ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ NGO ສົ່ງຈົດໝາຍ ເຖິງນາຍົກ 4 ປະເທດ ເລື່ອງ ການສ້າງເຂື່ອນ ດອນສະຫົງ


ຂໍ້ຄວາມ ຂອງອົງການອະນຸລັກສິ່ງແວດລ້ອມ ທີ່ປຸກລະດົມ ເພື່ອຮັກສາ ສິ່ງແວດລ້ອມ ທໍາມະຊາດ ຂອງ ແມ່ນໍ້າຂອງ
ຂໍ້ຄວາມ ຂອງອົງການອະນຸລັກສິ່ງແວດລ້ອມ ທີ່ປຸກລະດົມ ເພື່ອຮັກສາ ສິ່ງແວດລ້ອມ ທໍາມະຊາດ ຂອງ ແມ່ນໍ້າຂອງ
ບັນດາ​ອົງການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ທໍ​າມະ​ຊາດ​ໃນ​ລຸ່ມ​ແມ່​ນໍ້າ
ຂອງ ສົ່ງ​ຈົດໝາຍ​ເຖິງ​ນາຍົກລັດຖະມົນຕີ ລາວ ​ໄທ ກໍາປູ​ເຈຍ
​ແລະ​ຫວຽດນາມ ​ເພື່ອ​ຂໍ​ໃຫ້​ຍັບ​ຢັ້ງ ການ​ສ້າງ​ເຂື່ອນ​ດອນ​ສະ​ຫົງ​
ໃນ​ລາວ.


ບັນດາ​ອົງການ​ອະນຸ​ລັກສິ່ງ​ແວດ​ລ້ອມ​ທໍາ​ມະ​ຊາດ​ໃນ​ລຸ່ມ​ແມ່​ນໍ້າຂອງ ທີ່​ປະ​ກອບ​ດ້ວຍ​ສະມາຊິກ 19 ອົງການ ທີ່​ໃຊ້​ຊື່ ວ່າ​ “ພັນທະ​ມິດ​ປົກ​ປ້ອງ​ແມ່​ນໍ້າຂອງ ຫຼື Save the Mekong River” ​ໄດ້​ຮ່ວມກັນ​ລົງ​ນາມ​ໃນ​ຈົດໝາຍ​ທີ່​ສົ່ງ​ເຖິງ​ນາຍົກ​ລັດຖະມົນ ຕີ​ ລາວ ​ໄທ ກໍາປູ​ເຈຍ ​ແລະ​ຫວຽດນາມ ​ເພື່ອ​ຮຽກຮ້ອງ​ຂໍ​ໃຫ້​ຍົກ​ເລີກ​ ໂຄງການ​ເຂື່ອນ​ດອນ​ສະ​ຫົງ ທີ່​ຈະ​ກໍ່ສ້າງ​ເທິງ​ແນວ​ແມ່​ນໍ້າຂອງ​ໃນ​ເຂດ​ແຂວງ​ຈໍາປາ​ສັກ​ຂອງ​ລາວ ​ເມື່ອ​ວັນ​ທີ 1 ພະຈິກ​ ທີ່​ຜ່ານ​ມາ. ​

ໂດຍ​ຈົດໝາຍ​ດັ່ງກ່າວ ​ໄດ້​ໃຫ້​ເຫດຜົນ​ວ່າ ການ​ກໍ່ສ້າງ​ເຂື່ອນ​ດອນສະ​ຫົງ​ຈະ​ເປັນ​ໄພ​ຄຸກ​ຄາມ​ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ທໍາ​ມະ​ຊາດ ​ແລະ​ສັດ​ນໍ້າ ທັງໃນ​ເຂດ​ສີ​ພັນ​ດອນ ຂອງ​ລາວ ​ແລະ​ເຂດ​ຕອນ​ລຸ່ມ​ແມ່​ນໍ້າຂອງ​ຢ່າງ​ຮຸນ​ແຮງ ​ແລະ​ກວ້າງຂວາງ ​ເນື່ອງ​ຈາກເຂື່ອນ​ຈະ​ປິດ​ຮູ​ນໍ້າ​ສະ​ຫົງ ທີ່​ເປັນ​ເສັ້ນທາງ​ສັນຈອນ​ໄປ-ມາ ທີ່ສໍາຄັນທີ່​ສຸດ​ຂອງ​ປາ ລະ ຫວ່າງ​ເຂດ​ສີ​ພັນ​ດອນ​ຂອງ​ລາວ ກັບ​ທະ​ເລ​ສາບ​ໃຫຍ່​ໃນ​ພາກ​ເໜືອ​ຂອງ​ກໍາປູ​ເຈຍ ທີ່​ເປັນ​ແຫຼ່ງປະ​ມົງນໍ້າ​ຈືດ​ທີ່​ມີ​ພື້ນທີ່ຂະໜາດ​ໃຫຍ່​ທີ່​ສຸດ​ໃນ​ໂລກ.

