ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະທານາທິບໍດີ ນິຄາຣາກົວ ກຳລັງກ້າວເຂົ້າສູ່ ການດຳລົງຕຳແໜ່ງ ສະໄໝທີສາມ


ຜູ້ສະໜັບສະໜູນຂອງປະທານາທິບໍດີ ນິຄາຣາກົວ ທ່ານ
Daniel Ortega ແລະ ຜູ້ລົງແຂ່ງຂັນເອົາຕຳແໜ່ງຮອງ
ປະທານາທິບໍດີ, ພັນລະຍາຂອງທ່ານ, ທ່ານນາງ Rosario Murillo ແກວ່ງທຸກພັກແນວໜ້າປະຕິວັດສັງຄົມນິຍົມແຫ່ງຊາດ ຫຼື FSLN ໃນຂະນະທີ່ທ່ານ Ortega ໄດ້ຊະນະການເລືອກ
ຕັ້ງຄືນ, ໃນເວລາທີ່ກຳລັງ ສະເຫຼີມສະຫຼອງໃນນະຄອນຫຼວງ ມະນາກົວ, ປະເທດ ນິຄາຣາກົວ. 6 ພະຈິກ, 2016.
ຜູ້ສະໜັບສະໜູນຂອງປະທານາທິບໍດີ ນິຄາຣາກົວ ທ່ານ Daniel Ortega ແລະ ຜູ້ລົງແຂ່ງຂັນເອົາຕຳແໜ່ງຮອງ ປະທານາທິບໍດີ, ພັນລະຍາຂອງທ່ານ, ທ່ານນາງ Rosario Murillo ແກວ່ງທຸກພັກແນວໜ້າປະຕິວັດສັງຄົມນິຍົມແຫ່ງຊາດ ຫຼື FSLN ໃນຂະນະທີ່ທ່ານ Ortega ໄດ້ຊະນະການເລືອກ ຕັ້ງຄືນ, ໃນເວລາທີ່ກຳລັງ ສະເຫຼີມສະຫຼອງໃນນະຄອນຫຼວງ ມະນາກົວ, ປະເທດ ນິຄາຣາກົວ. 6 ພະຈິກ, 2016.

ຜົນທີ່ອອກມາບາງສ່ວນໃນການເລືອກຕັ້ງປະທານາທິບໍດີ ປະເທດ Nicaragua ໄດ້ສະ ແດງໃຫ້ເຫັນວ່າ ທ່ານ Daniel Ortega ແມ່ນກຳລັງໄປສູ່ເສັ້ນທາງແຫ່ງການດຳລົງຕຳ ແໜ່ງ 3 ສະໄໝລຽນຕິດ.

ດ້ວຍຄະແນນສຽງທີ່ໄດ້ຖືກນັບ 21 ເປີເຊັນ, ທ່ານ Roberto Rivas ປະທານຂອງສະພາ ການເລືອກຕັ້ງສູງສຸດໄດ້ກ່າວໃນວັນອາທິດວານນີ້ວ່າ ປະທານາທິບໍດີຄົນປະຈຸບັນ ມີຄະ ແນນສຽງຫຼາຍກວ່າເຖິງ 71 ເປີເຊັນ.

ທ່ານ Rivas ໄດ້ກ່າວຕໍ່ບັນດານັກຂ່າວໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວວ່າ 65 ເປີ ເຊັນຂອງຜູ້ລົງຄະແນນສຽງທີ່ໄດ້ລົງຖະບຽນ 3 ລ້ານ 8 ແສນຄົນ ໄດ້ເຂົ້າຮ່ວມໃນການ ເລືອກຕັ້ງ ແລະ ຜົນຂອງຄະແນນທີ່ອອກມາຢ່າງສົມບູນແບບແມ່ນຄາດວ່າຈະມີໃນວັນ ຈັນມື້ນີ້.

ອີງຕາມການລາຍງານ, ທ່ານ Ortega, ເຊິ່ງເປັນອະດີດທະຫານກອງໂຈນ, ແມ່ນຄາດວ່າ ຈະໄດ້ຮັບຫຼາຍກວ່າ 50 ເປີເຊັນຂອງຄະແນນສຽງໃນການເລືອກຕັ້ງທີ່ລວມມີຜູ້ລົງແຂ່ງ ຂັນເອົາຕຳແໜ່ງປະທານາທິບໍດີຄົນອື່ນໆອີກ 5 ຄົນ. ຮອງປະທານາທິບໍດີຂອງທ່ານ Ortega ແມ່ນພັນລະຍາຂອງທ່ານເອງ, ຄືທ່ານນາງ Rosario Murillo.

ກ່ອນການເລືອກຕັ້ງປະທານາທິບໍດີຂອງວັນອາທິດວານນີ້, ບັນດາທີ່ປຶກສາການຢັ່ງຫາງ ສຽງແຫ່ງຊາດ M&R ໄດ້ກ່າວວ່າ 69.8 ເປີເຊັນຂອງຜູ້ທີ່ໄດ້ຖືກສຳຫຼວດນັ້ນ ໄດ້ວາງແຜນ ທີ່ຈະລົງຄະແນນສຽງໃຫ້ທ່ານ Ortega ແລະ ສະມາຊິກຝ່າຍຊ້າຍ ພັກປະຕິວັດສັງຄົມນິ ຍົມແຫ່ງຊາດຂອງທ່ານ, ທຽບໃສ່ 8.1 ເປີເຊັນສຳລັບຜູ້ລົງແຂ່ງຂັນພັກຝ່າຍຄ້ານປີກຂວາ ທ່ານ Maximo Rodriguez.

ທີ່ປຶກສາ M&R ໄດ້ກ່າວວ່າ, ອີກ 15.5 ເປີເຊັນຂອງຜູ້ທີ່ໄດ້ປ່ອນບັດໄດ້ເອີ້ນຕົນເອງວ່າ ເປັນຜູ້ອອກສຽງອິດສະຫຼະ ຫຼື ໄດ້ປະຕິເສດທີ່ຈະຕອບຄຳຖາມການສຳຫຼວດ.

ທ່ານ Ortega ແລະ ທ່ານນາງ Murillo ໄດ້ກ່າວຕໍ່ພວກຜູ້ສະໜັບສະໜູນຫຼັງຈາກທີ່ພວກ ເຂົາເຈົ້າໄດ້ໄປປ່ອນບັດແລ້ວວ່າ ມັນເປັນ “ການເລືອກຕັ້ງຄັ້ງປະຫວັດສາດ ແລະ ຖືເອົາ ເປັນແບບຢ່າງ.”

ທ່ານ Ortega ໄດ້ກ່າວວ່າ “ມັນແມ່ນການລົງຄະແນນສຽງເພື່ອສັນຕິພາບ, ສຳລັບ ຄວາມປອດໄພຂອງປະຊາຊົນ Nicaragua.”

ແນວໃດກໍຕາມ, ພວກຜູ້ວິຈານທ່ານໄດ້ກ່າວວ່າ ປະທານາທິບໍດີ ໄດ້ຈັດການລະບົບການ ເມືອງຂອງພາກພື້ນ ອາເມຣິກາ ກາງ ແລະ ໄດ້ກ່າວຫາທ່ານ ກ່ຽວກັບ ການຮ່າງແຜນການ ທີ່ຈະສ້າງວົງຕະກຸນການເມືອງກັບທ່ານນາງ Murillo.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG