ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີ​ພືດແລະ​ສັດ ເກືອບ 400 ຊະນິດ ຖືກຄົ້ນພົບ ໃນເຂດອ່າງ ​ແມ່ນ້ຳຂອງຕອນ​ລຸ່ມ (ລາຍງານພາສາອັງກິດຊ້າໆ ເພື່ອຮຽນໄປພ້ອມ)


ນົກກະຈິບຂອງກຳປູເຈຍ ຫຼື Cambodian Tailorbird (Orthotomus chaktomuk) ໂຕນ້ອຍໆ ເບົາໆ ແລະ ຕົນໂຕສີຂີ້ເຖົ່າແກ່ ຫົວຂອງມັນເປັນສີສົ້ມແດງ ໄດ້ຖືກບັນດານັກວິດທະຍາສາດອະທິບາຍວ່າ "ພວກມັນແມ່ນຫລົບລີ້ຢູ່ຕໍ່ໜ້າຕໍ່ຕາ" ໃນບໍລິເວນອ້ອມແອ້ມນະຄອນ
ຫລວງພະນົມເປັນຂອງກຳປູເຈຍນັ້ນ ຕອນທີ່ໄດ້ພົບເຫັນເປັນຄັ້ງທຳອິດໃນປີ 2009.
ນົກກະຈິບຂອງກຳປູເຈຍ ຫຼື Cambodian Tailorbird (Orthotomus chaktomuk) ໂຕນ້ອຍໆ ເບົາໆ ແລະ ຕົນໂຕສີຂີ້ເຖົ່າແກ່ ຫົວຂອງມັນເປັນສີສົ້ມແດງ ໄດ້ຖືກບັນດານັກວິດທະຍາສາດອະທິບາຍວ່າ "ພວກມັນແມ່ນຫລົບລີ້ຢູ່ຕໍ່ໜ້າຕໍ່ຕາ" ໃນບໍລິເວນອ້ອມແອ້ມນະຄອນ ຫລວງພະນົມເປັນຂອງກຳປູເຈຍນັ້ນ ຕອນທີ່ໄດ້ພົບເຫັນເປັນຄັ້ງທຳອິດໃນປີ 2009.

ມີ​ພືດ​ແລະ​ສັດເກືອບ 400 ຊະນິດ ໄດ້ຖືກຄົ້ນພົບ ຢູ່ໃນເຂດອະ​ນຸ
​ພາກ​ພື້ນ ອ່າງ​ແມ່ນ້ຳຂອງຕອນ​ລຸ່ມ ເມື່ອປີ 2012 ແລະ 2013 ​
ແລ້ວ​ນີ້ ເຮັດ​ໃຫ້​ພືດ​ແລະ​ສັດພັນໃໝ່ ທີ່​ຄົ້ນ​ພົບທັງ​ໝົດ ຢູ່ໃນພື້ນ
ທີ່ດັ່ງ ກ່າວ ​ມີຫຼາຍກວ່າ 2,000 ​ຊະ​ນິດ ໃນ​ຮອບ 17 ປີ ທີ່ຜ່ານ
ມາ. ຜູ້ສື່ ຂ່າວວີໂອເອ Steve Herman ມີລາຍງານກ່ຽວກັບ
ເລື່ອງນີ້ ຈາກບາງກອກ ຊຶ່ງ ໄຊຈະເລີນສຸກ ຈະນຳເອົາລາຍ
​ລະ​ອຽດ​ມາສະເໜີທ່ານໃນອັນດັບຕໍ່ໄປ.

ອີງຕາມອົງການກອງ​ທຶນໂລກເພື່ອທຳມະຊາດ ຫຼື World Wide
Fund for Nature ​ແລ້ວພວກ​ນັກ​ວິ​ທະ​ສາດກ່າວວ່າ ນົກກະຈິບ
ທີ່ພົບເຫັນຢູ່​ທົ່ວ​ໄປ ໃນບໍລິເວນອ້ອມແອ້ມນະຄອນຫລວງພະນົມ
ເປັນຂອງກຳປູເຈຍນັ້ນ ແມ່ນນຶ່ງໃນ​ບັນ​ດາ​ສັດ​ພັນ​ໃໝ່ ທີ່ໄດ້​ມີ
​ການ​ຈົດບັນທຶກໄວ້.

