ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄນຈີເຣຍ ຢືນຢັນ ກໍລະນີ ຕິດເຊື້ອ ອີໂບລາ ໂດຍທາງອ້ອມ (ສະໄລດ໌/ວີດີໂອ)


ລັດຖະມົນຕີ ສາທາລະນະສຸກ ໄນຈີເຣຍ ທ່ານ Onyebuchi Chukwu
ລັດຖະມົນຕີ ສາທາລະນະສຸກ ໄນຈີເຣຍ ທ່ານ Onyebuchi Chukwu

ບັນດາ​ເຈົ້າ​ໜ້າທີ່​ໄນ​ຈີ​ເຣຍ ກ່າວ​ວ່າ ​ນັບເປັນເທື່ອທຳອິດ ທີ່
ເຊື້ອ​ໄວຣັສອີໂບລາ ຢູ່ໃນ​ປະ​ເທດດັ່ງກ່າວ ​ໄດ້ຕິດແປດໄປ​ໃສ່
ຄົນ ທີ່​ບໍ່​ໄດ້​ສຳຜັດ ຫຼືແຕະຕ້ອງຜູ້ເຄາະ ຮ້າຍຄົນທຳອິດຂອງ
ປະເທດໂດຍ​ກົງ ​ເຮັດ​ໃຫ້ການ​ແຜ່​ລະບາດຂອງເຊື້ອໄວຣັສ ນີ້
ຂະຫຍາຍວົງກວ້າງອອກ.

ການ​ລະບາດດັ່ງກ່າວມີຂຶ້ນ​ໃນ​ຂະນະ​ທີ່ອົງການ​ອາ​ນະ​ໄມ​ໂລກ
ປະກາດໃຫ້ຊາບ ກ່ຽວກັບ​ຈຳນວນ​ຜູ້​ເສຍຊີວິດຍ້ອນອີໂບລາ
ໃນເຂດອາຟຣິກາຕາ​ເວັນ​ຕົກ ຊຶ່ງ​ໄດ້​ ເພີ້ມຂື້ນ​ເປັນ 1,247 ຄົນ

ແລ້ວ. ອົງການ​ອາ​ນະ​ໄມ​ໂລກ ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ມີ​
2,615 ກໍລະນີ ໄດ້ຮັບການຢືນຢັນວ່າ ຕິດເຊື້ອອີ​ໂບລາ ຢູ່​ໃນ Guinea Liberia, Sierra Leone ​ແລະ Nigeria.

ເບິ່ງສະໄລດ໌ ທີ່ກ່ຽວຂ້ອງ:

ລັດຖະມົນຕີ ກະຊວງ​ສາທາລະນະ​ສຸກ ​ໄນ​ຈີ​ເຣຍ ​ໄດ້​ປະກາດ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ອີກ
ສອງ​ຄົນ​ໄດ້​ຮັບການ​ຢືນ​ຢັນວ່າ​ ຕິດເຊື້ອ​ອີ​ໂບລາ ​ແລະຄົນ​ເຈັບ​ທັງ​ສອງ​ຕ່າງກໍບໍ່ໄດ້ສຳ
ຜັດຫຼືແຕະຕ້ອງ ​ທ່ານ Patrick Sawyer ຜູ້ຕິ​ດເຊື້ອ​ອີໂບລາຄົນ ​ໄລ​ບີ​ເຣຍເຊື້ອສາຍ​ອາ​ເມຣິກັນ ຊຶ່ງ​ເປັນ​ຜູ້​ທຳ​ອິດ​ທີ່​ໄດ້​ນຳ​ເອົາ​ເຊື້ອໄວຣັສດັ່ງກ່າວ ໄປສູ່ນະຄອນ Lagos ຈາກ Liberia.

ທ່ານ Onyebuchi Chukwu ກ່າວ​ວ່າ ພວກ​ຄົນ​ເຈັບ​ໃໝ່​ເປັນ​ຄູ່ສາມີພັນ​ລະ​ຍາ​ຂອງ
ເຈົ້າໜ້າທີ່​ການ​ແພດ ຜູ້​ທີ່​ໄດ້​ສຳຜັດກັບທ່ານ Sawyer. ທ່ານກ່າວ​ວ່າ ຈຳນວນ​ຂອງ
ຜູ້ຕິດ​ເຊື້ອ​ທັງໝົດທີ່ໄດ້ຮັບການຢືນຢັນ​ຢູ່ໃນ​ໄນ​ຈີ​ເຣຍ ​ໄດ້​ເພີ້​ມຂື້ນ​ເປັນ 14 ຄົນ ​ໂດຍ
ທີ່​ຫ້າ​ຄົນ​ໄດ້​ເສຍ​ຊີວິດ​ໄປແລ້ວຍ້ອນ​ເຊື້ອ​ໄວຣັສນີ້.

ທ່ານ Chukwu ກ່າວ​ວ່າ “ນີ້​ໝາຍ​ຄວາມ​ວ່າ ຈຳນວນ​ກໍລະນີ​ທັງ​ໝົດຂອງ​ເຊື້ອ ໄວຣັສ
ອີ​ໂບລາ ທີ່​ໄດ້​ຈົດບັນທຶກ​ມາຮອດປັດຈຸບັນ​ຢູ່​ໃນ​ປະ​ເທດ ມີ​ຢູ່ 14 ຄົນ ນັ້ນແມ່ນ​ຮວມ
​ທັງ​ກໍລະນີຕິດເຊື້ອທຳອິດ. ຈໍາ ນວນ​ຜູ້​ເສຍ​ຊີວິດ​ຍັງ​ຄົງທີ່ຢູ່ຫ້າ​ຄົນ ​ໃນ​ຂະນະຈໍາ ນວນ
​ຂອງຜູ້​ສາມາດ​ໄດ້ຮັບການປິ່ນປົວຢ່າງສຳ​ເລັດ ​ແລະ​ປ່ອຍໃຫ້​ກັບ​ບ້ານກໍ​ຍັງຢູ່​ຫ້າ​ຄົນ.”

ຢູ່​ໃນ​ເຫດການອີກດ້ານນຶ່ງນັ້ນ Senegal ​ໄດ້​ເປັນ​ປະ​ເທດ​ອາ​ຟຣິກາ ຫລ້າ​ສຸດ ທີ່ໄດ້
ປິດ​ຊາຍ​ແດນຂອງຕົນ​ເພື່ອ​ເປັນ​ການ​ປ້ອງ​ກັນ ການແຜ່ລະບາດຂອງເຊື້ອອີ​ໂບລາ.

Senegal ​ໄດ້​ປະກາດປິດ​ຊາຍ​ແດນ​ຂອງ​ຕົນ​ກັບ Guinea ​ແລະ​ຫ້າມ​ບໍ່ໃຫ້ສາຍ​ການ
ບິນ ຈາກ​ບັນດາປະ​ເທດອາຟຣິກາຕາ​ເວັນ​ຕົກ ທີ່​ມີຄົນຕິດ​ເຊື້ອໄວ ຣັສນັ້ນ ເຂົ້າອອກ. ​

WEST AFRICA EBOLA CNPK
please wait

No media source currently available

0:00 0:01:28 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG