືອ ກ່ຽວກັບການສຸຂະນາໄມພື້ນຖານ ແລະການຕັດຮາກຖອນໂຄນໂຣກ​ເປ້ຍ​ລ່ອຍ ແລະມັນກໍຍັງຈະດຳເນີນສືບຕໍ່ໄປຢູ່.”

ຄູ່ຮ່ວມງານຂອງໄນຈີເຣຍໃນການຕັດຮາກຖອນໂຄນໂຣກໂປລີໂອ ໄດ້ກັບຄືນມາເປັນສອງ ເທົ່າໃນການເພີ້ມການສະໜັບສະໜຸນ ເພື່ອຊ່ອຍໃຫ້ໄນຈີເຣຍ ດັບສູນໂຣກ​ເປ້ຍ​ລ່ອຍ.

ທ່ານ John Vertefeuille ຈາກສູນກາງຄວບຄຸມພະຍາດຂອງສະຫະລັດ ໄດ້ກ່າວຜ່ານທາງ Skype ວ່າ. “ການປ່ຽນແປງທີ່ໄດ້ເຮັດມາ ໃນຮອບສອງສາມ ປີຫຼັງນີ້ໃນໂຄງການໂຣກ ເປ້ຍລ່ອຍ ໃນໄນຈີເຣຍ ໄດ້ເກີດຜົນຂຶ້ນແບບວຽກງານມືອາຊີບ ທີ່ສາມາດຕອບສະໜອງ.”

ເຖິງແມ່ນ ໄນຈີເຣຍ ຍັງຈະປະສົບກັບບັນຫານີ້ຢູ່ກໍຕາມ ແຕ່ໂລກຂອງເຮົາກໍແມ່ນພວມ ຈະກຳຈັດ​ ໂຣກເປ້ຍລ່ອຍນີ້ໃຫ້ສິ້ນຊາກໄປໄດ້ແລ້ວ. ຕົກມາເຖິງປະຈຸບັນນີ້ ມີລາຍງານ ມີພຽງແຕ່ 23 ກໍລະນີເທົ່ານັ້ນ ທີ່ມີຜູ້ເປັນໂຣກເປ້ຍລ່ອຍ ໃນປີ 2016. ໃນກາລະຄັ້ງນຶ່ງ ປະມານ 70 ປີ ກ່ອນ ໂປລີໂອ ອາດສັງຫານ ຫຼື ເຮັດໃຫ້ຜູ້ຄົນເປ້ຍລ່ອຍໄປ 5 ແສນ ຄົນ ຕໍ່ປີ. ມີພຽງແຕ່ 2 ປະເທດ ນອກເໜືອໄປຈາກນີ້ເທົ່ານັ້ນ ທີ່ລາຍງານວ່າມີໂປລີໂອ ຄື ປາກິສຖານ ແລະອັຟຣິການິສຖານ. ທ່ານ Pate ກ່າວວ່າ ຄວາມພະຍາຍາມ ທີ່ຈະເຮັດໃຫ້ ໂປລີໂອ ສິ້ນຊາກໄປ ແມ່ນເປັນຕົວຢ່າງໃຫ້ແກ່ອັນທີ່ພາຄີຂອງໂລກຈະສາມາດສຳເຣັດໄດ້ຢ່າງແທ້ຈິງ.

ອ່ານຂ່າວເພີ່ມຕື່ມເປັນພາສາອັງກິດ

XS
SM
MD
LG