ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນະຄອນ New York ຕົກລົງ ຈະຈ່າຍເງິນ 5 ລ້ານ 9 ​ແສນ​ ໂດ​ລ່າ ໃນຄະດີ ບີບຄໍຕາຍ


NYC Chokhold Death
please wait
Embed

No media source currently available

0:00 0:01:11 0:00

ນະຄອນ New York ລະບຸ​ວ່າ ຕົນຈະ​ຈ່າຍ​ເງິນ ຈຳນວນ 5 ລ້ານ
9 ​ແສນ​ ໂດ​ລ່າ ​ໃຫ້​ແກ່​ຄອບຄົວ​ຂອງ​ທ້າວ Eric Garner ຊາຍ
​ຜິວ​ດຳ ທີ່​ເສ​ຍຊີວິດ​ໃນ​ມື​ຂອງ​ຕຳຫຼວດ​ຜິວ​ຂາວ ​ເມື່ອປີ​ກາຍ​ນີ້
ທີ່​ໄດ້​ກໍ່​ໃຫ້​ມີ​ການ​ປະ​ທ້ວ​ງ​ຕ້ານການ​ທາລຸນ​ນະ​ກຳຕໍ່​ຊາວ​ອາເມ
ຣິກັນເຊື້ອສາຍອາ​ຟຣິກາ ໂດຍເຈົ້າ​ໜ້າ​ທີ່ປະຕິບັດກົດໝາຍ​ນັ້ນ.

ຂໍ້​ຕົກລົງ​ດັ່ງກ່າວ ​ໄດ້​ປະກາດ ​ໃນ​ວັນ​ພຸດແລ້ວ​ນີ້ ​ໂດຍ​ທ່ານ Scott
Stringer ຫົວໜ້າ​ການ​ເງິນ​ຂອງນະຄອນ New York. ​ໃນ​ເດືອນ
​ຕຸລາ​ປີ​ກາຍ​ນີ້ ຄອບຄົວ​ຂອງ​ທ້າວ Garner ​ໄດ້ຍື່ນ​ຄຳ​ຮ້ອງ ຊຶ່ງ​ເປັນ
ບາດກ້າວ​ທຳ​ອິດ ກ່ອນໜ້າ​ຟ້ອງຮ້ອງຢ່າງ​ເປັນ​ທາງ​ການ ​ເພື່ອຮຽກ
ຮ້ອງ​ຄ່າ​ເສຍ​ຫາຍ​ໃນຈຳນວນ​ເງິນ 75 ລ້ານ​ໂດ​ລ່າຈາກນະຄອນ
New York. ທ່ານ Stringer ​ໄດ້​ກ່າວ​ໃນ​ຖະແຫຼງການ​ສະບັບ​ນຶ່ງວ່າ ຂໍ້​ຕົກລົງນີ້ແມ່ນດີ ສຳລັບທຸກໆ​ຝ່າຍ​ ແລະ​ທາງນະຄອນ New York ​ແມ່ນ​ບໍ່​ໄດ້​ຍອມຮັບຜິດ ກ່ຽວກັບການ​ຕາຍ​ຂອງ ທ້າວ Garner ແຕ່ຢ່າງໃດເລີຍ.

​ເຈົ້າ​ຄອງນະຄອນນິວຢອກ ທ່ານ Bill de Blasio ​ໄດ້​ບອກ​ກັບ​ບັນດາ​ນັກ​ຂ່າວໃນແລງວັນ​ຈັນ​ວານ​ນີ້ວ່າ ທ່ານ​ຫວັງ​ວ່າ ການ​ຕົກລົງ​ທີ່​ວ່າ​ນີ້ ຈະ​ນຳມາ​ຊຶ່ງ “​ຄວາມ​ສະຫງົບ ​ແລະການຈົບ
ສິ້ນ”
ສູ່​ຄອບ​ຄົວ​ຂອງ​ລາວ.

