ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອົງການ NGO ຢືນຢັນວ່າ ການກໍ່ສ້າງ ເຂື່ອນໄຟຟ້າ ໄຊຍະບູລີ ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ


ແຜນຕົວຢ່າງຂອງເຂື່ອນໄຟຟ້າ ດອນສະໂຮງ.
ແຜນຕົວຢ່າງຂອງເຂື່ອນໄຟຟ້າ ດອນສະໂຮງ.

ນັກ​ອະນຸ​ລັກ ຢືນຢັນ​ວ່າການ​ກໍ່ສ້າງ​ເຂື່ອນ​ເທິງ​ແນວ​ແມ່ນ​ນ້ຳຂອງ ທັງ​ໃນ ລາວ ​ແລະ ຈີນ ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ທຳ​ມະຊາດ ​ແລະ ສັດ​ນ້ຳ​ນານາ​ພັນໃນ​ແມ່ນ​ນ້ຳຂອງ ຢ່າງ​ໜັກໜ່ວງ.

ທ່ານ ທິລະ​ພົງ ​ໂພ​ໝັ້ນ ຜູ້ອຳນວຍການ​ເຄືອ​ຂ່າຍ ອະນຸລັກ​ແມ່​ນ້ຳ​ໃນ​ປະ​ເທດ ​ໄທ ​ແລະ ​ເຂດລຸ່ມ​ແມ່ນ້ຳຂອງ ​ໃຫ້ການ​ຢືນຢັນ​ວ່າ ການ​ກໍ່​ສ້າງ​ເຂື່ອນ​ເທິງ​ແນວ​ແມ່​ນ້ຳຂອງ​ທັງ​ໃນ ລາວ ​ແລະ ຈີນ ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ​ແລະ ສັດ​ນ້ຳ​ນານາ​ພັນ​ໃນ​ແມ່​ນ້ຳຂອງ​ຢ່າງ​ໜັກ ​ແລະ ກໍ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ເນື່ອງ​ເຖິງ​ສະພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ເຂດ​ລຸ່ມ​ແມ່ນ​ນ້ຳຂອງ​ຢາງ​ກວ້າງຂວາງ​ອີກ​ດ້ວຍ.

​ໂດ​ຍກໍ​ລະ​ນີບັນຫາ​ທີ່​ເກີດ​ຂຶ້ນ​ທີ່​ເຫັນ​ໄດ້​ຢ່າງ​ຊັດ​ເຈ​ນທີ່​ສຸດ​ໃນ​ຕະຫຼອດ​ໄລ​ຍະ​ຫຼາຍ​ກວ່າ 10 ປີ​ມາ​ນີ້ ກໍ​ຄື​ກະ​ແສ​ນ້ຳ​ທີ່​ໄຫຼ​ແ​ຮງຂຶ້ນ ​ແລະ ລະດັບ​ນ້ຳ​ທີ່​ປັບ​ຂຶ້ນໆ ລົໆ​ຕະຫຼອດ​ເວລາ​ຈາມ​ການ​ປ່ອຍ​ນ້ຳຂອງ​ເຂື່ອນ​ໃນ ຈີນ ທີ່​ກໍ່ສ້າງ​ສຳ​ເລັດ​ແລ້ວ 5 ​ໂຄງການ​ຈາກ​ທັງ​ໝົດ 8 ​ໂຄງການ​ນັ້ນ​ກໍ​ເປັນ​ສາ​ເຫດ​ເຮັດ​ໃຫ້​ເກີດ​ບັນຫາ​ຕາຝັ່ງ​ເຈື່ອນ​ທັງ​ໃນ​ເຂດ​ ລາວ ​ແລະ ​ໄທ ຊຶ່ງ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ພື້ນ​ທີ່​ກະສິກຳ ​ແລະ ທີ່ຢູ່​ອາ​ໄສ​ຂອງ​ປະຊາຊົນ ລາວ ​ແລະ ​ໄທ ຢ່າງ​ກວ້າງຂວາງ​ດ້ວຍ ດັ່ງ​ທີ່​ທ່ານ ທິລະ​ພົງ ​ໄດ້​ຢືນຢັນ​ວ່າ

