ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄນຈີເຣຍ ປະກາດ ພາວະສຸກເສີນແຫ່ງຊາດ ຍ້ອນການແຜ່ລະບາດ ຂອງເຊື້ອອີໂບລາ (ວີດີໂອ/ສະໄລດ໌)


ເຈົ້າໜ໊າທີ່ສາທາລະນະສຸກໄນຈີເຣຍຄົນນຶ່ງ ກຳລັງໃຊ້ບາຫລອດ ວັດແທກອຸນະຫະພູມຂອງພະນັກງານ ຢູ່ສະໜາມບິນນະຄອນ ເລກົສ.
ເຈົ້າໜ໊າທີ່ສາທາລະນະສຸກໄນຈີເຣຍຄົນນຶ່ງ ກຳລັງໃຊ້ບາຫລອດ ວັດແທກອຸນະຫະພູມຂອງພະນັກງານ ຢູ່ສະໜາມບິນນະຄອນ ເລກົສ.

ປະທານາທິບໍດີ ​ໄນ​ຈີ​ເຣຍ ​ໄດ້​ປະ​ກາດ​ພາ​ວະສຸ​ກ​ເສີນແຫ່ງ​ຊາດ
ຍ້ອນ​ການລະບາດຂອງໄວຣັສອີ​ໂບລາ ​ໃນ​ຂະນະ​ທີ່ອົງການ
​ອະນາ​ໄມ​ໂລກ (WHO) ກ່າວ​ວ່າ ບັດ​ນີ້ ການ​ລະບາດ​ດັ່ງກ່າວ
​ເທົ່າ​ກັບເປັນ​ພາວະ​ສຸກ​ເສີນດ້ານ​ສາທາລະນະ​ສຸກ ​ຂອງສາກົນ.

ປະທານາທິບໍດີ ​ໄນ​ຈີ​ເຣຍ ທ່ານ Goodluck Jonathan ​ໃນ​
ວັນ​ສຸກ​ວານ​ນີ້ ​ໄດ້ອະນຸມັດ​ທຶນສຸກ​ເສີນ ຈຳນວນເກືອບ 12
ລ້ານໂດ​ລາ ​ເພື່ອ​ລະ​ງັບ​ການແຜ່​ລາມ​ຂອງ​ອີ​ໂບລາ ທີ່​ໄດ້​ນຳ
ໄປ​ສູ່​ການ​ເສຍ​ຊີວິດ​ຂອງສອງ​ຄົນ ຢູ່​ໃ​ນເມືອງຫລວງ​ການ​ຄ້າ
​ເລ​ກົສ (Lagos) ນັ້ນ. ປະທານາທິບໍດີ Jonathan ຍັງ​ໄດ້
ບອກ​ໃຫ້​ບັນດາ​ໂຮງຮຽນ​ທັງ​ຫລາຍ ຕໍ່​ວັນພັກ​ອອກ​ໄປອີກ ​
ແລະ​ຊຸກຍູ້​ໃຫ້​ບັນດາ​ກຸ່ມ​ສາສະໜາ ​ແລະ​ການ​ເມືອງ ຫລີກ​ລ່ຽງ​ການ​ເຕົ້າ​ໂຮມ​ຄົນຈຳ
ນວນຫລວງ​ຫລາ​ຍ ທີ່​ອາດ​ຈະ​ແຜ່ຈະ​ຫຍາຍ​ເຊື້ອ​ໄວຣັສນັ້ນ.

​ໃນ​ວັນ​ສຸກ​ວານ​ນີ້​ເຊັ່ນ​ກັນ ອົງການ​ອະນາ​ໄມ​ໂລກ ລາຍ​ງານ​ວ່າ ​ໂຕ​ເລກ​ຂອງຜູ້​ເສຍ​ຊີວິດ
ຈາກ​ການລະບາດ​ ຢູ່​ສີ່ປະ​ເທດ​ອາ​ຟຣິກາຕາ​ເວັນ​ຕົກ ຍັງສືບ​ຕໍ່​ສູງຂື້ນ ​ແລະ​ວ່າ​ໂຕເລກ
​ຜູ້​ຕິດ​ເຊື້ອທັງ​ໝົດທັງ​ມົດ ​ເວລາ​ນີ້ ​ແມ່ນ​ຢູ່ທີ່ 1,779 ຄົນ ​ແລະ​ໃນ​ນັ້ນ 961ຄົນ​ ໄດ້ເສຍ
​ຊີວິດ​ໄປ​ແລ້ວ.

ອົງການ​ອະ​ນາ​ໄມ​ໂລກ ​ໄດ້​ປະກາດ​ການ​ແຜ່ລະບາດ ສະພາ​ວະສຸ​ກ​ເສິນ​ດ້ານສາທາລະນະ
ສຸກ​ສາກົນ ທີ່​ຕ້ອງ​ການການຕອບ​ໂຕ້ເປັນພິ​ເສດ ​ຈຶ່ງ​ຈະຢຸດ​ຢັ້ງບໍ່​ໃຫ້ແຜ່​ລາມ​ອອກໄປ​ໄດ້.

ຢູ່ນອກກອງປະຊຸມຢູ່ ກອງ​ປະຊຸມ​ນັກ​ຂ່າວ ທີ່ນະຄອນ ​Geneva ​ຫົວໜ້າອົງ​ການ​ອະນາ​
ໄມ​ໂລກ ດຣ. Margaret Chan ກ່າວ​ວ່າ ສີ່​ປະ​ເທດ ອາ​ຟຣິກາ​ໃຕ້ ທີ່​ໄດ້​ຮັບ​ຜົນ​ກະທົບ
ຈາກອີ​ໂອລາ “ບໍ່​ມີ​ຄວາ​ມສາມາດ ​ທີ່​ຈະ​ຄວບ​ຄຸມການແຜ່​ລະບາດ ທີ່​ມີ​ຂະໜາດ​ໃຫຍ່​ໂຕ​
ແລະສະ​ລັບ ຊັບຊ້ອນ​ຂະ​ໜາດ​ນີ້” ​ແລະ​ໄດ້​ຮ້ອງ​ຂໍ​ການ​ຊ່ວຍ​ເຫລືອຫລາຍ​ຂຶ້ນ ​ຈາກ​ນາໆ
​ຊາດ.

EBOLA CNPK
please wait
Embed

No media source currently available

0:00 0:01:58 0:00

ຢູ່ກອງ​

XS
SM
MD
LG