ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ອາດມີ ຢາວັກຊີນໃໝ່ ທີ່ສາມາດ ຄວບຄຸມ ໄຂ້ເລືອດອອກ ໄດ້ ໃນໄວໆນີ້ (ວີດີໂອ ພາສາລາວ/ອັງກິດ)


Vaccine And Other Strategies May Soon Control Dengue Fever
please wait

No media source currently available

0:00 0:03:13 0:00

ເບິ່ງວີດີໂອ ພາສາອັງກິດ ເລື້ອງອາດມີຢາວັກຊີນໃໝ່ ທີ່ສາມາດຄວບຄຸມ ໄຂ້ເລືອດອອກໄດ້ ໃນໄວໆນີ້.

ໄດ້ມີ​ຄວາມ​ຫວັງ​ໃໝ່​ຂຶ້ນ​ມາ ສຳ​ຫລັບ​ພວກ​ທີ່​ເປັນ​ໄຂ້​ເລືອດ​ອອກ
ທີ່​ເກີດ​ຈາກ​ເຊື້ອ​ໄວຣັສ ທີ່​ພາ​ໃຫ້ໃຫ້​ເຈັບຫົວ​ຢູ່​ບໍ່​ເຊົາ ມີ​ໄຂ້​ສູງ
​ແລະເຈັບປວດຕົນໂຕ​. ຜູ້​ສື່​ຂ່າວ​ວີ​ໂອ​ເອ Carol Pearson ມີ​
ລາຍ​ງານ​ກ່ຽວ​ກັບ​ຢາ​ວັກ​ຊີ​ນຫລືຢາ​ປ້ອງ​ກັນ​ເຊື້ອ​ໂຣກ ຊະນິດ
​ໃໝ່ທີ່​ອາດ​ເປັນ​ໄປ​ໄດ້ອິງຕາມ ​ລາຍ​ງານ​ຢູ່​ໃນວາລະສານ
The Lancet ​ສະບັບ​ອອກເມື່ອ​ວັນ​ທີ 10 ​ເດືອນ​ກໍລະກົດນີ້ ​
ແລະ​ກ່ຽວ​ກັບ​ວິທີ​ການ​ໃໝ່​ແນວ​ອື່ນໆ​ອີກ ​ເພື່ອ​ຍັບ​ຍັ້ງ​ເຊື້ອ​ໄວຣັສ
ທີ່ບາງ​ຄັ້ງ​ຮ້າຍ​ແຮງ​ເຖິງ​ຕາຍ ຂອງ​ໄຂ້​ເລືອດ​ອອກ​ນັ້ນ. ​
ໄຊ​ຈະ​ເລີ​ນສຸກ ມີ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ຜູ້​ທີ່​ເປັນ​ໄຂ້​ເລືອດ​ອອກ ມັກ​ຈະ​ມີ​ໄຂ້​ສູງ ​ແລະ​ເຈັບ​ປວດ​ຢ່າງ​ຮຸນ​ແຮງ ຈົນ​ຮູ້ສຶກ​ຄື​ກັນ​ກັບ​
ວ່າກະດູກ​ຈະ​ຫັກ​ພຸ້ນ​ແຫລະ​ ອາດສາມາດ​ເປັນ​ໄຂ້​ນີ້​ໄດ້ ຢູ່​ຫລາຍ​ເດືອນ​ກ່ວາ​ຈະ​ເຊົາ ແລະ
ອາດ​ຈະ​ຕ້ອງ​ໄດ້​ນອນ​ໂຮງໝໍ. ໄຂ້​ເລືອດອອກ​ເອົາຊີວິດ​ຄົນ​ໄປ 22,000 ຄົນ​ໃນ​ແຕ່ລະ​ປີ
ຊຶ່ງ​ສ່ວນ ໃຫຍ່​ເປັນ​ເດັກ​ນ້ອຍ ອິງ​ຕາມ​ອົງການ​ອ​ະນາ​ໄມ​ໂລກ ຫລື WHO.

ອົງການ​ອ​ະນາ​ໄມ​ໂລກ​ເວົ້າ​ວ່າ ​ເຊື້ອ​ໄວຣັສຂອງ​ໄຂ້​ເລືອດ​ອອກທີ່​ມາ​ກັບ​ໂຕ​ຍຸງ​ນັ້ນ ​ເວລາ​ນີ້​ ແມ່ນມີ​ແຜ່ຫລາຍ​ກ່ວາ​ເມື່ອ 50 ປີ​ ກ່ອນ​ເຖິງ 30 ​ເທົ່າ​ໂຕ ​ແລະ​ມີ​ຢູ່​ທົ່ວ​ໄປ​ໃນ​ຫລາຍໆ​ເຂດ
ຂອງ​ເອ​ເຊຍ ​ເຂດມະຫາ​ສະມຸດ​ປາຊີ​ຟິກ ທະວີ​ບອາ​ເມຣິກາ ​ແລະ​ອາ​ຟຣິກາ. ຜ່ານ​ມາ ​ແມ່ນ
ຍັງ​ບໍ່​ທັນ​ມີ​ຢາສະ​ເພາະ​ໃດໆ ທີ່ປົວໄຂ້​ເລືອ​ດອອກໄດ້ ​ແຕ່​ມາ​ບັດ​ນີ້ ປະກົດ​ວ່າ​ມີ​ຄວມຫວັງ
ຂຶ້ນ​ມາແດ່​ແລ້ວ.

ຢາ​ວັກ​ຊີ​ນ ຫລື​ຢາ​ປ້ອງ​ກັນ ທີ່​ໃຫ້​ຄວາມ​ຫວັງ​ອັນ​ນຶ່ງ ອາດ​ສາມາດ​ເປັນ​ຕົວ​ປ່ຽນເກ​ມ​ໄດ້
ຫລັງ​ຈາກມີ​ການ​ທົດ​ລອງ​ໃຊ້ມາ​ເປັນ​ເວລາ​ສອງ​ປີ ຢູ່ໃນ​ຫ້າ​ປະ​ເທດ ​ໃນ​ເຂດ​ເອ​ເຊຍ.

ດອກ ​ເຕີ້ Maria Rosario Capeding ​ທີ່ຮ່ວມ​ຢູ່​ໃນ​ຄະນະ​ຄົ້ນ​ຄ້ວາ​ ກ່າວ​ວ່າ ຢາ​ວັກ​ຊີ​ນ
ທີ່​ທົດ​ລອງ​ໃຊ້​ນີ້ໄດ້ຕັດ​ຈຳນວນ ​ຄົນ​ເປັນ​ໄຂ້​ເລືອດ​ອອກ ລົງເຖິງເຄິ່ງນຶ່ງ ​ແລະ​ໄດ້​ຕັດຈຳ
ນວນ​ກໍລະນີ​ທີ່​ຮ້າຍ​ແຮງ​ຈົນ​ເຖິງ​ຂັ້ນ​ເລືອດ​ອອກ​ນັ້ນ ລົງ​ຢ່າງ​ຫລວງຫລາຍ.

ດອກ​ເຕີ້ Capeding ​ເວົ້າ​ວ່າ “ປະສິດທິພາບ​ຂອງ​ຢາ​ວັກ​ຊີ​ນ ຕ້ານ​ກໍລະ​ນີໄຂ້​ນີ້
ທີ່​ເຖິງ​ຂັ້ນຮ້າ​ຍ​ແຮງ​ຈົນເລືອ​ດອອກ ​ ອິງ​ຕາມ​ເງື່ອນ​ໄຂ​ຂອງ
WHO ​ນັ້ນ ແມ່ນ
88.5 ສ່ວນ​ຮ້ອຍ ຫລັງ​ຈາກ​ທີ່​ສັກ​ຢາສາມ​ຂະໜາດ​.”

ການສຶກສາ ​ຄົ້ນ​ຄ້ວາຂະໜາດໃຫຍ່ອີກ​ອັນ​ນຶ່ງ ກຳລັງ​ມີ​ຂຶ້ນ​ຢູ່​ໃນ​ຂົງ​ເຂດ ອາ​ເມຣິກາ​ລາ​ຕິນ.
ຢາ​ວັກ​ຊີ​ນທີ່​ວ່າ​ນີ້​ ອາດ​ສາມາດ​ຜະລິດ​ອອກ​ມາ​ຈຳ​ໜ່າຍ​ໄດ້ ພາຍ​ໃນ​ປີ 2015. ​ແລະ​ໃນ​ບໍ່
ຊ້າ​ນີ້ ກໍ​ອາດ​ຈະ​ມີ​ວິທີ​ອື່ນໆ​ອີກ ຫລາຍ​ວິທີ ​ເພື່ອ​ຍັບ​ຍັ້ງ​ເຊື້ອ​ໄວຣັສ​ໄຂ້​ເລືອດ​ອອກ​ນີ້.