ທ່ານ Thomas Gray ຜູ້​ຈັດ​ການ ອົງການກອງ​ທຶ​ນອ​ະ​ນຸ​ລັກ​ສັດ
​ປ່າໂລກ ຫຼື WWF ໃນ​ເຂດອະ​ນຸ​ພູ​ມີ​ພາກ​ອ່າງ​ແມ່​ນ້ຳ​ຂອງ​ຕອນ​
ລຸ່ມກ່າວວ່າ ນົກກະຈິບຂອງກຳປູເຈຍເປັນພຽງ​ນົກ​ຊະ​ນິດດຽວ
​ເທົ່າ​ນັ້ນ ທີ່ໄດ້ຖືກ​ຈົດ ຕື່ມເຂົ້າໃນບັນຊີສັດ​ພັນໃໝ່ ສຳຫລັບປີ 2012 ແລະ 2013. ທ່ານ
Gray ເວົ້າວ່າ “ພວກນົກເຫຼົ່ານີ້ ​ບາງ​ທີ ອາດເປັນພວກສັດກຸ່ມນຶ່ງ ທີ່ໄດ້ຖືກສຶກສາ
ຢ່າງລະອຽດທີ່ສຸດ ໃນໂລກນີ້ ແລະນົກພັນໃໝ່ແມ່ນໄດ້ຖືກຄົ້ນພົບໃນບໍລິເວນ​ ບໍ່​
ຮອດ 5 ກິໂລແມັດ ​ຫ່າງອອກໄປຈາກບ່ອນ ທີ່ຂ້ອຍກຳລັງເວົ້າກັບເຈົ້າຢູ່ນີ້ ໃນ
ນະຄອນຫຼວງພະນົມເປັນ ​ໂດຍ​ພາ​ກັນອາ​ໄສ​ຢູ່ໃນປ່າ ​ທີ່​ເປັນ​ພຸ່ມ​ໄມ້​ຕາມທົ່ງ
ນ້ຳຖ້ວມ ຢູ່ນອກນະຄອນຫລວງພະນົມເປັນ ອັນນັ້ນເປັນສິ່ງທີ່ໜ້າມະຫັດສະຈັນ
ຫຼາຍ.”

ຟັງລາຍງານນີ້ ເປັນພາສາອັງກິດຊ້າໆ ເພື່ອຮຽນໄປພ້ອມ:

​ທ່ານນາງ Jodi Rowley ນັກ​ຊ່ຽວຊານ​ກ່ຽວ​ກັບ​ສັດ​ເລືອ​ຄານ​ແລະ​ສັດ ເຄິ່ງ​ບົກ​ເຄິ່ງ​ນ້ຳ
ຈາກຫໍພິພິດທະພັນ ຂອງສະຖາບັນຄົ້ນຄວ້າອອສເຕຣເລຍ ແມ່ນ​ມີຜົນງານໃນ​ການ​ຄົ້ນ​ພົບ
ຂຽດໃຫຍ່ ສີຂຽວສົດໃສທີ່ບິນໄດ້ ຊຶ່ງເປັນການຄົ້ນພົບທີ່ທ່ານນາງບໍ່ໄດ້ຕັ້ງໃຈເລີຍ. ທ່ານນາງ ເວົ້າວ່າ “ແທ້ຈິງແລ້ວມັນ​ຂ້ອນ​ຂ້າງປະ​ຫລາດ ບ່ອນທີ່ພວກເຮົາພົບເຫັນ
ມັນນັ້ນ. ຂ້ອຍກຳລັງສຳຫລວດພື້ນທີ່ປ່າແຫ່ງນຶ່ງບໍ່ໃກປານໃດຈາກນະຄອນ Ho
Chi Minh ຊຶ່ງເປັນເມືອງໃຫຍ່ທີ່ສຸດເມືອງນຶ່ງຢູ່ໃນເອເຊຍຕາເວັນອອກສຽງໃຕ້
ແລະແທ້ຈິງແລ້ວ ຂ້ອຍບໍ່ໄດ້ຄາດຫວັງວ່າຈະຄົ້ນພົບສິ່ງ​ທີ່​ແປກໃໝ່ໃດໆ ເລີຍ.
ແລະໃນຂະນະທີ່ພວກເຮົາກຳລັງຍ່າງເຂົ້າໄປປ່າຕາທາງ ທີ່ຄົນທຽວຢູ່ປະຈຳ ຊຶ່ງ
ເປັນທາງຂີ້ດິນນັ້ນ ຢູ່ຫັ້ນ ຂຽດໃຫຍ່ສີຂຽວ ທີ່ບິນໄດ້ ນັ່ງຢູ່ເທິງຂອນໄມ້ໃກ້ຄຽງກັບ
ທາງຍ່າງ ບໍ່ໃກຈາກທາງໃຫຍ່ ພວກຜູ້ຄົນ ແລະພວກງົວຄວາຍທັງຫຼາຍ.”