ການ​ຕົກ​ລົງ​ທີ່​ວ່າ​ນີ້ ມີ​ຂຶ້ນ​ບໍ່​ພຽງ​ເທົ່າ​ໃດ​ມື້ ກ່ອນ​ການ​ຄົບຮອບ​ນຶ່ງ​ ໃນການ​ຕາຍ​ຂອງ​ທ້າວ
Garner ຊາຍ​ໄວ 43 ປີນັ້ນ ຊຶ່ງ​ເຫດການ​ດັ່ງກ່າວ​ນີ້ ​ໄດ້​ເກີດ​ຂຶ້ນ​ໃນ​ຂະນະ​ທີ່​ຕຳຫຼວດ ພະຍາ
ຍາມ​ຈັບ​ກຸ​ມລາວ ​ໃນຖານສົງ​ໄສວ່າ ​ຜູ້ກ່ຽວຂາຍ​ຢາສູບ​ແບບເປັນກອກທີ່ບໍ່ເສຍພາສີນັ້ນ. ພວກ​ເຈົ້າ​ໜ້າ​ທີ່​ໄດ້ປ້ຳ​ລາວ​ລົງສູ່ພື້ນ​ດິນ ຫຼັງ​ຈາກ​ທີ່​ຕຳຫຼວດ Daniel Pantaleo ຢືນ​ຢູ່​ທາງ
​ຫຼັງ​ຂອງ​ທ້າວ Garner ແລະ​ໄດ້​ຮັດ​ຄໍ​ລາວ​ໄວ້ ຊຶ່ງ​ເປັນ​ພຶດຕິ​ກຳ​ທີ່ຖືກ​ຫ້າມ​ໂດຍ​ຫ້ອງການ​ຕຳຫຼວດ​ຂອງ​ນະຄອນ​ນິວຢ໊ອກ. ​ໃນ​ການ​ບັນທຶກເຫດການ​ໂດຍ​ໂທລະສັບ​ມື​ຖື​ນັ້ນ ​ຊຶ່ງໄດ້​ຍິນ​ຄຳ​ເວົ້າ​ຂອງທ້າວ Garner ທີ່​ກ່າວ​ວ່າ “ຂ້ອຍ​ຫາຍ​ໃຈ​ບໍ່​ອອກ” 11 ຄັ້ງ​ກ່ອນ​ທີ່​ລາວ​ໝົດ​ສະຕິ​ລົງ.

ການ​ຕາຍ​ຂອງ​ທ້າວ Garner ​ໄດ້​ລົງຄວາມເຫັນ​ວ່າ​ເປັນ​ການ​ຄາດຕະກຳ ​ໂດ​ຍການ​ກວດ ກາ​ທາງ​ການ​ແພດ​ຂອງ​ນະຄອນ​ດັ່ງກ່າວ ​ແຕ່​ວ່າ ຄະນະ​ຕຸລາການ​ບໍ່ຍອມກ່າວຫາ ທ່ານ Pan-
taleo. ການ​ດຳ​ເນີນ​ການ​ສືບສວນ ສອບ​ສວນ​ຂອງລັດຖະບານ​ກາງ ​ໃນ​ການ​ເສ​ຍຊີວິດ​ຂອງ
​ທ້າວ Garner ນັ້ນ​ແມ່ນ​ຍັງ​ດຳເນີນ​ຕໍ່​ໄປ.

ການຕາຍ​ຂອງ​ທ້າ​ວ Garner ​ແມ່ນ​ນຶ່ງ​ໃນ​ເຫດການທີ່​ພົວພັນກັບການເສຍຊີວິດຂອງ​ພວກ​ຜູ້​ຊາຍ​ຜິວ​ດຳ​ ໂດຍນ້ຳມື​ຂອງ​ພວກ​ຕຳຫຼວດ ​ໃນ​ບໍ່​ເທົ່າ​ໃດ​ປີ ທີ່​ຜ່ານ​ມາ​ນີ້.

XS
SM
MD
LG