ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະເທດ Niger ລົງຄະແນນສຽງ ເອົາປະທານາທິບໍດີ ໃນການເລືອກຕັ້ງ ຂັ້ນຊີ້ຂາດ


ພາບທ່ານ Hama Amadou ຖ່າຍຈາກຫ້ອງການຂອງທ່ານ ໃນສະພາແຫ່ງຊາດ ທີ່ນະຄອນຫຼວງ Niamey, ປະເທດ Niger, 16 ກັນຍາ, 2013.
ພາບທ່ານ Hama Amadou ຖ່າຍຈາກຫ້ອງການຂອງທ່ານ ໃນສະພາແຫ່ງຊາດ ທີ່ນະຄອນຫຼວງ Niamey, ປະເທດ Niger, 16 ກັນຍາ, 2013.

ບັນດາຜູ້ລົງຄະແນນສຽງໃນປະເທດ Niger ກຳລັງເລືອກເອົາປະ ທານາທິບໍດີຄົນໃໝ່ ໃນວັນອາທິດມື້ນີ້, ພ້ອມກັບປະທານາທິບໍດີ ຜູ້ທີດຳລົງຕຳແໜ່ງຢູ່ ທ່ານ Mahammadou Issoufou ແມ່ນຢູ່ ໃນເກນທີ່ຈະໄດ້ຮັບໄຊຊະນະຢ່າງງ່າຍດາຍໃນການແຂ່ງຂັນຂັ້ນ ຊີ້ຂາດ ຫຼັງຈາກຂູ່ແຂ່ງທີ່ຖືກຂັງຄຸກຂອງທ່ານນັ້ນ ໄດ້ເດີນທາງ ອອກຈາກປະເທດ ເພື່ອໄປປິ່ນປົວສຸຂະພາບ, ແລະ ພັກຝ່າຍຄ້ານ ກໍໄດ້ປະກາດການຖອນຕົວສຳລັບການເລືອກຕັ້ງຄັ້ງນີ້.

ນັກຂ່າວ ວີໂອເອ ໃນປະເທດ Niger ກ່າວວ່າ ການລົງຄະແນນສຽງໄດ້ເລີ່ມຂຶ້ນຢ່າງງຽບໆ, ພ້ອມກັບການອອກມາລົງຄະແນນສຽງຂອງປະຊາຊົນທົ່ວປະເທດຈຳນວນໜ້ອຍ ໃນຕົ້ນຊົ່ວ ໂມງທຳອິດຂອງການລົງຄະແນນສຽງທີ່ໄດ້ໄຂຂຶ້ນນັ້ນ.

ຜູ້ລົງແຂ່ງຂັນພັກຝ່າຍຄ້ານ ທ່ານ Hama Amadou ໄດ້ຖືກນຳຕົວອອກຈາກຫ້ອງຂັງຂອງ ລາວທີ່ຄຸກ Niamey ແລະ ເດີນທາງໄປໂຮງໝໍແຫ່ງໜຶ່ງໃນນະຄອນຫຼວງ ປາຣີ ປະເທດ ຝຣັ່ງ ໃນວັນພຸດທີ່ຜ່ານມາ.

ທ່ານ Amadou ໄດ້ຖືກຈັບເຂົ້າຄຸກຕັ້ງແຕ່ເດືອນພະຈິກ ທີ່ຜ່ານມາ ກ່ຽວກັບ ຂໍ້ຫາການຄ້າເດັກ ນ້ອຍເກີດໃໝ່ທີ່ຜິດກົດໝາຍ, ເປັນການກ່າວຫາທີ່ທ່ານ ແລະ ຜູ້ສະໜັບສະໜູນຂອງທ່ານກ່າວ ວ່າ ເປັນຂໍ້ຫາທີ່ດຳເນີນເພື່ອຜົນປະໂຫຍດຂອງພັກການເມືອງ.

ເຈົ້າໜ້າທີ່ຂອງພັກຝ່າຍຄ້ານກ່າວວ່າ ທ່ານ Amadou ບໍ່ສະບາຍມາຕັ້ງແຕ່ທ່ານໄດ້ຖືກຈັບ ເຂົ້າຄຸກ, ແຕ່ຄວາມເຈັບໄຂ້ຂອງທ່ານແມ່ນບໍ່ຈະແຈ້ງ.

ທ່ານ Amadou ແມ່ນອະດີດປະທານສະພາແຫ່ງຊາດຂອງປະເທດ Niger. ຊື່ຂອງທ່ານແມ່ນ ມີຢູ່ໃນບັດລົງຄະແນນ ເຖິງແມ່ນວ່າພັນທະມິດພັກຝ່າຍຄ້ານຂອງທ່ານໄດ້ກ່າວໃນສັບປະດາ ທີ່ຜ່ານມາວ່າ ພວກເຂົາເຈົ້າໄດ້ຖອນຕົວອອກຈາກການແຂ່ງຂັນຂັ້ນຊີ້ຂາດນີ້ແລ້ວກໍຕາມ.

ພັກຝ່າຍຄ້ານກ່າວວ່າ ຜົນຂອງການແຂ່ງຂັນໃນຮອບທຳອິດ, ທີ່ໄດ້ຮັບໄຊຊະນະໂດຍ ປະທາ ນາທິບໍດີ Issoufou, ແມ່ນ “ບໍ່ຍຸຕິທຳ ແລະ ຕັ້ງຂຶ້ນມາເອງ.”

ຝ່າຍພັນທະມິດກໍຍັງໄດ້ກ່າວຫາ ສານຂັ້ນສູງຂອງ Niger ວ່າ ສົມຮູ້ຮ່ວມຄິດກັບລັດຖະບານ ເພື່ອຮັບປະກັນວ່າທ່ານ Issoufou ຈະໄດ້ຖືກເລືອກໃຫ້ກຳຕຳແໜ່ງຄືນອີກ. ພັກຝ່າຍຄ້ານໃຫ້ ເຫດຜົນວ່າ ທ່ານກຳລັງກາຍເປັນຜູ້ນຳທີ່ໃຊ້ອຳນາດຢ່າງຜະເດັດການຍິ່ງຂຶ້ນ.

ທັ້ງໆທີ່ວ່າປະເທດແມ່ນອຸດົມສົມບູນໄປດ້ວຍຊັບພະຍາກອນທີ່ເປັນພະລັງງານໄຟຟ້າ, ແຕ່ວ່າ ປະເທດ Niger ກໍຍັງເປັນປະເທດໜຶ່ງທີ່ມີຄວາມທຸກຍາກທີ່ສຸດໃນໂລກ.

Voters in Niger are choosing a president Sunday, with incumbent Mahamadou Issoufou in line to easily win the runoff after his jailed opponent was flown out of the country for medical reasons, and the opposition called for a boycott of the election.

A VOA reporter in Niger says voting began very quietly, with low turnout across the country in the early voting hours.

Opposition candidate Hama Amadou was taken from his Niamey jail cell and flown to a Paris hospital Wednesday.

Amadou has been in jail since November on baby trafficking charges - allegations he and his supporters say are politically motivated.

Opposition officials say Amadou has been sick since he was jailed, but his illness is unclear.

Amadou is a former speaker of Niger's parliament. His name is on the ballot even though his opposition coalition said last week it is boycotting the runoff.

The opposition says results of the first round, won by incumbent President Issoufou, were "grotesque and cooked up."

The coalition also accused Niger's top court of conspiring with the government to ensure Issoufou's reelection. The opposition alleges he is becoming increasingly authoritarian.

Despite a wealth of energy resources, Niger is one of the world's poorest countries.

XS
SM
MD
LG