“ເປັນທີ່ໜ້າເສຍດາຍ ນຶ່ງ​ໃນ ​ບັນ​ດາ​ສັດ​ພັນ​ໃໝ່ ​ຄື​ບ່າງ​ໃຫ​ຍ່ ​ຢູ່ປະເທດລາວ ໄດ້ຖືກພົບເຫັນ ຢູ່ທີ່ຕະຫລາດຂາຍຊີ້ນສັດປ່າ ແຫ່ງນຶ່ງ ຊຶ່ງໄດ້ສໍ່ແສງໃຫ້ເຫັນ ​ເຖິງການຂົ່ມຂູ່ອີກຢ່າງນຶ່ງ ຕໍ່ ສັດ​ຕ່າງໆ ຍ້ອນ​ການ​ຄ້າ​ຂາຍ​ ຊີ້ນ​ສັດປ່າ ແລະຜະລິດຕະພັນ ພືດ​ແລະສັດປ່າ​ລາຄາ​ແພງ ອື່ນໆນັ້ນ.”

ໃນເບື້ອງຕົ້ນ ທ່ານນາງ Rowley ບໍ່ໄດ້ຮູ້ສຶກວ່າ ລາວໄດ້ຄົ້ນພົບ
ສັດພັນໃໝ່ ຍ້ອນລາວຄິດວ່່າ ມັນແມ່ນຂຽດໃຫຍ່ຄືກັນກັບທີ່ໄດ້
ພົບເຫັນມາກ່ອນແລ້ວນັ້ນ. ແຕ່ໃນເວລາ ລາວໄດ້ເຫັນຂຽດໂຕ
ອື່ນໆໃນປີຕໍ່ມາ ຕັ້ງແຕ່່ນັ້ນ ມັນກໍໄດ້ຖືກຕັ້ງຊື່ເປັນພາສາອັງກິດ
ວ່າ Rhacophorus helenae ​ຊຶ່ງລາວໄດ້ສະລຸບວ່າ ​ຂຽດຕະ
​ປາດຫວຽດນາມ ທີ່ໄດ້ພົບ​ເຫັນນັ້ນ ທີ່ຈິງແລ້ວແມ່ນເປັນ​ສັດ​ພັນ
ໃໝ່ແທ້.

ທ່ານນາງໃຫ້ຂໍ້ສັງເກດວ່າ ມີຢູ່​ພຽງ 2 ​ແຫ່ງເທົ່າ​ນັ້ນ ທີ່ທ່ານນາງ
ໄດ້ພົບເຫັນພວກຂຽດ​ຕະ​ປາດພັນໃໝ່່ ທີ່ມີ​ຄວາມ​ຍາວ 10 ຊັງ​ຕີ
​ແມັດ ​ຄື​ບ່ອນຫ້ອມ​ລ້ອມ​ໄປດ້ວຍທົ່ງນາ ແລະພືດກະສິກຳອື່ນໆ.

ທ່ານນາງ Rowley ເວົ້າຕື່ມວ່າ “ມັນເປັນໄປບໍ່ໄດ້ ທີ່ພວກ​ຂຽດ
ເຫຼົ່ານັ້ນ ຈະຂ້າມຜ່ານທົ່ງນາ​ດັ່ງ​ກ່າວໄປໄດ້ ເພາະວ່າ ພວກ
ມັນເພິ່ງພາ​ອາ​ໄສຕົ້ນໄມ້ຕ່າງໆ. ພວກເຮົາເປັນຫ່ວງໃນການອະນຸລັກ ລະຍະຍາວ ນານ ຂອງພວກ​ຂຽດເຫຼົ່ານັ້ນ ຢູ່ໃນບໍລິເວນປ່ານ້ອຍໆ 2 ແຫ່ງນີ້ ຊຶ່ງເປັນບ່ອນທີ່
ຖືກບຸກລຸກຫຼາຍ. ມັນເປັນສະຖານທີ່ອັນດຽວກັນກັບບ່ອນ​ທີ່ພວກແຮດ ໄດ້ສູນພັນ
ໄປໃນຫວຽດນາມ ​ເມື່ອບໍ່ເທົ່າໃດປີຜ່ານມາເຊັ່ນກັນ. ສະນັ້ນ ພວກຂຽດເຫຼົ່ານັ້ນ
ແມ່ນຕົກຢູ່ໃນສະພາບ ທີ່ໜ້າເປັນຫ່ວງທີ່ສຸດ.”

ມັນບໍ່​ ແມ່ນພຽງແຕ່ສັດ ຫຼືພືດທີ່ຖືກຄົ້ນພົບໃໝ່​ເທົ່າ​ນັ້ນ ຕົກຢູ່ໃນສະພາບທີ່ເປັນ​ອັນ​ຕະ​ລາຍ.
ເຂດ​ອະ​ນຸ​ພາກ​ພື້ນ​ອ່າງ​ແມ່​ນ້ຳ​ຂອງ​ຕອນ​ ລຸ່ມແມ່ນນອນຢູ່ນຶ່ງໃນຫ້າຈຸດຮ້ອນແຮງ​ຂອງໂລກ
ທີ່ມີການຂົ່ມຂູ່ທາງ​ດ້ານຊີວະນາໆພັນຫຼາຍທີ່ສຸດ.

ທ່ານ Thomas Gray ຈາກອົງການຈາກ WWF ກ່າວວ່າ ການພັດທະນາ ທີ່ບໍ່ຍືນຍົງ
ແລະວ່ອງໄວເກີນໄປນັ້ນ ແມ່ນເປັນ​ພຽງນຶ່ງໃນບັນ​ດາອັນຕະລາຍຕ່າງໆ ​ທີ່​ບັນ​ດາ​ພືດ ​ແລະ​
ສັດ​ກຳ​ລັງ​ປະ​ເຊີນ​ໜ້າ​ຢູ່.

ທ່ານ Gray ເວົ້າວ່າ “ເປັນທີ່ໜ້າເສຍດາຍ ນຶ່ງ​ໃນ​ບັນ​ດາ​ສັດ​ພັນ​ໃໝ່ ​ຄື​ບ່າງ​ໃຫ​ຍ່​ ຢູ່
ປະເທດລາວ ໄດ້ຖືກພົບເຫັນຢູ່ທີ່ຕະຫລາດຂາຍຊີ້ນສັດປ່າແຫ່ງນຶ່ງ ຊຶ່ງໄດ້ສໍ່ແສງ
ໃຫ້ເຫັນ​ເຖິງການຂົ່ມຂູ່ອີກຢ່າງນຶ່ງ ຕໍ່ສັດ​ຕ່າງໆ ຍ້ອນ​ການ​ຄ້າ​ຂາຍ​ຊີ້ນ​ສັດປ່າ ແລະ
ຜະລິດຕະພັນພືດ​ແລະສັດປ່າ​ລາ ຄາ​ແພງອື່ນໆນັ້ນ.”

ໃ​ນ​ບັນ​ດາ​ພືດ​ແລະ​ສັດ​ທີ່​ໂລກ​ບໍ່​ທັນ​ຮູ້​ຈັກ​ກັນ​ມາ​ກ່ອນ ທີ່​ຖືກ​ຈົດ​ບັນທຶກຢູ່ໃນລາຍງານສະບັບ
ໃໝ່ຂອງອົງການ WWF ແມ່ນ​ມີ​ຮວ​ມ​ທັງ ເຈຍຫຼັງກ່ອມ ທີ່​ມີ​ຊື່​ທາງວິ​ທະ​ຍາ​ສາດ​ວ່າ
Hipposideros griffin ໄດ້ພົບເຫັນຢູ່ໃນເຂດປ່າສະຫງວນ 2 ແຫ່ງຂອງຫວຽດນາມ ​ທີ່​ຕັ້ງ​
ຢູ່​ຫ່າງ​ກັນ 1,000 ກິໂລແມັດ ຂີ້​ໂກະ​ຍາວ Lygosoma veunsaiensis ທີ່ພົບເຫັນໃນ
ກຳປູເຈຍ ແມງມຸມທີ່ບໍ່ມີຕາ Sonopoda scurion ທີ່ພົບເຫັນຢູ່ໃນຖ້ຳແຫ່ງນຶ່ງໃນລາວ
ແລະປາຄໍ່​ຫວຽດ​ນາມ Channa longisto-mata ​ທີ່ສາມາດມີຊີວິດຢູ່ເທິງໜ້າດິນໄດ້
ຫຼາຍມື້ນັ້ນ.

XS
SM
MD
LG