ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ຊາຍຄົນນຶ່ງ ໃນນິວຢອກ ຖືກກ່າວຫາ ຄາດຕະກຳ ນັກສອນສາສະໜາ ອິສລາມ


ຝຸງຊົນພາກັນເຕົ້າໂຮມປະທ້ວງ ຢູ່ໃກ້ກັບບ່ອນເກີດເຫດ ຫລັງຈາກ ນັກສອນສາສະໜາອິສລາມ ແລະໝູ່ຂອງລາວໄດ້ຖືກສັງຫານ.
ຝຸງຊົນພາກັນເຕົ້າໂຮມປະທ້ວງ ຢູ່ໃກ້ກັບບ່ອນເກີດເຫດ ຫລັງຈາກ ນັກສອນສາສະໜາອິສລາມ ແລະໝູ່ຂອງລາວໄດ້ຖືກສັງຫານ.

ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ນະຄອນ New York ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ກ່າວ​ຫາ​ຜູ້​ຊາຍ​ຈາກເມືອງ Brooklyn ຄົນ​ນຶ່ງ ໃນ​ການ​ຄາດຕະກໍາທີ່​ບໍ່​ໄດ້​ມີ​ການວາງ​ແຜນ​ໄວ້ລ່ວງ​ໜ້າ ​ນັກ​ສອນສາ
ສະໜາ​ອິສລາມ ​ຫລື​ອີ​ມາ​ມ ​ແລະໝູ່ຂອງ​ລາວ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ພາກັນອອກ​ຈາກ​ວັດ.

ຕຳຫລວດ​ໄດ້​ຈັບ​ທ້າວ Oscar Morel ອາຍຸ 35 ປີ ​ໃນ​ວັນ​ອາທິດ​ທີ່​ຜ່ານ​ມາ. ຂໍ້​ກ່າວ​ຫາ​ໃໝ່ ຍັງ​ຮວມທັງ​ຄວາມຜິດໃນການ​ມີ​ອາວຸດ​ປືນຢູ່​ໃນ​ຄວາມ​ຄອບ​ຄອງ.

ອີ​ມາ​ມ Maulama Akonjee ອາຍຸ 55 ປີ ​ແລະ​ໝູ່ຂອງ​ທ່ານ ທ່ານ Thara Uddin ອາຍຸ 64 ປີ ​ໄດ້​ຖືກຍິງ ໃນ​ລະຍະ​ເຜົາ​ຂົນ​ ຢູ່ໃນ​ຖະໜົນ​ຂອງ​ເມືອງ​ດັ່ງ ກ່າວ ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ອອກ​ມາຈາກ​ການ​ໄຫວ້​ພະ​ຕອນ​ໃນ​ບ່າຍຂອງ​ວັນ​ເສົາ.

ພວກ​ເຈົ້າ​ໜ້າ​ທີ່​ຍັງ​ບໍ່​ທັນ​ໄດ້ໃຫ້​ຄວາມ​ເຫັນ​ໃດໆ​ກ່ຽວກັບ​ສາ​ເຫດຂອງການ​ຍິງກັນ ​ໃນເທື່ອ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US New York Imam Muder
please wait

No media source currently available

0:00 0:00:51 0:00

XS
SM
MD
LG