​ເພາະສະ​ນັ້ນ ການ​ກໍ່ສ້າງ​ເຂື່ອນ​ດອນ​ສະ​ຫົງ ຈຶ່ງ​ຈະ​ສົ່ງ​ຜົນ​ກະທົບ​ດ້ານ​ລົບ​ຫຼາຍ​ກວ່າ ການທີ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໃນດ້ານ​ບວກ ​ແລະ​ການ​ກໍ່ສ້າງ​ເຂື່ອນ​ດັ່ງກ່າວ​ກໍ​ຍັງ​ຈະ​ກໍ່​ໃຫ້​ເກີດ​ຄວາມ​ຂັດ​ແຍ້​ງລະຫວ່າງ​ປະ​ເທດ​ໃນ​ລຸ່ມ​ແມ່​ນໍ້າຂອງ​ຫຼາຍ​ຂຶ້ນນັບ​ມື້​ອີກ​ດ້ວຍ. ​

ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ ວີລະ​ພົນ ວີລະ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ ກະຊວງ​ພະລັງ ງານ ​ແລະ​ບໍ່​ແຮ່ ກໍ​ໄດ້​ໃຫ້ການ​ຢືນຢັນ​ ກັບ VOA ວ່າ​ ​ໂຄງການ​ເຂື່ອນ​ດອນ​ສະ​ຫົງ ​ໄດ້​ຜ່ານ​ການ​ສຶກສາ​ອອກ​ແບບ​ກໍ່ສ້າງ​ ຢ່າງໄດ້​ມາດຕະຖານ​ສາກົນ​ໃນ​ທຸກ​ດ້ານ​ແລ້ວ ຊຶ່ງ​ເຊື່ອໝັ້ນ​ວ່າ ​ເຂື່ອນ​ດອນ​ສະ​ຫົງ​ຈະ​ບໍ່​ສົ່ງ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ໃນ​ເຂດ​ຕອນ​ລຸ່ມ ​ແມ່​ນໍ້າຂອງ​ຢ່າງ​ແນ່​ອນ ດັ່ງ​ທີ່​ທ່ານ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

ທ່ານ ວີລະພົນ ວີລະວົງ ລມຕ ຊ່ວຍ ກະຊວງແຮງງານ ແລະບໍ່ແຮ່
ທ່ານ ວີລະພົນ ວີລະວົງ ລມຕ ຊ່ວຍ ກະຊວງແຮງງານ ແລະບໍ່ແຮ່

“ດອນ​ສະ​ຫົງ​ນີ້ໃຊ້​ແຕ່​ຮູ​ນໍ້າ​ຮູດຽວ​ນ້ອຍໆ ມີ​ແຕ່ 15% ຂອງ​
ໝົດ​ນໍ້າຂອງ​ໄຫຼ ບໍ່​ແມ່ນ​ໃຊ້ 100% ຄື​ເຂື່ອນ​ໄຊ​ຍະ​ບຸລີ ສະ​
ນັ້ນ ການ​ຕັນ​ນີ້ ບໍ່​ມີ​ຜົນ​ກະທົບ​ຫຍັງ​ໝົດ​ເລີຍ ​ແລ້ວ​ກະ​ຕາມ​
ຕົວ​ເລກທີ່​ຈື່​ໄດ້​ນີ້ ຂີ້​ດິນຕະກອນ​ໃນ​ປີ​ນຶ່ງ ຜ່ານ​ເຂດ​ໃຕ້​ລົງ​ໄປ​
ຮອດ​ແມ່ຂອງ​ເດລຕ້າ ມັນ​ຮອດ 160 ກວ່າ​ລ້ານໂຕນ ​ແຕ່​ຢູ່​
ດອນ​ສະ​ຫົງ​ໃນ 29 ປີ​ນີ້ ​ເຂົາ​ຄິດເບິ່ງ​ຂີ້​ດິນ​ສິ
deposit ບໍ່​
ຮອດ 5 ລ້ານ​ໂຕນ ​ແລ້ວ​ກໍ​ບໍ່​ໄດ້​ກັກ​ນໍ້າ ​ໄດ້​ເອົາ​ນໍ້າມາ​ເທົ່າ​
ໃດ​ກະ​ໄປ​ເທົ່າ​ນັ້ນ.”


