ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກອງທັບ ໄນຈີເຣຍ ຊ່ວຍເດັກຍິງ Chibok ຄົນທີສອງ ອອກມາ


ຮູບພາບ ທີ່ບໍ່ບອກວັນເວລາ ຂອງແມ່ຍິງ Chibok ທີ່ພິມເຜີຍແຜ່ ໂດຍກອງທັບໄນຈີເຣຍ.
ຮູບພາບ ທີ່ບໍ່ບອກວັນເວລາ ຂອງແມ່ຍິງ Chibok ທີ່ພິມເຜີຍແຜ່ ໂດຍກອງທັບໄນຈີເຣຍ.

ກອງທັບ​ໄນ​ຈີ​ເຣຍກ່າວ​ວ່າ ​ນັກຮຽນ​ແມ່ຍິງ​ຄົນ​ທີສອງ ​ທີ່​ຖືກ​ລັກ​ພາ​ໂຕ​ໄປ​ໂດຍ ພວກ​ຫົວ​ຮຸນ​ແຮງ Boko Haram ​ເມື່ອ​ສອງ​ປີກວ່າໆ ​ໃນ​ການ​ບຸກ​ໂຈມ​ຕີ​ໂຮງ​ຮຽນ​ເຂົາ​ເຈົ້ານັ້ນໄດ້​ຖືກ​ຊ່ວຍ​ອອກ​ມາ​ໄດ້.

​“ຊື່​ຂອງ​ລາວ​ ແມ່ນ​ນາງ Serah Luka” ໂຄສົກ​ກອງທັບ ພັນ​ເອກ Sani Us-man ກ່າວ ໃນ​ອີ​ແມ​ລວ່າ ນາງ​ມາຈາກ​ເມືອງ Madagali ໃນ​ລັດ Adamawa. ທະຫານເຄີຍ​ນຳຮູບ ພາບ​ຂອງ​ແມ່ຍິງ​ຄົນ​ນີ້ອອກ​ເຜີຍ​ແຜ່ທີ່​ໃສ່​ຜ້າ​ປົກ​ຫົວຍາວສີຟ້າທີ່ີມັກ​ໃຊ້​ໂດຍ​ທົ່ວ​ໄປ​ຢູ່​ໃນ​ຂົງ​ເຂດ ​ແລະ​ຄື​ກັບຜ້າ​ປົກ​ຫົວທີ່ໃສ່​ໂດຍ​ພວກ​ແມ່ ຍິງ​ທີ່​ຖືກ​ລັກພາ​ໂຕ​ໄປ ທີ່​ເຫັນ​ຢູ່​ໃນວີ​ດີ​ໂອຂອງ​ກຸ່ມ​ Boko Haram ນັ້ນ.

ນາງ​ເປັນ​ຄົນ​ທີ​ສອງ​ຂອງພວກ​ເດັກຍິງ 219 ຄົນ ​ທີ່​ຖືກລັກພາ​ໂຕ​ໄປ ​ແລະ​ກັກ​ຂັງ​ໄວ້​ນັບ​ແຕ່​ປີ 2014 ທີ່ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ອອກ​ມາ.

​ໃນ​ວັນ​ອັງ​ຄານ​ອາທິດ​ນີ້ ເດັກຍິງ​ຜູ້​ທຳ​ອິດອາຍຸ 19 ປີ​ ນາງ Amina Ali ​ໄດ້​ພົບ​ເຫັນ​ພ້ອມ ກັບ​ລູກນ້ອຍ​ອາຍຸ​ 4 ​ເດືອນໂດຍ​ກຸ່ມ​ປ້ອງ​ກັນ​ພົນລະ​ເຮືອນ​ຢູ່​ໃນເຂດປ່າ Sambisa ​ຂອງ​ລັດ Bono. ປັດຈຸບັນ​ນີ້​ນາງ​ກຳລັງ​ຖືກສອບ​ສວນໂດຍ​ບັນດາ​ເຈົ້າ​ໜ້າ​ທີ່​ທະຫານ​ໄນ​ຈີ​ເຣຍ.

ນາງ Ali ​ແລະ​ແມ່​ຂອງ​ລາວ​ໄດ້​ພົບ​ກັບ ປະທານາທິບໍດີ Muhammadu Buhari ​ໃນ​ວັນ ​ພະຫັດ​ວານ​ນີ້ ທີ່​ບ້ານ​ພັກ​ຂອງ​ທ່ານ​ ໃນ​ນະຄອນຫຼວງ Abuja ບ່ອນ​ທີ່​ທ່ານ​ກ່າວ​ວ່າ ລັດ ຖະບານ “​ກຳລັງ​ດຳ​ເນີນ​ການໃນ​ຄວາມສາມາດທີ່​ມີ​ຢູ່​ທັງ​ໝົດ​ເພື່ອ​ຊ່ວຍ​ພວກນັກຮຽນຍິງ Chibok ທີ່​ຍັງ​ຖືກ​ກັກ​ຂັງ​ຢູ່​ນັ້ນ ອອກ​ມາ.”

ປະທານາທິບໍດີໄດ້ອອກ​ຖະ​ແຫຼງການ ຫຼັງ​ຈາກ​ການ​ພົບ​ປະວ່າ “ການ​ຊ່ວຍນາງ Amina ອອກ​ມາ ​ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ຫວັງ​ໃໝ່​ແລະ​ມອບ​ໂອກາດພິ​ເສດສຳລັບ​ຂໍ້​ມູນ​ທີ່​ສຳ ຄັນ.”

ທະຫານ​ໄນ​ຈີ​ເຣຍ​ໄດ້​ເພີ້​ມການ​ໂຈມ​ຕີ ​ຢູ່ໃນ​ເຂດ​ເຄິ່ງ​ທະ​ເລ​ຊາຍ ທີ່​ສອກຫລີກ​ແຫ້ງ​ແລ້ງ ນັບແຕ່​ທ້າຍ​ເດືອນ​ເມສາ​ເປັນຕົ້ນມາ ​ເພື່ອ​ຂັບ​ໄລ່​ພວກ​ນັກ​ລົບ​ກະບົດ​ອອກໄປ.

ພວກ Boko Haram ​ໄດ້​ກວດ​ເອົາ​ນັກ​ຮຽນ​ແມ່ຍິງ 300 ຄົນ​ ຈາກ​ຫໍ​ພັກ​ເຂົາ​ເຈົ້າ​ໃນ​ເມືອງ Chibok ທາງພາກ​ຕາ​ເວັນ​ອອກສຽງ​ເໝືອຂອງ​ໄນ​ຈີ​ເຣຍ ເມື່ອວັນ​ທີ 14 ​ເມສາ ປີ 2014 ​ແລະ​ຕ້ອນ​ເອົາ​ພວກ​ເຂົາ​ເຈົ້າ​ໄປ​ ໃນ​ຕອນ​ກາງຄືນ. ຫລາຍ​ຄົນ​ໄດ້ພາກັນ​ລັກ​ໜີຫລັງ​ຈາກ ​ຖືກ​ຈັບໂຕ​ໄປ ​ແຕ່​ວ່າ​ອີກ 200 ກວ່າ​ຄົນ​ຍັງ​ຫາຍ​ສາບ​ສູນຢູ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Nigiria Chibok Girls
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG