ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍລິສັດ ນີວຊີແລນ ໃກ້ຈະສໍາເລັດ ການຜະລິດ ເຄື່ອງ​ຈັກ ​​​ເຫາະ​ໄດ້ (ວີດິໂອ)


ການທົດລອງບິນ ເຄື່ອງ​ຈັກ​​ທີ່​ພາ​ໃຫ້​ເຫາະຫຼືບິນ​ໄດ້ ທີ່ຜະລິດໂດຍ ບໍລິສັດ Martin ຂອງນີວຊີແລນ ​​
ການທົດລອງບິນ ເຄື່ອງ​ຈັກ​​ທີ່​ພາ​ໃຫ້​ເຫາະຫຼືບິນ​ໄດ້ ທີ່ຜະລິດໂດຍ ບໍລິສັດ Martin ຂອງນີວຊີແລນ ​​
ບໍລິສັດນຶ່ງໃນນີວຊີແລນ ເວລານີ້ ​ແມ່ນ​ອີກ​ກ້າວ​ນຶ່ງ​ໄປ​ສູ່ການ
​ເຮັດ​ໃຫ້​ເຄື່ອງ​ຈັກທີ່​ພາ​ໃຫ້​ເຫາະຫຼືບິນ​ໄດ້ ຊຶ່ງເປັນແກ່ນສານ
ຂອງເລື້ອງວິທະຍາສາດທີ່ເລົ່າຂານກັນ ນັ້ນ ກັບກາຍເປັນຈິງ
ສຳລັບ​ໃຊ້​ໃນ​ການ​ເດີນທາງໄດ້.


ບໍລິສັດການບິນ Martin ທີ່ຕັ້ງຢູ່ໃນເມືອງ Christchurch ເວົ້າ
ວ່າ ຕົນໄດ້ຮັບອະນຸມັດຈາກອົງການການບິນພົນລະເຮືອນຂອງ
ນີວຊີແລນເພື່ອທໍາການບິນທົດລອງສໍາລັບເຄື່ອງດັ່ງກ່າວຂອງ​ຕົນ.

ບໍລິສັດດັ່ງກ່າວເວົ້າວ່າ ເຮືອບິນສ່ວນຕົວປະເພດທີ່​ວ່າ​ນີ້ສາມາດບິນໄດ້ສູງກວ່າ 1 ກິໂລ
ແມັດ ແລະເດີນທາງໃນຄວາມໄວ 112 ກິໂລແມັດ ຕໍ່ຊົ່ວໂມງ.

ບໍລິສັດດັ່ງກ່າວ ຍັງເວົ້າອີກວ່າ ຕົນໄດ້ທໍາການທົດລອງບິນມາ​ແລ້ວ ​ໂດຍໃຊ້ເຄື່ອງບັງຄັບ
ຢູ່ໄກ ຫລື remote control ​ເປັນ​ຜູ້​ຄວບ​ຄຸມເຮືອບິນດັ່ງກ່າວ. ພວກທ່ານຫວັງວ່າ ຈະຜະ
ລິດເຮືອບິນປະ​ເພດ​ນີ້ໄວ້ຂາຍ ໃນເວລາໃດນຶ່ງໃນ ປີໜ້າ.

ບໍລິສັດການບິນ Martin ທໍາອິດມີເຈດຈໍານົງທີ່ຈະເອົາເຮືອບິນດັ່ງກ່າວ ອອກຂາຍໃນ
ຕະຫລາດ ເພື່ອໃຊ້ໃນສະພາບການອັນຮີບດ່ວນ ແລະປ້ອງກັນຊາດ ໃນຂະນະທີ່ສືບ
ຕໍ່ທໍາການພັດທະນາເຮືອບິນປະເພດທີ່ໃຊ້ເຂົ້າໃນການພັກຜ່ອນຢ່ອນໃຈ.

ພວກເຂົາເຈົ້າເວົ້າວ່າ ຕົນໄດ້ຮັບໃບຄຳ​ຮ້ອງຫລາຍກວ່າ 10 ພັນສະບັບກ່ຽວກັບການຂໍ
ຊື້ເຮືອບິນປະເພດດັ່ງກ່າວ ທີ່ເຂົາເຈົ້າຄິດວ່າຈະຂາຍໃນລາຄາປະມານ 150 ພັນໂດລາ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG