ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນີວຊີແລນດ໌ບໍ່ຮັບຄໍາສະເໜີ ຊ່ວຍເຫລືອ ໄພແຜ່ນດິນໄຫວ


ນີວຊີແລນດ໌ບໍ່ຮັບຄໍາສະເໜີ ຊ່ວຍເຫລືອ ໄພແຜ່ນດິນໄຫວ
ນີວຊີແລນດ໌ບໍ່ຮັບຄໍາສະເໜີ ຊ່ວຍເຫລືອ ໄພແຜ່ນດິນໄຫວ

ລັດຖະບານນີວຊີແລນກ່າວວ່າ ຕົນ​ໄດ້ປະຕິເສດຄໍາສະເໜີ ໃຫ້ການຊ່ວຍເຫລືອຈາກສະຫະລັດ ແລະອົງການສະຫະ ປະຊາຊາດ ໃນຂະນະທີ່ປະເທດຂອງຕົນກໍາລັງຟື້ນຕົວ ຄືນຈາກໄພແຜ່ນດິນໄຫວທີ່ຮຸນແຮງນັ້ນ.

ອົງການຂ່າວຝຣັ່ງ ໄດ້ອ້າງຄໍາເວົ້າຂອງທ່ານຈອນ ແຮມິລ ຕັນ ຜູ້ອໍານວຍການຝ່າຍປ້ອງກັນພົນລະເຮືອນຂອງນີວຊີ ແລນດ໌ທີ່ກ່າວວ່າ ເວລານີ້ ນີວຊີແລນດ໌ບໍ່ມີຄວາມຈໍາເປັນ ທີ່ຮັບເອົາການຊ່ວຍເຫລືອໃດໆ ຈາກພາຍນອກ ແຕ່ກໍຂອບ ອົກຂອບໃຈ​ແລະ​ສະ​ແດງ​ຄວາມ​ຮູ້ບຸນຄຸນຢ່າງໃຫຍ່ຫລວງ ຕໍ່ຄໍາສະເໜີ ໃຫການຊ່ວຍເຫລືອນັ້ນ.

ທາງການນີວຊີແລນດ໌ກ່າວວ່າ ແຜ່ນດິນໄຫວທີ່ມີຄວາມແຮງ 7.1 ຣິກເຕີໄດ້ສັ່ນສະ​ເທືອ​ນ ເມືອງ Christchurch ທີ່ເກາະໃຕ້ຂອງນີວຊີແລນດ໌ ​ໃນ​ເວລາ​ກ່ອນ​ຂ້ອນ​ແຈ້ງ ​ໃນ​ວັນ​ເສົາ​ ວານ​ນີ້ ຊຶ່ງໄດ້ຕັດກະແສໄຟຟ້າ ສ້າງ​ຄວາມ​ເສຍ​ຫາຍ​ຫລາຍ​ສົມຄວນ​ໃຫ້​ແກ່ໂຄງລ່າງພື້ນ ຖານ ແຕ່ບໍ່ມີຜູ້ເສຍຊີວິດ.

ພາວະສຸກເສີນຍັງມີຜົນບັງຄັບໃຊ້ທີ່ເມືອງ Christchurch ໃນວັນອາທິດມື້ນີ້.

ທ່ານ ຈອນ ຄີ ນາຍົກລັດຖະມົນຕີນີວຊີແລນດ໌ ໄດ້ບິນໄປທີ່ເມືອງ Christchurch ເພື່ອ ກວດກາຄວາມເສຍຫາຍ ຊຶ່ງທ່ານກ່າວວ່າມັນເປັນໜ້າອັດສະຈັນຫລາຍ ທີ່ບໍ່ມີຄົນເສຍຊີວິດ ຈາກໄພແຜ່ນດິນໄຫວຄັ້ງນີ້. ທ່ານກ່າວອີກວ່າ ຈະຕ້ອງໃຊ້ເວລາຫລາຍເດືອນ ເພື່ອສ້ອມ ແປງຄວາມເສຍຫາຍ ຊຶ່ງ​ໄດ້​ມີ​ການປະເມີນວ່າ ຈະຕ້ອງໃຊ້ເງິນ ປະມານ 1,500 ລ້ານ ໂດລາ.

XS
SM
MD
LG