ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Jonathan ຖືກເລືອກໃຫ້ເປັນ ຜູ້ສະມັກຂອງພັກ ໃນການເລືອກຕັ້ງ ປະທານາທິບໍດີ


ທ່ານ Goodluck Jonathan ຜູ້ສະມັກປະທານາທິບໍດີ Nigerian
ທ່ານ Goodluck Jonathan ຜູ້ສະມັກປະທານາທິບໍດີ Nigerian

ພັກປະຊາທິປະໄຕປະຊາຊົນທີ່ເອີ້ນຫຍໍ້ວ່າ PDP ທີ່ເປັນ
ພັກລັດຖະບານຂອງ Nigeria ໄດ້ເລືອກເອົາປະທານາ
ທິບໍດີ Goodluck Jonathan ເປັນຜູ້ສະມັກຂອງພັກ
ໃນການເລືອກຕັ້ງປະທານາທິບໍດີໃນເດືອນເມສາຈະມານີ້.

ການລົງຄະແນນສຽງຂອງພັກໃນວັນພະຫັດວານນີ້ ທ່ານ
Jonathan ໄດ້ຮັບຄະແນນ 2 ພັນ 736 ສຽງ ປຽບທຽບ
ໃສ່ 805 ສຽງ ທີ່ອະດີດຮອງປະທານາທິບໍດີ ທ່ານ
Atiku Abubakar ໄດ້ຮັບ. ສ່ວນນັກການເມືອງອະວຸໂສ
ທ່ານນາງSarah Jibril ນັ້ນໄດ້ຮັບແຕ່ພຽງຄະແນນ
ສຽງດຽວທໍ່ນັ້ນ.

ໃນວັນສຸກມື້ນີ້ ທ່ານ Jonathan ໄດ້ຮັບເອົາການຖືກແຕ່ງຕັ້ງໃຫ້ເປັນຜູ້ສະມັກຂອງພັກແລະ
ໄດ້ຮຽກຮ້ອງໃຫ້ທ່ານ Abubakar ແລະ ທ່ານນາງ Jibril ດຳເນີນງານຮ່ວມກັນກັບທ່ານ
ເພື່ອປັບປຸງ Nigeria ໃຫ້ຈະເຣີນກ້າວໜ້າ. ທ່ານຍັງກ່າວວ່າ ເຖິງເວລາແລ້ວທີ່ພັກຕ້ອງ
ຮວມພະລັງກັນເພື່ອໃຫ້ Nigeria ຢູ່ພາຍໃຕ້ການປົກຄອງຂອງພັກປະຊາທິປະໄຕ
ປະຊາຊົນ.

ທ່ານ Abubakar ທີ່ເປັນຄົນມຸສລິມຈາກພາກເໜືອຂອງ Nigeria ໄດ້ຕໍາໜິຕິຕຽນທ່ານ
Jonathan ຜູ້ຊຶ່ງນັບຖືສາສະໜາ ຄຣີສ ຈາກພາກໃຕ້ນັ້ນວ່າ ໄດ້ຝ່າຝືນກົດປະເພນີ
ດັ້ງເດີມກ່ຽວກັບການຄອງອຳນາດຮ່ວມກັນສຳລັບປະທາ ນາທິບໍດີນັ້ນ.

ຕາມທໍານຽມແລ້ວພັກ PDP ຈະສັບປ່ຽນການເປັນປະທານາທິບໍດີລະຫວ່າງ ຊາວມຸສລິມ
ທີ່ມາຈາກພາກເໜືອ ແລະຊາວຄຣີສທີ່ມາຈາກພາກໃຕ້ໃນທຸກໆ 2 ສະໄໝ. ແຕ່ເຖິງ
ຢ່າງໃດກໍຕາມ, ທ່ານ Jonathan ໄດ້ເປັນປະທານາທິບໍດີມາ ຕັ້ງແຕ່ເດືອນພຶດສະພາ
ປີກາຍ ຫຼັງຈາກປະທານາທິບໍດີທ່ານ Umaru Yar’Adua ຊຶ່ງເປັນຊາວມຸສລິມໄດ້ເຖິງແກ່
ມໍລະນະກຳໃນປີທີ່ 3 ໃນອັນທີ່ຄາດກັວ່າ ຈະດໍາລົງຕໍາແໜ່ງປະທານາທິບໍດີເຖິງ 8 ປີ
ນັ້ນ ຊຶ່ງນັ້ນໄດ້ເປັນສາເຫດ ໃຫ້ມີການແຕກແຍກກັນຂຶ້ນພາຍໃນພັກ ກ່ຽວກັບວ່າຄວນຈະ
ມີການແຕ່ງຕັ້ງຜູ້ ທີ່ມາຈາກພາກເໜືອ ແລະຜູ້ທີ່ມາຈາກພາກໃຕ້ ໃນການເລືອກຕັ້ງ
ປະທານາທິ ບໍດີໃນເດືອນເມສາຈະມານີ້.

XS
SM
MD
LG