ຍິ່ງ​ໄປ​ກວ່າ​ນັ້ນ ທ່ານວີລະ​ພົນ ຍັງ​ໄດ້​ໃຫ້ການ​ຢືນຢັນ​ດັ່ງກ່າວ​ກັບ​ຄະນະ​ຜູ້​ຕາງໜ້າ​ຂອງ ລັດຖະບານ​ໄທ ​ແລະ​ຫວຽດນາມ ທີ່​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ລັດຖະມົນຕີ​ດ້ານ​ພະລັງ ງານ​ຂອງ​ອາ​ຊ່ຽນ ຄັ້ງ​ທີ່ 31 ຢູ່​ເກາະ​ບາຫຼີ ປະ​ເທດ​ອິນ​ໂດ​ນີ​ເຊຍ ​ໃນ​ຕົ້ນ​ເດືອນ​ຕຸລາ​ນີ້​ອີກ​ດ້ວຍ.

ທັງ​ນີ້ ​ໂດຍ​ທ່ານ​ວີລະ​ພົນ ​ໄດ້​ພະຍາຍາມ​ເນັ້ນ​ໜັກ​ໃຫ້​ເຫັນ​ເຖິງ​ຄວາມສໍ​າຄັນ​ຂອງ​ການ​ສ້າງ​ເຂື່ອນ​ທີ່​ຈະ​ເປັນ​ທ່າ​ແຮງ​ສໍາຄັນ​ ໃນ​ກາ​ນພັດທະນາ​ທາງ​ເສດຖະກິດ ​ເພື່ອ​ລົບ​ລ້າງ​ບັນຫາ​ຄວາ​ທຸກ​ຍາກ​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ ​ໂດຍ​ລັດຖະບານ​ລາວ ຈະ​ນໍາ​ເອົາ​ລາຍ​ຮັບ​ທີ່​ໄດ້​ຈາກ​ການ​ຂາຍ​ກະ​ແສ​ໄຟຟ້າ​ໃຫ້​ກັບປະ​ເທດ​ເພື່ອນ​ບ້ານ ​ເຊັ່ນ ​ໄທ ກໍາປູ​ເຈຍ ​ແລະ​ຫວຽດນາມ ມາ​ໃຊ້​ໃນ​ໂຄງການ​ພັດ​ນະ​ນາ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບຊີວິດ ຄວາ​ມ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ ​ໃຫ້​ດີ​ຂຶ້ນ​ໃນ​ລະຍະ​ຕໍ່​ໄປ​ນັ້ນ​ເອງ.

ທາງ​ດ້ານ​ບໍລິສັດ Mega First Corporation Berhad ຈາກ​ມາ​ເລ​ເຊຍ ຜູ້​ລົງທຶນ​ໃນ​ໂຄງການ ກໍ​ໄດ້ ຖະ​ແຫຼ​ງຢືນຢັນ​ວ່າ ​ໄດ້​ທໍາ​ການ​ສຶກສາ​ ເພື່ອ​ປ້ອງ​ກັນ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ທໍາ​ມະຊາດ ​ແລະ​ສັດ​ນໍ້າ​ຢ່າງຮອບດ້ານ​ແລ້ວ ຈຶ່ງ​ເຮັດ​ໃຫ້​ບໍລິສັດ​ໄດ້​ຕັດສິນ​ໃຈ​ລົງທຶນ​ເຖິງ 600 ລ້ານ​ໂດ​ລ່າ ​ເພື່ອ​ດໍາ​ເນີນການ​ກໍ່ສ້າງເຂື່ອນດອນ​ສະ​ຫົງ​ຂະໜາດ 260 MW ​ໃຫ້​ສໍາ​ເລັດ​ພາຍ​ໃນ​ປີ 2016 ຕໍ່​ໄປ.

ລັດຖະບານ​ລາວ​ມີ​ແຜນການ​ກໍ່ສ້າງ​ເຂື່ອນ​ເທິງ​ແນວ​ແມ່​ນໍ້າຂອງ​ເຖິງ 8 ​ໂຄງການ​ຕໍ່​ເນື່ອງ ກັນ​ກັບ​ໂຄງການ​ເຂື່ອນໄຊ​ຍະ​ບຸລີ ກໍ​ຄື 5 ​ໂຄງການ​ໃນ​ເຂດ​ພາກ​ເໜືອ​ກັບ 3 ​ໂຄງການ ​ໃນ​ເຂດ​ພາກ​ໃຕ້ ຊຶ່ງ​ໃນ​ນີ້ ກໍ​ມີ​ພຽງ​ໂຄງການ​ເຂື່ອນ​ບ້ານ​ກຸ່ມ​ເທົ່າ​ນັ້ນ ທີ່​ມີ​ທ່ີ​ຕັ້ງ​ ຢູ່​ໃນ​ເຂດ ຊາຍ​ແດນ​ລາວ​ກັບ​ໄທ.
XS
SM
MD
LG