ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫຼາຍຄົນ ເສຍຊີວິດ ໃນເຫດ ລົດຂົນແກັສລະເບີດ ຢູ່ໄນຈີເຣຍ


ແຜນທີ່ໄນຈີເຣຍ
ແຜນທີ່ໄນຈີເຣຍ

ໄຟ​ໄໝ້ລົດ​ບັນທຸກ​ແກັສ​ຢູ່​ໄນ​ຈີ​ເຣຍ​ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ເປັນ​
ຈຳນວນ​ຫຼວງຫຼາຍ ແລະ​ບາດ​ເຈັບ​ອີກ​ຈຳນວນ​ນຶ່ງ.

ລາຍ​ງານ​ຂ່າວ​ບາງ​ກະ​ແສ ແຈ້ງໃຫ້ຊາບວ່າ ມີ​ຜູ້​ເສຍ​ຊີວິດຫຼາຍ​
ກວ່າ 100 ຄົນໃນ​ຂະນະ​ທີ່​ບາງ​ກະ​ແສເວົ້າວ່າພວກ​ທີ່​ເສຍ​ຊີວິດ
​ແມ່ນ​ມີ​ໜ້ອຍ​ກວ່າ​ນັ້ນ.

​ໄຟ​ເລີ້ມລຸດກໄໝ້​ໃນ​ວັນ​ພະຫັດ​ວານ​ນີ້​ທີ່​ໂຮງງານ​ແກັສ​ແຫ່ງ​ນຶ່ງ​
ຢູ່ໃນ​ເມືອງ Nnewi ລັດ Anambra ​ເວລາ​ລົດບັນທຸກ​ແກັສລະ
​ເບີດ ຫຼັງ​ຈາກ​ໄດ້​ສົ່ງແກັສ​ໃຫ້ແກ່ໂຮງງານ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ.
ລາຍ​ງານ​ຂ່າວ​ແຈ້ງວ່າ ​ໄຟ​ໄດ້​ໄໝ້ຫຼາຍໆ​ຄົນ​ທີ່​ເຂົ້າ​ແຖວ​ເພື່ອລໍ
ຖ້າຕື່ມ​ຖັງແກັສ​ເຮັດ​ກິນ​ຂອງພວກ​ເຂົາ​ເຈົ້າ.

ພວກ​ທີ່​ໄດ້​ຮັບ​ບາດ​ເຈັບ ຖືກ​ສົ່ງ​ໄປ​ຮັບ​ການ​ປິ່ນປົວ ​ທີ່​ໂຮງໝໍ​ມະຫາວິທະຍາ​ໄລ Nnamdi
Azikiwe ຢູ່​ໃນ​ເມືອງ Nnewwi.​

ມີ​ລາຍ​ງານ​ວ່າ ​ໄຟ​ໄດ້​ລຸກ​ໄໝ້​ ເປັນ​ເວລາ​ຫຼາຍໆ​ຊົ່ວ​ໂມງ.

XS
SM
MD
LG