ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກກູ້ໄພໄນຈີເຣຍ ສືບຕໍ່ ຊອກຄົ້ນຫາ ພວກທີ່ອາດ ລອດຊີວິດ ຢູ່ກ້ອງໂບດ ທີ່ພັງລົງ (ວີດີໂອ)


NIGERIA BUILDING COLLAPSE SOTVO
please wait

No media source currently available

0:00 0:00:44 0:00

ເບິ່ງວີດີໂອເລື້ອງນີ້

ພວກ​ພະນັກງານກູ້​ໄພ​ໃນ​ນະຄອນຫຼວງ​ຂອງ​ໄນ​ຈີ​ເຣຍ ສືບ​ຕໍ່​ຊອກ​ຄົ້ນ​ຫາ​ພວກ​ທີ່​ອາດຍັງ​ລອດ​ຊີວິດ​ຢູ່ ​ໃນ​ກ້ອງ​ຊາກຫັກ​ພັງຂອງ​ໂບດ​ແຫ່ງ​ນຶ່ງ.

ທ່ານ Femi Osanyintolu ຫົວໜ້າ​ອົງການຮັບ​ມື​ກັບ​ພາວະ​ສຸກ​ເສີນ​ຂອງ​ລັດ Lagos ທີ່​ເປັນ​ຜູ້ກຳກັບ​ດູ​ແລນຳ​ການ​ຊອກ​ຄົ້ນ​ຫາ​ ເວົ້າ​ວ່າ

“ດັ່ງ​ທີ່​ພວກ​ທ່ານສາມາດ​ເຫັນ​ໄດ້​ໃນ​ເວລາ​ນີ້ ພວກເຮົາ​ກຳລັງ​ໃຊ້​ເຄື່ອງອຸບປະກອນ​
ທີ່​ທັນ​ສະ​ໄໝ ອຸບປະກອນ​ຍົກ​ຂອງ​ໜັກ​ແລະ​ຂອງ​ເບົາ ​ແລະ​ຍ້ອນ​ເຄື່ອງ​ອຸບປະກອນ
​ເຫຼົ່າ​ນີ້ ​ພວກ​ເຮົາ​ສາມາດ​ຊ່ອຍ​ຊີວິດ​ຜູ້​ຄົນ​ໄວ້​ໄດ້​ຫຼາຍຄົນ.”

ຢ່າງ​ໜ້ອຍ 17 ຄົນເສຍ​ຊີວິດ​ ​ໃນ​ນະ​ຄອນ Lagos ເວລາ​ໂບດ​ສາສະໜາ​ຢີວ Church of All Nations ພັງ​ລົງມາ ​ໃນ​ວັນ​ສຸກ ​ຜ່ານ​ມາ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ອາຄານ​ກຳລັງ​ຢູ່ໃນ​ລະຫວ່າງ​ການສ້ອມ​ແປງ​ຄືນ​ໃໝ່ ​ເວລາ​ມັນ​ພັງລົງ​ນັ້ນ ​ເວລາ​ນີ້ ກຳລັງ​ມີ​ການ​ສືບສວນ​ສອບ​ສວນ​ຫາ​ສາ​ເຫດ​ຂອງ​ການ​ພັງລົງ​ນີ້​ຢູ່.

Rescuers in Nigeria's capital continue to search a collapsed church building for additional survivors.

Femi Osanyintolu - General Manager Lagos State Emergency Management Agency - says:

"As you can see, using sophisticated equipment, heavy duty and light duty equipment, and with that we are able to save a lot of lives."

At least 17 people were killed in Lagos when the Synagogue Church of All Nations came down Friday.

Authorities say the building was under renovation when it caved in. The cause is being investigated.

XS
SM
MD
LG