“ການ​ພັງ​ທະລາ​ຍຂອງ​ຕະລິ່ງຝັ່ງ​ແມ່​ນ້ຳຂອງ ​ເກີດ​ຂຶ້ນ​ຢ່າງ​ຊັດ​ເຈນ​ໃນ​ປະ​ເທດ ​ໄທ ​ໃນ​ພາກ​ເໜືອ​ ​ແລ້ວ​ກໍ​ເຈັດ​ຈັງ​ຫວັດ​ໃນ​ພາກ​ອີສານ​ຂອງ ​ໄທ ​ແລ້ວ​ກໍ​ລວມທັງ​ປະ​ເທດ ລາວ ​ໝານຜັກ ຫຼື​ວ່າ ການ​ກະ​ສິກຳ​ແຄມ​ຝັ່ງ​ແມ່​ນ້ຳຂອງນີ້ ກໍ​ຈະ​ຖືກທຳລາຍ​ໄປດ້ວຍ​ ​ແລ້ວ​ກໍ​ລວມ​ໄປ​ເຖິງ​ບ້ານ​ເຮືອນ​ຂອງ​ຊາວບ້ານ​ທີ່​ຢູ່​ແຄມ​ຝັ່ງ​ກໍ​ຈະ​ຖືກ​ພັງ​ທະລາ​ຍ​ ​ແລ້ວ​ກໍ​ຕ້ອງ​ຍ້າຍໄປ​ດ້ວຍ.”

ທາງ​ການ ລາວ ​ໄດ້​ວາງແຜນການ​ທີ່​ຈະ​ກໍ່ສ້າງ​ເຂື່ອນເທິງ​ແນວ​ແມ່​ນ້ຳຂອງ​ຈຳນວນ 9 ​ໂຄງການ​ໂດຍ​ທີ່​ໄດ້​ລົງ​ມື​ກໍ່ສ້າງ ​ແລະ ຄືບ​ໜ້າ​ໄປ​ແລ້ວຫຼາຍ​ກວ່າ 50 ​ເປີ​ເຊັນຂອງ​ແຜນການ​ກໍ​ຄື​ເຂື່ອນ ​ໄຊ​ຍະ​ບູລີ​ ສ່ວນ​ທີ່​ກຳລັງ​ຢູ່​ໃນ​ຂັ້ນ​ຕອນ​ຂອງ​ການ​ປຶກສາ​ຫາລື ​ໃນ​ຄະນະ​ກຳ​ມະ​ທິການ​ແມ່ນ​ນ້ຳ​ຂອງ MRC ​ເພື່ອຂໍ​ຄວາມ​ເຫັນ​ຊອບ​ຈາກ​ທາງ​ການ​ ກຳປູ​ເຈຍ, ​ໄທ ​ແລະ ຫວຽດນາມ ທີ່​ເປັນ​ປະ​ເທດ​ສະມາຊິກ​ໃນ MRC ຮ່ວມ​ກັນ​ກັບ​ ລາວ ນັ້ນ​ກໍແມ່ນ​ໂຄງການ​ເຂື່ອນ​ດອນ​ສະໂຮງ ຊຶ່ງ​ຈະ​ກໍ່ສ້າງ​ໃນ​ແມ່​ນ້ຳຂອງ​ທີ່​ເຂດ​ສີ່​ພັນ​ດອນ ​ແລະ ຄອນ​ພະ​ເພັງ​ໃນ​ແຂວງ ຈຳ​ປະ​ສັກ ຂອງ ລາວ.

ຊາວຫາປາ ໄທ ປະທ້ວງຕໍ່ການກໍ່ສ້າງ ເຂື່ອນໄຟຟ້າ ໄຊຍະບູລີ.
ຊາວຫາປາ ໄທ ປະທ້ວງຕໍ່ການກໍ່ສ້າງ ເຂື່ອນໄຟຟ້າ ໄຊຍະບູລີ.

ທາງ​ດ້ານ​ທ່ານ ປີ​ເຕີ ຮໍ​ຄິນ ຜູ້​ຊ່ຽວຊານ​ດ້ານສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ຂອງ​ບໍລິສັດ Mega First ຈາກ​ ມາ​ເລ​ເຊຍ ຜູ້​ລົງ​ທຶນ​ໃນ​ໂຄງການ​ກໍ​ໄດ້ໃຫ້ການ​ຢືນຢັນ​ວ່າ​ໂຄງການ​ເຂື່ອນ​ດອນ​ສະ​ໂຮງ​ ຈະ​ບໍ່​ສົ່ງ​ຜົນ​ກະທົບ​ຕໍ່​ການ​ສັນຈອນຂອງ​ປາ ທີ່​ເດືອນ​ທາງ ​ໄປມາ ​ໃນ​ເຂດ​ລະຫວ່າງ ລາວ ກັບ​ ກຳປູ​ເຈຍ, ຫວຽດນາມ ​ແລ​ະ ​ໄທ​ ຢ່າງ​ແນ່ນອນ.

