ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫລາຍແສນຄົນ ຕ້ອນຮັບ ​ການ​ມາ​ເຖິງ​ ຂອງ​ປີ​ໃໝ່​ 2013 ທີ່ນິວຢອກ (ສະໄລດ໌/ວີດິໂອ)


ໜ່ວຍ​ແກ້ວຄຣິສຕອລ Waterford ສັນຍາລັກຂອງການສະຫລອງ ປີໃໝ່ ທີ່ນະຄອນນິວຢອກ
ໜ່ວຍ​ແກ້ວຄຣິສຕອລ Waterford ສັນຍາລັກຂອງການສະຫລອງ ປີໃໝ່ ທີ່ນະຄອນນິວຢອກ
ນະຄອນ​ນິວຢອກ ​ໄດ້​ຕ້ອນຮັບ​ການ​ມາ​ຮອດ​ມາ​ເຖິງ​ຂອງ​ປີ​
ໃໝ່​ ດ້ວຍການສະ​ເຫຼີມສະຫລອງ ​ຢ່າງ​ຄຶກຄື້ນ​ມະໂຫລານ
​ທີ່ຈະຕຸ​ລັດ Times Square ​ໃນ​ຂະນະ​ທີ່ສະຫະລັດ ແມ່ນ
​ນຶ່ງບັນດາ​ປະ​ເທດຈຸ​ສຸດ​ທ້າຍ ທີ່ພາກັນ​ຕ້ອນຮັບປີ​ໃໝ່ 2013.

​ຝູງ​ຊົນ​ເກືອ​ບນຶ່ງ​ລ້ານ​ຄົນ ພາກັນ​ສະ​ໜຸກສະໜາ​ນ ນັບ​ເວລາ
​ຖອຍຫຼັງລົງມາ​ເຖິງວິ​ນາທີ​ສຸດທ້າຍ​ຂອງ​ປີ 2012 ​ໃນ​ຂະນະ​ທີ່
​ໜ່ວຍ​ crystal​ Waterford ທີ່ເປັນໂຄມ​ແກ້ວ​ມີ​ແສງເຫຼື້ອມ
ໜັກ​ 6 ​ໂຕນ ​ເລື່ອນ​ລົງ​ມາ​ຈາກ​ເໜືອຈະ​ຕຸ​ລັດ ​ແລ້ວ​ແສງຂອງ​
ມັນໄດ້ພຸ້ງອອກ​ມາເປັນ​ປີ "2013."

ບັນ​ດາ​ປະ​ເທດ​ຕ່າງໆ ​ໃນຢູ​ໂຣບ ຕາ​ເວັນ​ອອກ​ກາງ ​ແລະ​ເອ​ເຊຍ ​
ໄດ້​ພາກັນ​ຕ້ອນຮັບການ​ມາ​ຮອດ​ມາ​ເຖິງ​ຂອງ​ປີ​ໃໝ່​ກ່ອນ​ແລ້ວ ​
ໃນ​ຂະນະ​ທີ່​ການ​ສະຫລອງ​ເລີ້ມຢູ່ໃນທົ່ວ​ໂລກ.

ມີການ​ຈູດ​ບັ້ງໄຟດອກ​ສະຫວ່າງ​ສະ​ໄຫວ​ທົ່ວທ້ອງ​ຟ້າ ຢູ່​ໃນ​ຫລາຍ​ສິບ​ຫົວເມືອງ​ ເພື່ອ​ຕ້ອນ
ຮັບ​ການ​ມາ​ເຖິງ​ຂອງ​ປີ 2013 ຮວມ​ທັງ​ການ​ສະ ຫລອງ​ຕ່າງໆ​ຢູ່ກຸງເອ​ເທັນ ມົສກູ ແລະ
ລອນດອນ.

ນະຄອນ​ດູ​ໄບ ​ໄດ້ສະຫຼອງການ​ມາ​ເຖິງ​ຂອງ​ປີໃໝ່​ດ້ວຍ​ການສະ​ແດງ​ແສງ​ໄຟ ຢູ່ຕຶກທີ່​ສູງ
​ທີ່​ສຸດ​ໃນ​ໂລກ ​ໃນ​ຂະນະ​ຢູ່ອີ​ຕາ​ລີ ພະ​ສັນຕະປະ​ປາ Benedict ​ໄດ້ຊົງ​ສະ​ເດັດ​ໄປຢ້ຽມ
ສະຖານ​ທີ່ວາງສະ​ແດງ​ກ່ຽວ​ກັບ ການ​ປະສູດ​ຂອງ​ພະ​ເຢຊູ ທີ່ຈະຕຸ​ລັດ St Peter.

