ຂຸນສານລັດຖະບານກາງຄະນະນຶ່ງຕັດສິນວ່າຜູ້ຊາຍເຊື້ອສາຍ Bosnian ຄົນນຶ່ງ ມີຄວາມຜິດ ໃນຂໍ້ຫາພະຍາຍາມວາງລະເບີດລົດໄຟໃຕ້ດິນຂອງນະຄອນນີວຢ໊ອກ ເມື່ອປີ 2009 ໃຫ້ແກ່ກຸ່ມອາລຄາອີດາ
ນາຍ Adis Medunjanin ປະເຊີນກັບໂທດຈໍາຄຸກຕະຫລອດຊີວິດ ເວລາຜູ້ກ່ຽວຖືກຕັດສິນໂທດເມື່ອວັນທີ່ 7 ເດືອນກັນຍາທ້າຍປີນີ້.
ຂຸນສານພົບເຫັນວ່າຜູ້ກ່ຽວມີຄວາມຜິດເກົ້າກະທົງໃນການກໍ່ການຮ້າຍໂຮມທັງວາງແຜນສັງຫານທະຫານອາເມຣິກັນໃນອັຟການີສຖານແລະການຄົບຄ້າສະມາຄົມກັບກຸ່ມອາລຄາອີດາ ນັ້ນ.
ພວກທະນາຍຂອງນາຍ Medunjanin ບອກສານວ່າ ຜູ້ກ່ຽວໄດ້ຍົກເລີກແຜນການວາງລະເບີດໂຈມຕີລະບົບລົດໄຟໃຕ້ດິນທີ່ມີຄົນສັນຈອນໄປມາຫລາຍທີ່ສຸດຂອງປະເທດນັ້ນ. ພວກທະນາຍຄວາມຍອມຮັບວ່າຜູ້ກ່ຽວໄດ້ ເດີນທາງໄປປາກີສຖານເພື່ອເຂົ້າຮ່ວມກັບກຸ່ມຕາລິບານ ແຕ່ກໍກ່າວວ່າ ຜູ້ ກ່ຽວບໍ່ມີຄວາມຕັ້ງໃຈຈະເຂັ່ນຂ້າແລະທໍາລາຍສິ່ງໃດໆໃນນະຄອນນີວຢ໊ອກ ເລີຍ.
ແຕ່ບັນດາໄອຍະການລັດຖະບານກາງ ໂຕ້ແຍ້ງວ່າ ນາຍ Medunjanin ແລະຈໍາເລຍຮ່ວມງານອີກສອງຄົນນັ້ນໄດ້ຮັບການເຝິກແອບປະຕິບັດການ ທີ່ຄ້າຍກຸ່ມອາລ ຄາອີດາ ແຫ່ງນຶ່ງ ບ່ອນທີ່ພວກເຂົາເຈົ້າຖືກຂໍຮ້ອງໃຫ້ທໍາ ການໂຈມຕີດ້ວຍລະເບີດສະຫລະຊີບຢູ່ໃນສະຫະລັດ.
ເປົ້າໝາຍອື່ນໆອີກ ທີ່ພວກເຂົາເຈົ້າແນໃສ່ນັ້ນ ແມ່ນມີໂຮມທັງຕະຫຼາດຊື້ຂາຍຮຸ້ນ ສະຖານີລົດໄຟ ແລະຈະຕຸລັດ Times Square ທີ່ມີຊື່ສຽງໃນ ນະຄອນນີວຢ໊ອກ.
ຈໍາເລີຍອີກສອງຄົນໄດ້ຍອມຮັບຜິດຕໍ່ສານ ແລະໃຫ້ຄວາມຮ່ວມມືເປັນຢ່າງ ດີກັບລັດຖະບານຂະນະລໍຖ້າຄໍາພິພາກສາ.