​ໂດຍ​ເຖິງ​ແມ່ນ​ວ່າ​ຕົວ​ເຂື່ອນ​ຈະ​ຖືກ​ສ້າງ​ຢູ່​ເທິງ ຮູ​ສະໂຮງ​ທີ່​ເປັນ​ເສັ້ນທາ​ງສັນຈອນ​ຂອງ ປາ​ແລະ ສັດ​ນ້ຳ​ໃນ​ແມ່ນ້ຳຂອງ​ກໍ​ຕາມ ​ແຕ່​ຈາກ​ການ​ສຶກສາວິ​ໄຈ​ໃນ​ພາກ​ສະໜາມ ດ້ວຍການ​ສຳ​ພາດ​ຊາວ​ປະມົງ​ໃນ​ພື້ນ​ທີ່ ​ແລະ ການ​ສັງ​ເກດ​ພຶດຕິ​ກຳ​ຂອງ​ປາ​ທີ່​ສັນຈອນໄປ​ມາ ​ໃນ​ເຂດ​ສີ່​ພັນ​ດອນ ​ແລະ ຄອນ​ພະ​ເພັງ​ນັບແຕ່​ປີ 2009 ​ເປັນ​ຕົ້ນ​ມາ​ພົບ​ວ່າ ຮູ​ສະ​ໂຮງບໍ່​ແມ່ນ​ເສັ້ນທາງ​ດຽວ​ທີ່​ປາ​ໃຊ້​ໃນ​ການ​ສັນຈອນຳໄປມາ ຫາກ​ແຕ່​ຍັງ​ມີ​ຮູ​ຊ້າງ​ເຜືອກ ​ແລະ ຮູ​ສະ​ດຳ​ ທີ່​ມີຄວາມ​ສຳຄັນ​ເຊັ່ນ​ດຽວກັນ ດັ່ງ​ທີ່ທ່ານ ວິລະ​ພົນ ວິລະ​ວົງ ລັດຖະມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ​ໄດ້​ໃຫ້ການ​ຢືນຢັນໃນ​ກໍລະນີ​ດຽວ​ກັນ​ນີ້​ວ່າ

​“​ເ​ຮົາສ້າງເຂື່ອນ​ຕັນມີ​ແຕ່ຮ້ອຍ​ແມັດທຽບກັບ​ຄວາມ​ກວ້າງຂ​ອງ​ນ້ຳ​ໄລຍະ​ນີ້​ສິບ​ກວ່າ​ກິ​ໂລ​ແມັດ​ມັນ​ບໍ່​ມີ​ຄວາມ​ໝາຍ​ຫຍັງ ມັນ​ບໍ່​ມີ​ຜົນ​ກະທົບ ຂີ້​ດິນ​ຕະກອນ​ກະບໍ່​ແມ່ນ​ວ່າ​ຄ້າງ ​ເລື່ອງ​ປາ​ເຮົາ​ກໍ​ຖື​ວ່າ​ເປັນ​ເລື່ອງ​ທີ່​ວ່າ​ເຮົາ​ນີ້​ເຊື່ອ​ວ່າ​ເຮົາ​ແກ້​ໄຂ​ໄດ້ ​ແຕ່​ວ່າ​ຫຼາຍ​ຄົນ​ກະ​ຄິດ​ບໍ່​ຄື​ກັນ ຈາກ​ທີ່​ວ່າ ຮູ​ສະ​ໂຮງ​ນີ້ິ້​ເປັນ​ຮູ​ສຳຄັນ​ທີ່​ປາ​ຂຶ້ນ​ລົງ​ໄດ້​ໃນ​ລະດູ​ແລ້ງ ​ແລະ ລະ​ດູ​ຝົນ ​ແຕ່​ມັນ​ຂຶ້ນ​ໄດ້ໝົດ​ທຸກ​ບ່ອນ ຮູ​ສະ​ດຳ​ນີ້​ຍາມ​ຝົນ​ມັນ​ກະ​ຂຶ້ນ​ໄດ້.”

ທາງ​ດ້ານ​ທ່ານ​ ສົມ​ຈິດ ອິນ​ທະ​ມິດ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ໄດ້​ໃຫ້ການ​ຢືນຢັນ​ວ່າ​ໂຄງການ​ເຂື່ອນ​ດອນ​ສະ​ໂຮງ​ນີ້ ຈະ​ເຮັດ​ໃຫ້​ມີ​ພະ​ລັງ​ງານ​ໄຟຟ້າ​ໃນ​ມູນ​ຄ່າ​ສະ​ເລ່ຍ​ເຖິງ 40 ລ້ານ​ໂດ​ລາ​ຕໍ່​ປີ ຫຼື 1,000 ລ້ານ​ໃນ​ຕະຫຼອດ​ອາຍຸ​ສຳ​ປະທານ 25 ປີ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG