ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທະຫານໄນຈີເຣຍ ຊ່ວຍປ່ອຍ ພວກເດັກຍິງ ແລະຜູ້ໃຫຍ່ ທີ່ຖືກລັກພາໂຕໄປ


ດຣ. Oby Ezekwesili ສະແດງການສະໜັບສະໜູນ ກ່ຽວກັບການກູ້ໄພ.
ດຣ. Oby Ezekwesili ສະແດງການສະໜັບສະໜູນ ກ່ຽວກັບການກູ້ໄພ.

ທະຫານ​ໄນ​ຈີ​ເຣຍ ກ່າວ​ວ່າ ຕົນ​ໄດ້​ບຸກເຂົ້າໄປຊ່ວຍພວກ​ຜູ້
ຍິງ ​ແລະ​ເດັກນ້ອຍ 234 ຄົນ ​ທີ່​ໄດ້​ຖືກ​ລັກພາ​ໂຕ​ໄປ ​ໂດຍ
ພວກຫົວຮຸນແຮງ Boko Haram ຢູ່​ທາງ​ພາກ​ຕາ​ເວັນອອກ
ສຽງ​ເໜືອ ຂອງ​ປະ​ເທດ.

​ເຈົ້າ​ໜ້າ​ທີ່​ທະຫານ​ຄົນ​ນຶ່ງ​ ກ່າວ​ວ່າ ການ​ກູ້​ໄພ​ເທື່ອຫລ້າ​ສຸດ​
ນີ້ ມີ​ຂື້ນໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ ຢູ່​ໃນ​ປ່າ Sambisa.

ຖະ​ແຫລ​ງການ​ສະບັບ​ນຶ່ງກ່າວ​ວ່າ “ການ​ປະ​ຕິ​ບັດ​ງານ​ດັ່ງ
ກ່າວ ແມ່ນໄດ້ຊ່ວຍ ສ່ວນ​ບຸກຄົນ ເພີ້ມເຕີມໃສ່ການກູ້ໄພ
ກ່ອນໜ້ານີ້ ໃນ​ລະຫວ່າງ​ການປະຕິບັດ​ງານຢູ່​ໃນ​ຂົງ​ເຂດ
ທີ່ກຳລັງດຳເນີນຕໍ່ໄປ”.

ທະຫານ​ຍັງ​ໄດ້​ກ່າວ​ຕໍ່​ໄປ​ອີກ​ວ່າ “ການ​ບຸກໂຈມຕີ​ຢູ່​ໃນ​ປ່າ ແມ່ນການສືບຕໍ່ໂຈມ ຕີ​ຈາກ​ຫລາຍທິດ​ທາງ ​ແລະ​ຄວາມ​ພະຍາຍາມ​ແມ່ນສຸມໃສ່ການກູ້​ໄພຊ່ວຍເອົາ ​ໂຕ​ປະກັນອອກ
ມາ ແລະ​ທຳລາຍ​ຄ້າຍ​ຂອງ​ພວກ​ກໍ່​ການ​ຮ້າຍ​ ​ແລະສະຖານ​ທີ່ ຕ່າງໆ​ທັງ​ໝົດ ຢູ່​ໃນ​ປ່າ
ດັ່ງກ່າວ.”

​ໃນ​ຕົ້ນ​ອາທິດ​ນີ້ ພວກໂຕປະກັນໃນຈຳນວນເທົ່າໆກັນ ກໍໄດ້ຖືກຊ່ວຍອອກມາ ຈາກ​ປ່າ​
ແຫ່ງດຽວ​ກັນນີ້. ​ເດັກນ້ອຍຜູ້ຍິງ ​ແລະ​ຜູ້ຍິງ​ຫລາຍ​ຮ້ອຍ​ຄົນ ບັດ​ນີ້ມີ​ລາຍ​ງານ​ວ່າ ​ໄດ້ກັບ
​ຄືນ​ມາ​ດ້ວຍຄວາ​ມປອດ​ໄພ​ແລ້ວ ໃນ​ອາທິດ​ທີ່​ຜ່ານ​ມາ.

ມັນ​ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ເທື່ອ​ວ່າ ການຊ່ວຍເຫລືອພວກຜູ້ຍິງອອກມາແມ່ນຮວມ ທັງພວກ​
ນັກຮຽນຜູ້ຍິງ​ ທີ່​ໄດ້​ຖືກລັກພາ​ໂຕ​ໄປ​ ຈາກ​ໂຮງຮຽນ​ກິນນອນທີ່​ເມືອງ Chibok ​ເມື່ອ​ນຶ່ງ​ປີ
​ກ່ອນ​ນັ້ນ​ຫລື​ບໍ່. ​ການ​ລັກພາ​ໂຕ​ດັ່ງກ່າວ ​ໄດ້ເປັນ​ຈຸດສົນ​ໃຈ ​ແລະ​ໂກດ​ແຄ້ນ​ແກ່​ຊາວ​ໂລກ
​ເປັນ​ສ່ວນ​ໃຫຍ່ ​ແລະ​ມີທ່າທາງວ່າໄດ້ເຮັດ​ໃຫ້ ປະ ທານາທິບໍດີ Goodluck Jonatha
​ເສຍ​ໄຊ​ການ​ປ່ອນ​ບັດ​ເລືອກຕັ້ງຫວ່າງ​ມໍ່ໆ​ມາ​ນີ້.

ທ່ານ Jonathan ຊຶ່ງສະໄໝການດຳລົງຕຳແໜ່ງຂອງ​ທ່ານ​ສີ້​ນສຸດ​ລົງ​ໃນ​ເດືອນ​ນີ້ ກ່າວ​ວ່າ
ປ່າ​ເປັນ​ບ່ອນ​ລີ້​ຊ່ອນ​ສຸດ​ທ້າຍຂອງ​ພວກ​ຫົວຮຸນແຮງອິສລາມ ​ແລະ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາທີ່
​ຈະ “​ເຮັດ​ໃຫ້ ​ໄນ​ຈີ​ເຣຍ ປາດ​ສະ​ຈາກ​ທີ່​ໝັ້ນ​ອັນເຂັ້ມ​ແຂງ​ຂອງ​ການ​ກໍ່​ການ​ຮ້າຍ​ທັ​ງໝົດ.”

ຊື່ Boko Haram ໝາຍ​ຄວາມ​ວ່າ “ການ​ສຶກສາ​ຂອງ​ຕາ​ເວັນ​ຕົກ​ເປັນ​ບາບ​”. ພວກ​ຜູ້ຍິງ
​ຫລາຍ​ຄົນ​ທີ່​ຖືກ​ກັກ​ຂັງ ​ໄດ້​ຖືກໃຊ້​ເປັນ​ຂ້າ​ທາດ​ທາງ​ເພດ ​ແລະ​ໃຊ້​ເປັນ​ເຄື່ອງກຳບັງ
ຕໍ່ການໂຈມຕີ.

XS
SM
MD
LG