ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Issoufou ສາບານໂຕ ເຂົ້າຮັບ ຕຳແໜ່ງ ປະທານາທິບໍດີ ຂອງປະເທດ ໄນເຈີ ອີກສະໄໝໜຶ່ງ


ປະທານາທິບໍດີຂອງປະເທດ ໄນເຈີ ທ່ານ Mahamadou Issoufou ກ່າວຄຳປາໄສ ໃນລະຫວ່າງພິທີສາບານໂຕ ທີ່ Palais des Congres ໃນເມືອງ ນິອາເມ, 2 ເມສາ, 2016.
ປະທານາທິບໍດີຂອງປະເທດ ໄນເຈີ ທ່ານ Mahamadou Issoufou ກ່າວຄຳປາໄສ ໃນລະຫວ່າງພິທີສາບານໂຕ ທີ່ Palais des Congres ໃນເມືອງ ນິອາເມ, 2 ເມສາ, 2016.

ປະທານາທິບໍດີ ຂອງປະເທດໄນເຈີ ທ່ານ Mahamadou Issoufou ໄດ້ສາບານຕົວເປັນ ປະທານາທິບໍດີ ອີກສະໄໝນຶ່ງ ໄລຍະ 5 ປີ ໃນວັນເສົາວານນີ້ ຫຼັງຈາກທີ່ໄດ້ຊະນະການ ເລືອກຕັ້ງທີ່ພັກຝ່າຍຄ້ານບໍ່ຍອມເຂົ້າຮ່ວມ ອັນເປັນບັນຫາຖົກຖຽງກັນນັ້ນ.

ທ່ານ Issoufou ໄດ້ສາບານຕົວເຂົ້າຮັບຕຳແໜ່ງ ຢູ່ໃນນະຄອນຫຼວງ ນິອາເມ ຕໍ່ໜ້າບັນ ດາຝຸງຊົນ ທີ່ລວມທັງ ບັນດາຜູ້ນຳຂອງປະເທດໃນທະວີບອາຟຣິກາ ຈຳນວນນຶ່ງ.

ທ່ານ Issoufou ໄດ້ໃຫ້ຄຳໝັ້ນສັນຍາວ່າ ປະເທດໄນເຈີ ຈະຍັງຄົງພົວພັນກັບການຕໍ່ສູ້ ຕ້ານພວກຫົວຮຸນແຮງອິສລາມ ຜູ້ທີ່ີສ້າງຄວາມວຸ້ນວາຍ ແລະກໍ່ອາຊະຍາກຳໄປທົ່ວພາກ ເໜືອຂອງທະວີບອາຟຣິກາ.

ທ່ານ ໄດ້ກ່າວຢູ່ໃນພິທີສາບານໂຕເຂົ້າຮັບຕຳແໜ່ງ ວ່າ “ລັດທິກໍ່ການຮ້າຍແມ່ນເປັນມານ ຮ້າຍແທ້ໆ ຕາບໃດ ທີ່ລັດທິກໍ່ການຮ້າຍບໍ່ໄດ້ຖືກລົບລ້າງອອກໄປຈາກພາກເໜືອຂອງ ມາລີ ແລະ ຕາບໃດ ທີ່ ລີເບຍ ບໍ່ມີສະຖຽນລະພາບ ພວກເຮົາຈະບໍ່ສາມາດນອນຫລັບ ດ້ວຍຄວາມສະຫງົບສຸກ.”

ທ່ານ Issoufou ໄດ້ຖືກເລືອກອີກຄັ້ງນຶ່ງ ໃນການແຂ່ງຂັນເລືອກຕັ້ງຂັ້ນຊີ້ຂາດໂດຍໄດ້ຮັບ ຄະແນນສຽງ ປະມານ 92 ເປີເຊັນ. ພັກຝ່າຍຄ້ານໄດ້ຂວ້ຳບາດ ບໍ່ເຂົ້າຮ່ວມໃນການເລືອກ ຕັ້ງ ໃນເມື່ອຜູ້ສະໝັກລົງແຂ່ງຂັນຈາກພັກຕົນ ທ່ານ Hama Amadou ໄດ້ຖືກຄຸມຂັງໃນ ຂໍ້ຫາທີ່ຕົນເອີ້ນວ່າ ເປັນການກ່າວຫາ ຄ້າທາລົກ ທີ່ເສກສັນປັ້ນແຕ່ງຂຶ້ນມານັ້ນ.

Niger Inauguration
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG