ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

15 ຄົນເສຍຊີວິດ ໃນການໂຈມຕີ ບ່ອນຈັດພິທີ ທາງສາສະໜາ ທີ່ໄນຈີເຣຍ (ເບິ່ງສະໄລດ໌)


ຊາວໄນຈີເຣຍ ທີ່ເຫັນເຫດການລະເບີດຫລາຍໆຄັ້ງ
ຊາວໄນຈີເຣຍ ທີ່ເຫັນເຫດການລະເບີດຫລາຍໆຄັ້ງ

ທີ່​ໄນ​ຈີ​ເຣຍ ພວກ​ເຫັນ​ເຫດການກ່າວ​ວ່າ ​ ​ເຫດລະ​ເບີດ​ແລະ​ການ​ຍິງ​ກັນ ຢູ່​ພາຍ​ໃນ​ໂຮງ​ລະຄອນ​ທີ່​ມະຫາ​ວິ​ທະຍາ​ໄລ​ແຫ່ງ​ນຶ່ງ ທີ່​ໃຊ້​ເປັນ​ບ່ອນທໍາ​ພິທີທາງ​ສາສະໜາ​ຄຣິສຕຽນ ​ຢູ່​ໃນ​ເມືອງຄາ​ໂນ ພາກ​ເໜືອ​ຂອງ​ໄນ​ຈີ​ເຣຍ ​ໄດ້​ສັງຫານ​ຢ່າງ​ນ້ອຍ 15 ຄົນ ​ແລະ​ວ່າ ອີກ​ຫລາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ແຕ່ບໍ່​ມີ​ການ​ຢືນຢັນໂຕ​ເລກ​ລວມທັງ​ໝົດ​.

ຜູ້​ທີ່ເຫັນ​ເຫດການ​ເວົ້າ​ວ່າ ພວກຄົນ​ຮ້າຍ​ໄດ້​ຂີ່​ລົດຈັກ​ແລະ​ລົດ​ໂອ​ໂຕ ​ເຂົ້າ​ໄປ​ຍັງ​ມະຫາ​ວິທະ
ຍາ​ໄລ Bayero ​ແລ້ວ​ກໍ​ແກ່ວ​ງວັດຖຸ​ລະ​ເບີດ ແລະ​ເປີດ​ສາກ​ຍິງ​ປືນໃສ່.

ເວລາ​ນີ້​ຍັງ​ບໍ່​ມີ​ຝ່າຍໃດ​ອ້າງ​ເອົາ​ຄວາມ​ຮັບຜິ​ດຊອບ​ໂດຍ​ທັນທີ ​ແຕ່​ກຸ່ມ​ກໍ່​ການ​ຮ້າຍ ​ໂບໂກ ຮາຣາມ ​ເຄີຍ​ໄດ້​ແນ​ເປົ້າໝາຍ​ໂຈມ​ຕີ​ຊາວໄນ​ຈີ​ເຣຍ ຄຣີສຕຽນ ​ໃນ​ອະດີດ​ຜ່າ​ນມາ.

ເມື່ອ​ວັນ​ຄຣິສມາສປີຜ່ານມາ​ນີ້ ຢ່າງ​ໜ້ອຍ​ໄດ້​ມີ​ເຫດການ​ວາງ​ລະ​ເບີດ 4 ຄັ້ງ ທີ່​ໄດ້​ສັງຫານ 39 ຄົນ​ໄປ​ແລ້ວ ​ແລະ​ອີກ​ຫລາຍ​ສິບຄົນ​ທີ່​ວັດ​ຄາ​ທໍ​ລິ​ກ​ແຫ່ງ​ນຶ່ງ ຢູ່ໃກ້​ເມືອງ​ອາ​ບູຈາ.

ກຸ່ມ​ຫົວ​ຮຸນ​ແຮງ​ໂບ​ໂກ ຮາຣາມ ທີ່​ຊື່ໃນ​ພາສາ​ອັງກິດ​ແປວ່າ “ການ​ສຶກສາ​ຂອງພາກ​ຕາ​ເວັນ​ຕົກ ​ເປັນ​ບາບ​” ນັ້ນ ​ໄດ້​ອ້າງ​ເອົາ​ຄວາມຮັບຜິດຊອບໃນ​ ການ​ໂຈມ​ຕີດັ່ງກ່າວ.

ນອກ​ນັ້ນ ກຸ່ມ​ ​ໂບ​ໂກ ຮາຣາມ ຍັງໄດ້​ອ້າງ​ເອົາຄວາມ​ຮັບຜິດຊອບ​ຕໍ່​ເຫດ ການ​ວາງລະ​ເບີດ​ລົດສະລະ​ຊີບ​ເມືື່ອວັນ​ພະຫັດ​ຜ່ານ​ມາ ທີ່​ເມືອງ​ອາ​ບູຈາ ພ້ອມ​ທັງໂຈມ​ຕີ​ຫ້ອງການຂອງ​ໜັງສືພິມ This Day ທີ່ໃຊ້ຮ່ວມກັນ​ກັບ​ໜັງສື​ພິມ​ອື່ນໆ ​ຢູ່​ໃນ​ເມືອງ ຄາ​ດູ​ນາ. ຢ່າງ​ໜ້ອຍ​ມີ​ຜູ້​ເສຍ​ຊີວິດ 9 ຄົນ​ໃນ​ເຫດວາງ​ລະ​ເບີດ​ສອງຄັ້ງ​ນັ້ນ.

ເບິ່ງຮູບສະໄລດ໌ການໂຈມຕີຫ້ອງການໜັງສືພິມ This Day ເມື່ອວັນພະຫັດຜ່ານມາ:

XS
SM
MD
LG