ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາ Niger ອະນຸມັດ ໃຫ້ສົ່ງກຳລັງ ໄປສູ້ລົບ ກັບ ພວກຫົວຮຸນແຮງ ໂບໂກຮາຣຳ


NIGERIA BOKO HARAM VOSOT
please wait

No media source currently available

0:00 0:04:32 0:00

ສະພາແຫ່ງຊາດ​ Niger ໄດ້ອະນຸມັດ ດ້ວຍຄະແນນສຽງຢ່າງ
ເປັນເອກກະ​ສັນ ໃຫ້​ສົ່ງກຳລັງ​ທະຫານ​ໄປ​ສູ້​ລົບ​ກັບພວກ​ຫົວ​
ຮຸນ​ແຮງ Boko Haram ໃນຖານະ​ທີ່ເປັນພາກສ່ວນນຶ່ງຂອງ
​ກຳລັງຂົງ​ເຂດ ອີງຕາມຄຳຖະແຫຼງຂອງບັນດາ​ສະມາ ຊິກສະ
ພາ ​ຫລັງ​ຈາກການ​ລົງ​ຄະ​ແນ​ນສຽງ​ກັນ ໃນ​ຕອນ​ແລງ​ວັນ​ຈັນ​
ວານ​ນີ້.

ປະເທດ Niger, Nigeria, Chad, Cameron ​ແລະ Beni
ມີ​ແຜນການ​ທີ່​ຈະ​ສົ່ງກຳລັງ​ທະຫານ ຫລາຍເຖິງ 8,750 ຄົນ
​ ໄປ​ສູ້​ລົບ​ກັບພວກ​ຫົວ​ຮຸນ​ແຮງ ​ທີ່​ໄດ້​ສັງຫານ​ປະຊາຊົນ​ຫຼາຍ​
ພັນ​ຄົນ ນັບ​ແຕ່​ໄດ້​ເລີ້ມ ກໍ່ການກະບົດຂຶ້ນ ໃນ​ປີ 2009.

ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ​ກ່ອນ​ການ​ລົງ​ຄະ​ແນນ​ສຽງກັນ ພວກ​ນັກ​ລົບຂອງກຸ່ມ Boko Haram ກໍ
ໄດ້​ທຳ​ການ​ໂຈມຕີ​ ເມືອງ Diffa ໃນພາກຕາເວັນອອກສຽງໃຕ້ຂອງ​ Niger ຮວມທັງ​ການ​
ໂຈມຕີດ້ວຍລະ​ເບີດ ​ແລະບຸກເຂົ້າໄປໃນ​ຄຸກ​ແຫ່ງ​ນຶ່ງ.

ຫົວໜ້າຂອງກຸ່ມ Boko Haram ທ້າວ Abubakar Shekau ໄດ້ໃຫ້ຄຳ​ໝັ້ນ​ສັນຍາ​ໃນ
ວີດີໂອ​ໃໝ່​ ທີ່ຫາກໍນຳອອກເຜີຍແຜ່ທາງ You Tube ​ໃນວັນ​ຈັນ​ວານ​ນີ້ວ່າ ​ຈະ​ເອົາ​ໄຊຊະ​
ນະກຳລັງ​ຂອງ​ຂົງ​ເຂດ. ທ້າວ Shekau ກ່າວ​ວ່າ ກຳລັງ​ຂະໜາດດັ່ງກ່າວ​ແມ່ນຍັງນ້ອຍຢູ່
​ແລະ​ພວກ​ນັກ​ລົບ​ຂອງ​ລາວ ສາມາດ​ຂ້າ​ເຂົາ​ເຈົ້າ​ເທື່ອລະຄົນ.

ນອກນັ້ນລາວ​ຍັງ​ໄດ້​ຂົ່ມຂູ່ຕໍ່ປະທານາທິບໍດີ Chad ທ່ານ Idriss Deby ຊຶ່ງກຳລັງ​ທະຫານ​ຂອງ​ທ່ານ​ ໄດ້ສູ້​ລົບ​ກັບ​ພວກ​ນັກ​ລົບ ຂອງກຸ່ມ Boko Haram ໃນ ອາທິດ​ແລ້ວ​ນີ້ ທີ່
ປະເທດ ​Nigeria, Niger ​ແລະ Cameron.

ຄະນະ​ກຳມາທິການ​ເລືອກ​ຕັ້ງ ທີ່ເປັນອິດສະຫຼະຂອງໄນ​ຈີ​ເຣຍ ​ໄດ້​ເລື່ອນເວລາ ການ​
ເລືອກ​ຕັ້ງປະທານາທິບໍດີ ​ແລະ​ສະມາຊິກ​ສະພາ ໄປໃສ່ທ້າຍ​ເດືອນມີນາ ໂດຍອ້າງສະ
ຖານະການດ້ານ​ຄວາມ​ປ​ອດ​ໄພ​ຂອງ​ປະ​ເທດ.

XS
SM
MD
LG