ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສູນທ່ອງທ່ຽວ ເຫດການ 9/11 ແຫ່ງໃໝ່ ໄດ້ຖືກໄຂຂຶ້ນ ໃນລັດ ເພັນຊິລເວເນຍ


New Visitor Center Opens at 9/11 Site in Pennsylvania
please wait

No media source currently available

0:00 0:02:40 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ເຫດການທີ່ເກີດ​ຂຶ້ນ ຢູ່ເທິງທ້ອງຟ້າ ຂອງເຂດຊົນນະບົດແຫ່ງນຶ່ງ
ໃນລັດ Pennsylvania ເມື່ອວັນທີ 11 ເດືອນກັນຍາ ປີ​ 2001 ແມ່ນໄດ້ຖືກບອກເລົ່າໂດຍຜ່ານຫຼັກຖານຕ່າງໆ ທີ່ໄດ້ນຳມາ
ສະແດງຢູ່ທີ່ສູນກາງນັກທ່ອງທ່ຽວແຫ່ງ​ຊາດ​ ເພື່ອໄວ້ອາໄລ​ໃຫ້​
ແກ່ຖ້ຽວບິນ​ 93​ ຫລື Flight 93 National Memorial Visitors
Center ທີ່ສ້າງຂຶ້ນມາໃໝ່ໆ.
ຜູ້ສື່ຂ່າວວີໂອເອ Kane Farabaugh ມີລາຍງານຈາກບ່ອນ
ເກີດເຫດ ເມື່ອວັນທີ​ 11 ກັນຍາປີ​ 2001 ​ຊຶ່ງໄດ້ຖືກຫັນປ່ຽນ
ໃຫ້ກາຍເປັນອະນຸສອນສະຖານ ດັ່ງ ພຸດທະສອນ ຈະນຳມາ
ສະເໜີທ່ານໃນອັນດັບຕໍ່ໄປ.

ມັນໄດ້ບິນຂ້າມຫົວຂ້ອຍໄປ ແບບດິ່ງຫົວລົງສູ່ພື້ນດິນ ຢູ່ບ່ອນນີ້.ຢູ່ໃນທົ່ງຂອງເມືອງ Somerset ລັດ Pennsylvania ຄວາມໂກລາຫົນວຸ້ນວາຍ ແລະ ຄວາມສັບສົນ ແມ່ນໄດ້ ຫ້ອມລ້ອມອຸບັດເຫດ ທີ່ຖ້ຽວບິນ 93 ​ຂອງສາຍການບິນ United Airlines ຕົກເມື່ອວັນທີ 11 ກັນຍາ ປີ​ 2001.

ສະຖານທີ່ເກີດເຫດໃນເຂດເມືອງ Somerset ຍັງວຸ້ນວາຍຢູ່ໃນທຸກມື້ີ້ນີ້ ສື່ມວນຊົນໄດ້ຫຸ້ມ ກັນມາທີ່ນີ້ ເພື່ອຕິດຕາມເບິ່ງສະຖານະການ.

ແຕ່​ໃນ​ມື້ນີ້ ມັນໄດ້ຖືກທົດແທນ ດ້ວຍຄວາມງຽບສະຫງົບ 14 ປີ ຫລັງຈາກນຶ່ງໃນເຫດການທີ່ ພົວພັນກັບປະຫວັດສາດອາເມຣິກາ​ຊຶ່ງເປັນໂສກນາດຕະກຳສ່ວນຕົວສຳ​ລັບທ່ານ Gordon Felt.

ທ່ານ Gordon Felt ​ຊຶ່ງ​ເປັນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຄົນ​ນຶ່ງ​ຂອງ​ຜູ້​ເຄາະ​ຮ້າຍເວົ້າວ່າມັນຄືກັນ ກັບຄວາມຝັນໃນເວລານັ້ນມັນໄດ້ກາຍມາເປັນຫລັກຖານສຳລັບພວກເຮົາໂດຍໄວວ່າ ຄົນທີ່ ຮັກຂອງຄອບຄົວເຮົາ ເຫດການນັ້ນແມ່ນຫ້ອມລ້ອມການຕາຍຂອງ ພວກເຂົາເຈົ້າມັນມີ ຄວາມສຳຄັນທາງປະຫວັດສາດສຳລັບປະເທດຊາດຂອງເຮົາ.

