ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫວຽດນາມ ເລືອກເອົາ ນາຍົກລັດຖະມົນຕີ ຄົນໃໝ່


ທ່ານ Nguyen Xuan Phuc, ກາງ, ສາບານຕົວເຂົ້າຮັບຕຳແໜ່ງ ຫຼັງຈາກຖືກເລືອກ ໃຫ້ເປັນນາຍົກລັດຖະມົນຕີ ໃນນະຄອນຫຼວງ ຮາໂນຍ. ຫວຽດນາມ, 7 ເມສາ, 2016.
ທ່ານ Nguyen Xuan Phuc, ກາງ, ສາບານຕົວເຂົ້າຮັບຕຳແໜ່ງ ຫຼັງຈາກຖືກເລືອກ ໃຫ້ເປັນນາຍົກລັດຖະມົນຕີ ໃນນະຄອນຫຼວງ ຮາໂນຍ. ຫວຽດນາມ, 7 ເມສາ, 2016.

ປະເທດ ຫວຽດນາມ ໄດ້ມີນາຍົກລັດຖະມົນຕີຄົນໃໝ່ແລ້ວ.

ສະພາແຫ່ງຊາດທີ່ໃຫ້ການຮອງຮັບໂດຍອັດຕະໂນມັດ ໄດ້ອະນຸມັດ ຕໍ່ທ່ານ Nguyen Xuan Phuc ໃນວັນພະຫັດມື້ນີ້​ເຊິ່ງເປັນການສະຫຼຸບ ທີ່ຮັບຮູ້ລ່ວງໜ້າແລ້ວ ໃນເມື່ອທ່ານ ເປັນພຽງຜູ້ລົງແຂ່ງຂັນພຽງຄົນດຽວທີ່ໄດ້ຖືກເລືອກ ໃນກອງປະຊຸມໃຫຍ່ພັກຄອມມູນິສ ຍ້ອນຄືນໄປ​ເມື່ອເດືອນມັງກອນທີ່ຜ່ານມາ.

ທ່ານ Nguyen Xuan Phuc ໄດ້ກ່າວວ່າ “ຕໍ່ໜ້າທຸງຊາດຂອງດິນແດນບ້ານເກີດເມືອງ ນອນ, ຕໍ່ໜ້າສະພາແຫ່ງຊາດ ແລະ ຕໍ່ໜ້າປະຊາຊົນແຫ່ງປະເທດ ຫວຽດນາມ, ຂ້າພະ ເຈົ້າຂໍປະຕິຍານ ທີ່ຈະສະແດງຄວາມຈົງຮັກພັກດີຢ່າງສຸດອົກສຸດໃຈຕໍ່ປະເທດ, ປະຊາ ຊົນ ແລະ ລັດຖະທຳມະນູນຂອງສາທະລະນະລັດສັງຄົມນິຍົມ ຫວຽດນາມ. ຂ້າພະເຈົ້າ ສັນຍາທີ່ຈະໃຊ້ຄວາມພະຍາຍາມຂອງຂ້າພະເຈົ້າຢ່າງສຸດຂີດເພື່ອ​ໃຫ້ບັນລຸໜ້າທີ່ຮັບ ຜິດຊອບ ແລະ ພາລະກິດທີ່ຖືກມອບໝາຍໃຫ້ແກ່ຂ້າພະເຈົ້າໂດຍພັກ, ລັດຖະບານ ແລະ ປະຊາຊົນ.”

ອະດີດຮອງນາຍົກລັດຖະມົນຕີ ທີ່ມີອາຍຸ 61 ປີ ເຂົ້າກຳຕຳແໜ່ງແທນທ່ານ Nguyen Tan Dung ຫຼັງຈາກທ່ານໄດ້ດຳລົງຕຳແໜ່ງມາເປັນເວລາໜຶ່ງທົດສະວັດ.

ທ່ານ Dung ໄດ້ອອກກົດໝາຍຊຸດໜຶ່ງ ກ່ຽວກັບ ການຟື້ນຟູເສດຖະກິດທີ່ໄດ້ຊ່ວຍໃຫ້ ຫວຽດນາມ ດຶງດູດເອົາການລົງທຶນໃໝ່ຈາກຕ່າງປະເທດຈຳນວນຫຼາຍ, ຜູ້ທີ່ໄດ້ກ່າວອອກ ມາຢ່າງ​ແຂງ​ຂັນ ຕໍ່ຕ້ານການຂະຫຍາຍເຂດແດນທີ່ເປັນການລ່ວງລະເມີດຂອງ ຈີນ ໃນ ທະເລຈີນໃຕ້, ແລະ ໄດ້ຂະຫຍາຍສາຍພົວພັນກັບ ສະຫະລັດ.

ແຕ່ຂະນະ​ດຽວ​ກັນ ທ່ານກໍຍັງໄດ້ປະ ໜີ້ສິນສາທາລະນະ​ໄວ້ຈຳ​ນວນຫຼວງຫຼາຍ​, ການສໍ້ ລາດບັງຫຼວງທີ່ແຜ່ກວ້າງ ແລະ ຄວາມບໍ່ມີປະສິດ ທິພາບໃນບໍລິສັດ​ລັດວິສາຫະກິດຕ່າງໆ.

ທ່ານ Nguyen Xuan Phuc ແມ່ນສ່ວນໜຶ່ງຂອງລັດຖະບານໃໝ່ທີ່ມີ 3 ຄົນປົກຄອງຂອງ ຫວຽດນາມ, ​ໂດຍເຂົ້າຮ່ວມກັບພັກເລຂາທິການໃຫຍ່ Nguyen Phu Trong ແລະ ປະ ທານປະເທດ Tran Dai Quang. ທ່ານ Trong ໄດ້ເອົາຊະນະການທ້າຊິງເອົາຕຳແໜ່ງ ໃນກຳມະການກົມການເມືອງທີ່ມີ 19 ຄົນປົກຄອງ ຈາກທ່ານ Nguyen Tan Dung ໃນ ລະຫວ່າງກອງປະຊຸມໃຫຍ່ຂອງພັກໃນເດືອນມັງກອນທີ່ຜ່ານມາ. ທ່ານ Tran ໄດ້ຖືກ ເລືອກເຂົ້າກຳຕຳແໜ່ງຢ່າງເປັນທາງການໃນສັບປະດາທີ່ຜ່ານມາ.

New Vietnamese Prime Minister Elected
please wait

No media source currently available

0:00 0:00:37 0:00

Vietnam Politics
please wait
Embed

No media source currently available

0:00 0:00:37 0:00

XS
SM
MD
LG