ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພາຍຸ Sandy ພັດຖະຫຼົ່ມ ເຂດຝັ່ງທະເລ ກໍ້າຕາເວັນອອກ ຂອງສະຫະລັດ (ສະໄລດ໌ ກັບວີດີໂອ)


Խռովություններ Կիևում, կան բազմաթիվ զոհեր
Խռովություններ Կիևում, կան բազմաթիվ զոհեր
ລົມພາຍຸຂະໜາດແຮງທີ່ຊື່ວ່າ Sandy ໄດ້ພາໃຫ້ຝົນຕົກໜັກ
ລົມແຮງແລະຄື້ນຟອງຂະ ໜາດໃຫຍ່ ເຂົ້າຖະຫຼົ່ມເຂດທີ່ມີພົນ
ລະເມືອງອາໄສຢູ່ຢ່າງໜາແໜ້ນທີ່ສຸດຂອງປະເທດແລະເຮັດ
ໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 14 ຄົນແລ້ວ.

ພາຍຸ Sandy ທີ່ຍັງມີລົມແຮງເຖິງ 120 ກິໂລແມັດ ຕໍ່ຊົ່ວໂມງ
ໄດ້ພັດເຂົ້າຖະຫຼົ່ມແຄມຝັ່ງທະເລໃນວັນຈັນວານນີ້ ໃນຂະນະ
ທີ່ມີຄວາມແຮງລະດັບພາຍຸເຮີຣິເຄນປະມານ 200 ກິໂລແມັດ
ຕໍ່ຊົ່ວໂມງຢູ່ທາງໃຕ້ຂອງນະຄອນນິວຢ໊ອກທີ່ໄດ້ເຮັດໃຫ້ນໍ້າໄຫຼ
ເຂົ້າຖ້ວມສູງປະມານ 4 ແມ໊ດ ຕໍ່ເຂດລຸ່ມເກາະ Manhattan.
ນະຄອນຊຶ່ງລົ້ນຫຼາມໄປດ້ວຍຜູ້ຄົນນັ້ນ ເກືອບວ່າເປັນເມືອງ
ຮ້າງໄປເລີຍ. ມີຫຼາຍປະຊາຊົນຫຼາຍກວ່າ 1 ລ້ານຄົນ ຢູ່ໃນບາງ
ເຂດຂອງນະຄອນ ທີ່ມີພົນລະເມືອງຫຼາຍທີ່ສຸດຂອງປະເທດ
ບໍ່ມີໄຟຟ້າໃຊ້. ໄດ້ມີບ້ານເຮືອນແລະຫ້າງຮ້ານທຸລະກິດຫຼາຍກວ່າ 6 ລ້ານແຫ່ງ ຢູ່ຕາມແຄມຝັ່ງ
ທະເລກໍ້າຕາເວັນອອກຂອງສະຫະລັດ ແລະເລິກເຂົ້າໄປໃນແຜ່ນດິນໃຫຍ່ ຍັງບໍ່ມີໄຟຟ້າໃຊ້.

ສູນກາງຂອງລົມພາຍຸໄດ້ເຄື່ອນເຂົ້າໃນແຜ່ນດິນໃຫຍ່ຂອງສະຫະລັດ ໃນຕອນເຊົ້າມືດຂອງ
ວັນອັງຄານມື້ນີ້.

ໂຮງງານໄຟຟ້ານີວເຄລຍແຫ່ງນຶ່ງໃນລັດ New Jersey ໄດ້ປະກາດເຕືອນໄພ ຫຼັງຈາກ
ນໍ້າໄດ້ຂຶ້ນຂ້ອນຂ້າງສູງ. ເຈົ້າໜ້າທີ່ເວົ້າວ່າ ບໍ່ມີຄວາມວິຕົກກ່ຽວກັບໄພອັນຕະລາຍແຕ່
ປະການໃດຢູ່ທີ່ໂຮງໄຟຟ້າດັ່ງກ່າວ ຊຶ່ງໄດ້ປິດການຮັກສາສ້ອມແປງຕາມປົກກະຕິນັ້ນ.



ມີລາຍງານກ່ຽວກັບການບາດເຈັບລົ້ມຕາຍໃນຂົງເຂດທີ່ໄດ້ຮັບຜົນກະທົບ ນັບແຕ່ລັດ
Maryland ໄປຈົນເຖິງນະຄອນ Toronto ຂອງປະເທດ Canada ຊຶ່ງສ່ວນໃຫຍ່ ຂອງ
ສາເຫດໃນການລົ້ມຕາຍນີ້ແມ່ນມາຈາກຕົ້ນໄມ້ລົ້ມທັບແລະອຸບປະຕິເຫດລົດຕໍາກັນ.

ອຸໂມງແລະຖະໜົນຫົນທາງໃນເຂດດິນຕໍ່າຂອງນະຄອນ New York ໄດ້ມີນໍ້າຖວ້ມ ຊຶ່ງ
ຮວມທັງເຂດກໍ່ສ້າງຊຶ່ງຄັ້ງນຶ່ງສູນກາງການຄ້າໂລກຫຼື World Trade Center ເຄີຍຕັ້ງ
ຢູ່ນັ້ນ. ປະຊາຊົນຈຳນວນນຶ່ງໄດ້ຖືກສັ່ງໃຫ້ຍົກຍ້າຍອອກໜີ. ໜ້າຕຶກຂອງອາຄານຫໍພັກ
ໃນເຂດ Chelsea ໄດ້ພັງລົງມາ ທີ່ພາໃຫ້ທັງຕຶກອາຄານເປີດອອກໃຫ້ເຫັນຂ້າງໃນ ແມ່ນ

ແຕ່ເຄື່ອງຕົກແຕ່ງພາຍໃນບ້ານນັ້ນ ພວກລົດລາໃນເຂດນັ້ນໄດ້ເຫັນໄຫຼຕາມນໍ້າ ໄປຕາມ
ຖະໜົນຫົນທາງ.

ສ່ວນຫົວເມືອງອື່ນໆ ໃນເຂດຝັ່ງກໍ້າຕາເວັນອອກຂອງສະຫະລັດ ຮວມທັງ ວໍຊິງຕັນ ດີຊີ
ນັ້ນ ກໍຢູ່ໃນສະພາບເປົ່າແປນ ທີ່ລົດໄຟສາທາລະນະນັ້ນໄດ້ຖືກຍົກເລີກບໍ່ໃຫ້ບໍລິການ
ສະໜາມບິນທັງຫຼາຍຖືກປິດ ແລະຜູ້ຄົນຫຼາຍໆລ້ານຄົນ ໄດ້ຖືກສັ່ງໃຫ້ຢູ່ໃນບ້ານເຮືອນ ໂດຍ
ບໍ່ຕ້ອງໄປເຮັດວຽກອີກຕື່ມມື້ນຶ່ງ ຄືໃນວັນອັງຄານມື້ນີ້. ຂະນະດຽວກັນ ພາຍຸຫິມະ
ຂະໜາດ
ແຮງທີ່ຜິດລະດູນັ້ນ ແມ່ນມີຂຶ້ນເລິກເຂົ້າໄປໃນແຜ່ນດິນໃຫຍ່ຂອງສະຫະລັດ ຊຶ່ງມີຫິມະຕົກ ສູງເຖິງເກືອບ 1 ເມັດ ທີ່ຄາດວ່າຈະຕົກລົງມາໃນບາງເຂດ ໃນຂະນະທີ່ລົມພາຍຸຫົວນີ້ ໄດ້ກວມ
ເອົາພື້ນທີ່ປະມານ 1,500 ກິໂລເເມັດ.

XS
SM
MD
LG