ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການຕໍ່ສູ້ ກັບ ການສໍ້ລາດບັງຫລວງ ຢູ່ໄນຈີເຣຍ ຍັງຜົນໃຫ້ຈັບກຸມ ຜູ້ພິພາກສາ ແລະຕຸລາການຫຼາຍຄົນ


ປະທານາທິບໍດີໄນຈີເຣຍ ທ່ານ Muhammadu Buhari.
ປະທານາທິບໍດີໄນຈີເຣຍ ທ່ານ Muhammadu Buhari.

ໃນປະເທດໄນຈີເຣຍ ເຈົ້າໜ້າທີ່ຕຸລາການ ຈຳນວນໜຶ່ງ ຂອງສານສູງສຸຸດ ແລະບັນດາຜູ້ພິ ພາກສາຂອງສານສູງ ໄດ້ຖືກຈັບກຸມ ແລະ ຂັງຄຸກຖານເປັນຜູ້ຕ້ອງສົງໄສ ວ່າຄໍຣັບຊັນ ຫຼື ສໍ້ລາດບັງຫຼວງ ແລະ ຜິດວິໄນໃນດ້ານອາຊີບ.

ກຳລັງຮັກສາຄວາມປອດໄພ ໄດ້ບຸກກວດຄົ້ນເຮືອນຫຼາຍຫຼັງຂອງບັນດາເຈົ້າໜ້າທີ່ຕຸລາ ການ ແລະບັນ “ດາຜູ້ພິພາກສາ ເມື່ອວັນສຸກ ແລະ ວັນເສົາ ສັບປະດາແລ້ວນີ້.

ສື່ມວນຊົນໃນທ້ອງຖິ່ນ ແຫ່ງໜຶ່ງ ລາຍງານ”ໂດຍອ້າງອິງຄຳເວົ້າຂອງເຈົ້າໜ້າທີ່ຮັກສາ
ຄວາມປອດໄພ ທ່ານໜຶ່ງ ທີ່ກ່າວວ່າ ໄດ້ພົບເຫັນ ເງິນຫຼາຍເຖິງ 2 ລ້ານໂດລາ ທີ່ຖືກຊຸກ
ເຊື່ອງໄວ້ ຢູ່ໃນເຮືອນຂອງຜູ້ພິພາກສາຄົນໜຶ່ງ.

ລັດຖະມົນຕີວ່າການ ກະຊວງຍຸຕິທຳ ທ່ານ Abubakar Malami ກ່າວວ່າ ການປະຕິບັດ ດັ່ງກ່າວ ບໍ່ແມ່ນການຕໍ່ຕ້ານສະຖາບັນຍຸຕິທຳ ພຽງແຕ່ ເປັນສ່ວນໜຶ່ງ ຂອງການສືບສວນ
ສອບສວນ ເຂົ້າໃນຂໍ້ກ່າວຫາວ່າ ມີການສໍ້ລາດບັງຫຼວງ ພາຍໃນສ່ວນບຸກຄົນທັງຫຼາຍ ຢູ່ໃນພະແນກຕຸລາການ.

ທ່ານ ເວົ້າວ່າ “ໄດ້ມີການກ່າວຫາຫຼາຍຢ່າງ, ໂດຍມີຄຳຟ້ອງຫຼາຍສະບັບ ໄດ້ຖືກຂຽນເຂົ້າ
ມາ ຕໍ່ການປະຕິບັດໜ້າທີ່ ຂອງບັນດາຕຸລາການ ບໍ່ວ່າຈະກ່ຽວຂ້ອງກັບເຈົ້າໜ້າທີ່ຜູ້ໃດກໍ
ຕາມ, ຈະເປັນເຈົ້າໜ້າທີ່ຕຸລາການ, ເຈົ້າໜ້າທີ່ບໍລິຫານງານ, ຫຼືວ່າ ເຈົ້າໜ້າທີ່ນິຕິບັນຍັດ ໃນເມື່ອມີຂໍ້ກ່າວຫາ ຂອງການປະຕິບັດທີ່ບໍ່ຊື່ສັດແລ້ວ ມັນກໍມີຄວາມຈຳເປັນ ແລະ ຂາດບໍ່
ໄດ້ ທີ່ຈະໄດ້ທຳການສືບສວນສອບສວນ ກ່ຽວກັບເລື່ອງນີ້. ສະນັ້ນ ມັນບໍ່ກ່ຽວກັບການ
ເປັນເຈົ້າໜ້າທີ່ຕຸລາການ, ມັນກ່ຽວກັບ ການມີເຫດຜົນພື້ນຖານ ຄວາມສົງໄສຂອງການ
ກະທຳຄວາມຜິດຕ່າງໆ ທີ່ເກີດມາຈາກຄຳຮ້ອງທຸກທັງຫຼາຍ ທີ່ໄດ້ກ່າວຟ້ອງຕໍ່ສ່ວນບຸກ
ຄົນ ທີ່ກ່ຽວຂ້ອງ.”

ສະພາຕຸລາການແຫ່ງຊາດ ໄດ້ພົບປະກັນ ເປັນເວລາສອງມື້ຜ່ານມາກ່ຽວກັບການຈັບ
ກຸມບັນດາຜູ້ພິພາກສາ ແລະ ບັນດາຕຸລາການ ແຕ່ບໍ່ໄດ້ອອກຖະແຫລງການຫຍັງສຳ
ລັບເລື່ອງນີ້.\

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG