ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັກລັດຖະບານ ຊະນະການເລືອກຕັ້ງ ໃນນິວຊີແລນ


ການເລືອກຕັ້ງໃນນິວຊີແລນ
ການເລືອກຕັ້ງໃນນິວຊີແລນ

ຜູ້ນຳພັກຝ່າຍຄ້ານຂອງນິວຊີແລນ ທ່ານ Phil Goff ໄດ້ຍອມຮັບເຖິງການເສຍໄຊໃຫ້ແກ່
ພັກແຫ່ງຊາດ ທີ່ເປັນກາງອຽງຂວາ ຂອງນາຍົກລັດຖະມົນຕີ John Key ໃນການເລືອກ
ຕັ້ງແຫ່ງຊາດໃນວັນເສົາມື້ນີ້.

ລຸນຫຼັງທີ່ໄດ້ມີການນັບບັດ ຈາກໜ່ວຍປ່ອນບັດຕ່າງໆທັງໝົດແລ້ວ ຜົນການນັບຄະແນນ
ສຽງໃນຂັ້ນຕົ້ນ ສະແດງໃຫ້ເຫັນວ່າ ພັກແຫ່ງຊາດໄດ້ຮັບຄະແນນສຽງ 48% ບໍ່ຮອດຫ້າ ສິບເປີເຊັນຊຶ່ງເປັນຄະແນນສຽງສ່ວນຫຼາຍແບບເດັດຂາດ ຈຶ່ງໝາຍຄວາມວ່າ ທ່ານ Key ຈະຕ້ອງໄດ້ສ້າງຕັ້ງລັດຖະບານປະສົມໂດຍໄດ້ຮັບການສະໜັບສະໜຸນຈາກພັກການເມືອງ
ນ້ອຍອື່ນໆ.

ພັກແຮງງານໄດ້ຮັບຄະແນນສຽງ 27% ເປັນທີ 2. ຜົນການນັບຄະແນນສຽງຢ່າງເປັນ
ທາງການ ມີກຳນົດຈະປະກາດໃຫ້ຊາບໃນວັນທີ 10 ທັນວາຈະມານີ້.

ພັກແຫ່ງຊາດຂອງທ່ານ Key ໄດ້ກຳອຳນາດໃນໄລຍະ 3 ປີຜ່ານມານີ້ໂດຍໄດ້ຮັບການ
ສະໜັບສະໜຸນຈາກ 3 ພັກການເມືອງນ້ອຍ ຫຼັງຈາກໄດ້ໂຄ່ນລົ້ມ ລັດຖະບານພາຍໃຕ້
ການນຳພາຂອງພັກແຮງງານທີ່ເປັນກາງອຽງຊາຍໃນປີ 2008.

XS
SM
MD
LG