ຢູ່​ທີ່​ສະ​ຖາ​ບັນ​ ຄົ້ນ​ຄ້ວາ​ ມາລາ​ເຣຍຫລື​ໄຂ້ຍຸງ John's Hopkins ສາ​ສະ​ດາ​ຈານ George Demopoulos ​ໄດ້​ຄົ້ນ​ພົບ ​ວິທີ​ນຶ່ງທີ່​ສາມາດຂັດຂວາງ ແລະ​ສະກັດ​ກັ້ນ ເຊື້ອ​ໄວຣັສ​ໄຂ້
ເລືອດ​ອອກ ຢູ່​ໃນ​ໂຕ​ຍຸງ​ທີ່​ລ້ຽງຢູ່ ໃນຫ້ອງ​ທົດ​ລອງ​ໄດ້. ທ່ານ​ກ່າວ​ວ່າ ບາດກ້າວ​ຂັ້ນ​ຕໍ່​ໄປ
ກໍ​ແມ່ນ​ເຮັດ​ແບບ​ດຽວ​ກັນ​ກັບຍຸງ​ປ່າ.

ສາ​ສະ​ດາ​ຈານ Demopoulos ​ເວົ້າ​ວ່າ “ ​ໄຂ້​ເລືອດ​ອອກ ກໍ​ຄືກັບ​ໄຂ້ຍຸງ ​ແມ່ນ​ເປັນ​
ພວກ​ພະຍາດ​ທີ່​ສາມາດ​ຄວບ​ຄຸມ​ໄດ້ ​ໂດຍ​ຜ່ານ​ການ​ນຳ​ໃຊ້​ຫລາຍໆ​ວິທີ​ທາງ​ນຳ​
ກັນເທົ່າ​ນັ້ນ. ມັນ​ກໍ​ຄື​ກັນ​ກັບ​ສົງຄາມ. ​ເຮົາ​ບໍ່​ສາມາດ​ຈະ​ເອົາ​ຊະນະ​ມັນ​ໄດ້​ ດ້ວຍ​
ການ​ໃຊ້​ອາວຸດ​ແຕ່​ພຽງ​ຊະນິດດຽວ. ​ເຮົາ​ຕ້ອງການ​ອາວຸດ​ຫລາຍໆ​ຊະນິດ ​ແລະ​
ຍຸ​ທະ​ສາດ​ຫລາຍໆ​ຢ່າງ​ເພື່ອ​ຈະ​ຕໍ່ສູ້​ສົງຄາມ​ໃຫ້​ຊະນະ. ​ເຮົາ​ກໍ​ຕ້ອງ​ໃຊ້​ຫລັກການ
​ແບບ​ດຽວກັນນີ້ ແຫລະ ກັບພະຍາດ​ເຫລົ່າ​ນີ້.”

ຍຸງໂຕແມ່ນີ້ ເອີ້ນວ່າ Aedes aegypti ນຳມາຄົ້ນ​ຄ້ວາ​ ໃນຫ້ອງ​ທົດ​ລອງ​ ຢູ່ .ທີ່​ສະ​ຖາ​ບັນ​ ຄົ້ນ​ຄ້ວາ​ ມາລາ​ເຣຍຫລື​ໄຂ້ຍຸງ John's Hopkins.
ຍຸງໂຕແມ່ນີ້ ເອີ້ນວ່າ Aedes aegypti ນຳມາຄົ້ນ​ຄ້ວາ​ ໃນຫ້ອງ​ທົດ​ລອງ​ ຢູ່ .ທີ່​ສະ​ຖາ​ບັນ​ ຄົ້ນ​ຄ້ວາ​ ມາລາ​ເຣຍຫລື​ໄຂ້ຍຸງ John's Hopkins.

ວິທີການ​ອື່ນ​ໆ​ອີກ ກໍ​ມີ​ຮວມທັງ ການ​ສີດ​ຢາຂ້າ​ຍຸງ ການ​ສອນ
ປະຊາຊົນໃຫ້ຮູ້ຈັກວິທີກຳຈັດແຫ​ລ່ງເພາະພັນເຊື້ອຍຸງ ​ເປັນຕົ້ນ​ວ່າ
ອ່າງນ້ຳ​ຫລື ນ້ຳ​ທີ່​ຖືກ​ປະ​ເຫລືອ​ໄວ້ ​ຢູ່​ໃນ​ພາຊະນະ​ໃກ້ໆ​ເຮືອ​ນ.
ອາກາດ​ທີ່​ຮ້ອນ​ເອົ້າ​ຂຶ້ນ ​ແລະພຶ້ນທີ່​ທີ່​ກາຍ​ມາ​ເປັນ​ເມືອງ ກຳລັງ​
ຊ່ວຍ​ໃຫ້ການ​ແຜ່ຜາຍ​ຂອງ​ໂຕ​ຍຸງ ທີ່​ນຳ​ເຊື້ອ​ໄວຣັສນັ້ນ ​ເພີ່ມ​ທະວີ​
ຫລາຍ​ຂຶ້ນ​.

ຢູ່​ທີ່ອົງການ​ອະນາ​ໄມ​ພາກ​ພື້ນ​ອາ​ເມຣິກາ Pan American
Health Organization ຫລື PAHO ດອກ​ເຕີ້ Luis
Castellanos ກ່າວ​ວ່າ ອົງການ​ຂອງ​ທ່ານ​ໄດ້ຊ່ວຍ​ຫລຸດຜ່ອນ
​ຈຳນວນ​ຄົນຕາຍ ຍ້ອນ​ເປັນ​ໄຂ້​ເລືອດ​ອອກນັ້ນລົງ ​ຢູ່ໃນທະວີ​ບ
ອາເມຣິກາ.

ດອກ​ເຕີ້ Luis Castellanos ​ເວົ້າ​ວ່າ “ອົງການ PAHO ​ໄດ້​ເຮັດ​ວຽກ​ ໃນ​ຂັ້ນ​ກ້ວາງ​
ຂວາງ ກັບ​ບັນດາ​ປະ​ເທດ​ໃນຂົງ​ເຂດ​ອາ​ເມຣິກາ ຕະຫລອດ​ໄລຍະ 3-4 ປີຜ່ານມາ​ນີ້
ເພື່ອ​ເຝິກ​ແອບ​ພວກ​ນາຍ​ແພດ ​ໃນ​ທົ່ວ​ປະ​ເທດ​ເຫລົ່າ​ນັ້ນ ​ໃຫ້​ຮູ້ຈັກ​ ແລະ​ພ້ອມ​ທີ່​ຈະ
ຕັ້ງ​ຂໍ້ສົງ​ໄສ ຊີ້ບອກ ​ແລະ​ວິນິດ​ໄສ ​ຕະຫລອດ​ທັງປິ່ນປົວ​ຮັກສາ ຄົນ​ເປັນ​ໄຂ້​ເລືອດ​
ອອກ​ໄດ້​ ທຸກ​ລາຍ.”

ອົງການ​ອະນ ​າ​ໄມໂລກ WHO ປະ​ເມີນ​ວ່າ ປະຊາກອນ​ໂລກ ປະມານ 40 ສ່ວນ​ຮ້ອຍ ຕົກ​ຢູ່​ໃນ​ຄວາມ​ສ່ຽງ​ຕໍ່​ການ​ທີ່​ຈະເປັນ​ໄຂ້​ເລືອດ​ອອກ ​ແຕ່​ວ່າ​ ປີໜ້າ​ ພາຍ​ໃນ​ເວລາ​ນີ້ ອາດ​ຈະ​ມີ​ຫົນທາງ​ຕໍ່ສູ້​ກັບ​ມັນ​ໄດ້​ແລ້ວ.

((http://www.who.int/csr/disease/dengue/impact/en/))

XS
SM
MD
LG