ທ່ານ Edward ຊຶ່ງເປັນອ້າຍຂອງທ່ານ Gordon Felt ແມ່ນນຶ່ງໃນບັນດາຜູ້ໂດຍສານຂອງ ຖ້ຽວບິນ 93 ທີ່ພະຍາຍາມເຂົ້າຍຶດເອົາຫ້ອງຄົນຂັບເຮືອບິນຄືນຈາກພວກກໍ່ການຮ້າຍທີ່ໄດ້ ຈີ້ເຮືອບິນລຳນັ້ນ.

35 ນາທີສຸດທ້າຍຂອງຊີວິດທ່ານ Edward Felt ແລະພວກທີ່ຢູ່ເທິງເຮືອບິນກັບທ່ານ​ແມ່ນ ໄດ້ຮັບການອະທິບາຍໂດຍວັດຖຸແລະເຄື່ອງວາງສະແດງຕ່າງໆຢູ່ທີ່ສູນກາງໄວ້ ອາໄລໃຫ້ ແກ່ຖ້ຽວບິນ​ 93​ ທີ່ຫາກໍສ້າງຂຶ້ນໃໝ່ໆ ບ່ອນທີ່ສະມາຊິກໃນຄອບຄົວເຂົາເຈົ້າຫວັງວ່າ ພວກ ທີ່ໄປຢ້ຽມຢາມຈະເຂົ້າໃຈກ່ຽວກັບຜົນສະ​ທ້ອນ ໂດຍເຕັມຈາກການລົງມື ຂອງພວກຄົນທີ່ ເຂົາເຈົ້າຮັກ.

ທ່ານ Gordon Felt ກ່າວວ່າ ພວກເຂົາເຈົ້າຈະຮູ້ສຶກວ່າ ພວກວິລະຊົນ 40 ຄົນນັ້ນ ແມ່ນໃຜ​ ຕະຫລອດທັງການລົງມືເຮັດວຽກຮ່ວມກັນຂອງພວກເຂົາເຈົ້າ ໄດ້ຊ່ອຍໃຫ້ຕຶກລັດຖະສະພາ ສະຫະລັດ ລອດພົ້ນຈາກການໂຈມຕີໃນເຊົ້າມື້ນັ້ນ.

ທ່ານ Stephen Clark ແມ່ນຜູ້ຈັດການ ສູນ​ກາງ​ນັກ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເພື່ອ​ໄວ້​ອາ​ໄລໃຫ້​ ແກ່ຖ້ຽວບິນ​ 93 ກ່າວວ່າ ມັນເປັນທີ່ໜ້າປະຫລາດໃຈຫຼາຍສຳລັບຂ້ອຍທີ່ວ່າເຮືອບິນ ລຳນີ້ ແມ່ນຍັງ​ເວ​ລາແຕ່ພຽງ 18 ນາທີເທົ່ານັ້ນ ທີ່ຈະໂຈມຕີວໍຊິງຕັນ ດີຊີ ແລະ ເມື່ອເຈົ້າຄິດເຖິງ ປະມານ 5,000 ຄົນ ຢູຸ່ໃນຕຶກສະພາ​ ຊຶ່ງມີທ່າທາງວ່າ ຈະເປັນເປົ້າຂອງການ ໂຈມຕີນັ້ນ​ມັນຈະມີຄວາມແຕກຕ່າງຫຼາຍປານໃດ ຖ້າປະເທດນີ້ຫາກສູນເສຍສະມາຊິກສະພາທຸກໆ ຄົນ.

ທ່ານ Stephen Clark ແມ່ນຜູ້ຈັດການຂອງອົງການບໍລິການອຸດທະຍານແຫ່ງຊາດ ຊຶ່ງ ເປັນຜູ້ບໍລິຫານງານສູນກາງນັກທ່ອງທ່ຽວ ແລະອະນຸສອນສະຖານທີ່ກວມເອົາພື້ນຖານ​ 890 ເຮັກຕ້າ ຊຶ່ງເປັນສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມນັ້ນ.

