ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທະ​ຫານ ອາເມຣິກັນ ທີ່ຫາກໍ່​ຖືກປ່ອຍ ເຂົ້າກວດ ສຸຂະພາບ ທີ່ໂຮງໝໍ ທະຫານ ຢູ່ ເຢຍຣະມັນ (ວີດີໂອ)


ຮູບສິບເອກ Bowe Bergdahl ທີ່ກອງທັບສະຫະລັດ ເປີດເຜີຍໃຫ້ຊາບ.
ຮູບສິບເອກ Bowe Bergdahl ທີ່ກອງທັບສະຫະລັດ ເປີດເຜີຍໃຫ້ຊາບ.
ສິບ​ເອກ Bowe Bergdahl ຊຶ່ງ​ເປັນ​ຊະ​ເລີຍ​ເສິກ​ກອງທັບ
ສະຫະລັດ ທີ່​ຫາ​ກໍ​ຖືກ​ປ່ອຍ​ໂຕ​ອອກ​ມາ​ໃໝ່ໆໄດ້​ເຂົ້າ​ໂຮງ
ໝໍ​ທະຫານແຫ່ງ​ນຶ່ງ​ຂອງ​ສະຫະລັດໃນ​ເຢຍຣະມັນ.

ບັນດາ​ນາຍ​ແພດ​ຈະ​ກວດ​ເບິ່ງ​ສຸຂະພາບ​ຂອງ​ລາວ ​ແລະ​ຈັດ
ການ​ປິ່ນປົວ​ໃດໆ​ທີ່​ຈຳ​ເປັນ. ພວກ​ນາຍ​ແພດ​ເວົ້າ​ວ່າ ພວກ
​ເຂົາ​ເຈົ້າ​ຈະ​ດຳ​ເນີນ​ການ​ອັນ​ທີ່​ເຂົ້າ​ເຈົ້າ​ເອີ້ນ​ວ່າ ລະຍະ​ທີ່​ສຸກ
​ກາຍ​ສະບາຍ​ໃຈ ​ໄປ​ສູ່​ການ​ຟື້ນ​ໂຕ​ຄືນ​ຂອງ​ລາວ​.

ພໍ່​ແມ່​ຂອງ​ສິບ​ເອກ Bergdahl ຄື​ທ່ານ Bob ​ແລະ​ຍານາງ
Jani ​ໄດ້​ກ່າວ​ຢູ່​ໃນ​ສານ​ສະບັບ​ນຶ່ງ​ທີ່​ສົ່ງ​ໄປ​ຫາ​ລູກ​ຊາຍ​ຂອງ​
ພວກ​ເຂົາ​ເຈົ້າ​ໃນ​ວັນ​ອາທິດ​ວານ​ນີ້​ໃນ​ລະຫວ່າງ​ກອງ​ປະຊຸມ​ນັກ​ຂ່າວ​ທີ່​ລັດ Idaho
ບ້ານ​ເກີດ​ເມືອງ​ນອນ​ຂອງ​ພວກ​ເຂົາ​ເຈົ້າ​ທີ່​ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ​ເຂົາ​ເຈົ້າ​ບໍ່​ເຄີຍ​ໝົດ​ຄວາມ​ຫວັງ​ຈັກ​ເທື່ອ ​ແລະ​ຮຽກຮ້ອງ​ໃຫ້​ລູກ​ຊາຍ​ຂອງ​ພວກ​ເຂົາ​ເຈົ້າໄວ້​ໃຈ​ໝົດ​ທຸກ​ຄົນ
​ທີ່​ກຳລັງ​ດຳ​ເນີນ​ງານ​ເພື່ອ​ໃຫ້​ລາວ​ຟື້ນ​ໂຕ​ຄືນ​ນັ້ນ.
Washington Debates Terms of Bergdahl Release
please wait

No media source currently available

0:00 0:02:36 0:00

ນອກ​ນັ້ນ ພວກ​ເຂົາ​ເຈົ້າ​ຍັງ​ກ່າວ​ຕື່ມ​ວ່າ ​ເຂົາ​ເຈົ້າ​ມີ​ຄວາມ​ພາກພູມ​ໃຈ​ນຳລູກ​ຊາຍ​
ເຂົາ​ເຈົ້າ ທີ່​ຢາກ​ຊ່ອຍ​ເຫຼືອ​ປະຊາຊົນ​ອັຟກາ​ນິສຖານ​.

ກຸ່ມ​ຕາ​ລີ​ບັນ​ໃນ​ອັຟກາ​ນິສຖານ ​ໄດ້​ປ່ອຍ​ໂຕ​ສິບ​ເອກ Bergdahl ​ໃນ​ວັນ​ເສົາ​ຜ່ານ​ມາ
​ນີ້ ​ໃນ​ຖານະ​ເປັນ​ການ​ແລກປ່ຽນ​ຊະ​ເລີຍ​ເສິກ​ກັນ ກັບ​ພວກ​ຫົວ​ຮຸນ​ແຮງ​ຈັດ 5 ຄົນ ທີ່
​ຖືກ​ກັກ​ຂັງ​ໄວ້​ໃນ​ຄຸກ​ທະຫານ​ຂອງ​ສະຫະລັດ​ທີ່​ອ່າວ​ກວານຕານາ​ໂມ ​ໃນ​ຄີວບາ​.
afghanistanussoldier2june14
please wait

No media source currently available

0:00 0:03:05 0:00
XS
SM
MD
LG