ບັນດາ​ປະ​ເທດ​ໃນ​ເຂດ​ເອ​ເຊຍ ແມ່ນ​ເປັນ​ຈຸ​ທໍາ​ອິດທີ່​ໄດ້ສະຫລອງການມາ​ເຖິງ​ຂອງ​ປີ​ໃໝ່​
ດ້ວຍ​ການ​ສະ​ແດງ​ຈູດ​ບັ້ງໄຟ​ດອກ​ຢ່າງ​ຍິ່ງໃຫຍ່ ທີ່ ນະຄອນ​ຊິດ​ນີ ​ແລະ​ຮົງ​ກົງ.



​ນະຄອນ​ຢາງ​ກຸ້ງ ​ຊຶ່ງເປັນ​ເມືອງ​ໃຫຍ່​ສຸດຂອງ​ມຽນມາ ກໍ​ໄດ້ຈັດການສ​ະຫລອງຕ້ອນຮັບ​
ການ​ມາ​ເຖິງ​ຂອງປີ​ໃໝ່​ເປັນ​ຄັ້ງທໍາ​ອິດ ​ໃນ​ຂະນະ​ທີ່​ປະ​ເທດໂຜ່ໂຕ​ອອກມາ​ຈາກການ​ປົກ​ຄອງ​ແບບຜະ​ເດັດ​ການ​ຂອງ​ທະ​ຫານ​ເປັນ​ເວລາ​ຫລາຍທົດ​ສະ​ວັດ ທີ່​ໄດ້​ຫ້າ​ມບໍ່​ໃຫ້​ມີການ​ໂຮມ​ຊຸມ​ນຸມ​ຂອງ​ຜູ້ ຄົນ​ເປັນ​ຈຳນວນ​ຫຼວງຫຼາຍ ​ຢູ່ໃນທີ່ສາທາລະນະ.

ຢູ່​ທີ່​ພາກ​ໃຕ້​ຂອງຟິລິບປີນ ​ຄວາມ​ຫາຍຍະນະຈາກພາຍຸໄຕ້​ຝຸ່ນ​ທີ່​ເຮັດໃຫ້​ມີ​ຜູ້​ເສຍຊີວິດ
ຫລາຍ​ກວ່າ 1000 ຄົນ ​ໃນ​ຕົ້ນ​ເດືອນ​ທັນ​ວານັ້ນ ​ໄດ້​ເປັນ​ເງົາ​ບົດ​ບັງຄວາມ​ຮູ້ສຶກ​ໃນການ
ຢາກ​ສະ​ເຫຼີມສະຫລອງ ແລະ​ຢູ່​ທີ່ອິນ​ເດຍ ​ໂຮງ​ແຮມ​ຫລາຍໆ​ແຫ່ງ ​ແລະ​ບາ ​ໄດ້​ຫຼຸດ​ຜ່ອນ ຫລື​ຍົກເລີກການ​ສະຫລອງ​ຕ້ອ​ນຮັບປີໃໝ່ ​ເພື່ອໄວ້ອາ​ໄລ​ໃຫ້ແກ່ນັກ​ສຶກສາຍິງ​ທີ່​ໄດ້​ເສຍ​ຊີວິດ​ໃນ​ວັນ​ເສົາຜ່ານມາ ຫລັງ​ຈາກ​ນາງ​ໄດ້​ຖືກ​ຂົ່ມຂືນ​ໝູ່ ​ໃນ​ກຸງ​ນິວ​ແດລ​ລີ ຊຶ່ງເປັນເຫດຮ້າ​ຍ ທີ່​ສ້າງ
​ຄວາມ​ຕື່ນ​ຕົກ​ໃນ​ໃຫ້​ແກ່​ປະ​ເທດຊາດ​ນັ້ນ.

ເບິ່ງວີດິໂອກ່ຽວຂ້ອງກັບເລື້ອງນີ້:
XS
SM
MD
LG