ທ່ານ Stephen Clark ເວົ້າວ່າ ພວກເຮົາມີຜູ້ມາຢ້ຽມຢາມປະມານ 325 ພັນຄົນຕໍ່ປີແຕ່ບໍ່ມີ ຄຳຖາມເລີຍດ້ວຍການເປີດສູນກາງນັກທ່ອງທ່ຽວດັ່ງ​ກ່າວນີ້ແລະສູນກາງຮຽນແລ້ວພວກ ເຮົາ ມີກຳນົດທີ່ຈະເພີ້ມຜູ້ຄົນໄປຢ້ຽມຢາມເປັນສອງຖ້າບໍ່ແມ່ນສາມເທົ່າ ໃນໄລຍະເວລາພຽງສັ້ນໆ ເທົ່ານັ້ນ.

ນີ້ແມ່ນເລື້ອງລາວທີ່ຍັງດັງກ້ອງກັງວານຢູ່ກັບຜູ້ຄົນ ເມື່ອ 14 ປີກ່ອນ.

ເຖິງແມ່ນລາວອາໄສຢູ່ໃນພາກເໜືອຂອງລັດນິວຢອກ ຊຶ່ງຕັ້ງຫ່າງຈາກທີ່ນີ້ຫຼາຍຮ້ອຍຫລັກ ກິໂລແມັດກໍຕາມ​ແຕ່ທ່ານ Felt ກ່າວວ່າ ທ່ານໄດ້ໄປຢ້ຽມຢາມສະຖານທີ່ແຫ່ງນີ້ 6 ເທື່ອຕໍ່ປີ.

ທ່ານ Gordon Felt ກ່າວວ່າ ມັນເປັນເລື້ອງສຳຄັນສຳລັບຂ້ອຍຕ້ອງມາທີ່ນີ້. ມັນເປັນເລື້ອງ ສຳຄັນ, ຂ້ອຍຮູ້ສຶກວ່າ ສຳລັບສະມາຊິກຄອບຄົວຂອງຂ້ອຍຈະ ຕ້ອງໄດ້ພົວພັນ
ນຳຂັ້ນຕອນນີ້.

ແລະພວກເຂົາເຈົ້າກໍໄດ້ພົວພັນ​ ໃນການຊື້ດິນຢູ່ບ່ອນເກີິດເຫດ ການອອກແບບສູນກາງນັກ ທ່ອງທ່ຽວມູນຄ່າ 26 ລ້ານໂດລາ​ ການເກັບສະສົມຈອກກາເຟ ແລະ ເສື້ອທີເຊີດທີ່ຂາຍຢູ່ໃນ ຮ້ານຂາຍຂອງທີ່ລະລຶກ. ທ່ານ Felt ກ່າວວ່າ ທັງໝົດນີ້ແມ່ນຢູ່ໃນຄວາມຫວັງທີ່ວ່າພວກນັກ ທ່ອງທ່ຽວຈະໄດ້ຮັບແຮງດົນໃຈ.

ທ່ານ Felt ເວົ້າວ່າ ຂ້ອຍຢາກໃຫ້ຜູ້ຄົນຍ່າງອອກໄປຈາກສູນ​ກາງ​ໄວ້​ອາ​ໄລແຫ່ງນີ້ ແລະ ກ່າວ ຕໍ່ເຂົາເຈົ້າເອງວ່າ ຖ້າຫາກເປັນຂ້ອຍແລ້ວ ຂ້ອຍຈະສາມາດເຮັດໃນສິ່ງທີິ່ພວກເຂົາເຈົ້າ ໄດ້ເຮັດໄປນັ້ນຫຼືບໍ່.

ມັນເປັນຄຳຖາມທີ່ພວກນັກທ່ອງທ່ຽວອາດຈະຄຸ່ນຄິດເມື່ອເບິ່ງອອກໄປຍັງບ່ອນທີ່ 40 ວິນຍານ ໄດ້ຖືກຝັງ ໃນຂະນະທີ່ພວມ​ຢູ່​ໃນເສັ້ນທາງບິນສຸດທ້າຍ ຊຶ່ງເວລານີ້ໄດ້ຖືກປັ້ນດ້ວຍຫີນສຳລັບ ຖ້ຽວບິນ 93 ຂອງສາຍການບິນ United Airlines.

XS
SM
MD
LG