ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເອກອັກຄະລັດຖະທູດ ສຫລ ຄົນໃໝ່ ຍື່ນສານຕາຕັ້ງຕໍ່ ປະທານ ປະເທດລາວ


ເອກອັກຄະລັດຖະທູດ ສຫລ ອາເມຣິກາ ຄົນໃໝ່ ທ່ານນາງ ຣີນາ ບິດເຕີ ຍື່ນສານຕາຕັ້ງຕໍ່ ປະທານ ປະເທດລາວ ທ່ານ ບຸນຍັງ ວໍລະຈິດ ເມື່ອວັນທີ 1 ພະຈິກ 2016.
ເອກອັກຄະລັດຖະທູດ ສຫລ ອາເມຣິກາ ຄົນໃໝ່ ທ່ານນາງ ຣີນາ ບິດເຕີ ຍື່ນສານຕາຕັ້ງຕໍ່ ປະທານ ປະເທດລາວ ທ່ານ ບຸນຍັງ ວໍລະຈິດ ເມື່ອວັນທີ 1 ພະຈິກ 2016.

ເອກອັກຄະລັດຖະທູດສະຫະລັດອາເມຣິກາຄົນໃຫມ່ທີ່ໄດ້ຮັບການແຕ່ງຕັ້ງມາປະຈຳຢູ່ ສປປ ລາວ ທ່ານນາງ Rina Bitter ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ປະ ທານປະເທດ​ແຫ່ງ ສປປ ລາວ ທ່ານບຸນຍັງ ວໍລະຈິດ ທີ່ສຳນັກງານປະທານ ປະເທດເມື່ອ​ວັນ​ທີ 1 ພະຈິກ​ວານ​ນີ້
ອີີງ​ຕາມ​ລາຍ​ງານ​ຂ່າວ​ ຈາກ​ສະຖານທູດສະຫະລັດ ​ທີ່​ນະຄອນ​ວຽງ​ຈັນ.

ໃນລະຫວ່າງທີ່ທ່ານນາງໄດ້ມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ປະຈຳ​ຢູ່​
ສປປ ລາວ​ນີ້ ທ່ານນາງ​ມີຄວາມໝາຍໝັ້ນທີ່ຈະຍົກລະດັບ ການເປັນຄູ່ຮ່ວມມື ແບບ
ກວມລວມ ລະຫວ່າງ ສປປ ລາວ ແລະ ສະຫະລັດ​ ໃຫ້​ສູງ​ຂຶ້ນຕື່ມ ພາຍຫຼັງທີ່ ປະທານາ ທິບໍດີ ທ່ານ ບາຣັກ ໂອບາມາ ແລະປະທານປະເທດ ທ່ານ ບຸນຍັງ ວໍລະຈິດ ໄດ້ປະກາດ ໃນເດືອນກັນຍາທີ່ຜ່ານມາ.

ເອກອັກຄະລັດຖະທູດ ສຫລ ອາເມຣິກາ ຄົນໃໝ່ ທ່ານນາງ ຣີນາ ບິດເຕີ ຈັບມືກັບ ປະທານ ປະເທດແຫ່ງ ສປປ ລາວ ທ່ານບຸນຍັງ ວໍລະຈິດ, ເມື່ອວັນທີ 1 ພະຈິກ 2016.
ເອກອັກຄະລັດຖະທູດ ສຫລ ອາເມຣິກາ ຄົນໃໝ່ ທ່ານນາງ ຣີນາ ບິດເຕີ ຈັບມືກັບ ປະທານ ປະເທດແຫ່ງ ສປປ ລາວ ທ່ານບຸນຍັງ ວໍລະຈິດ, ເມື່ອວັນທີ 1 ພະຈິກ 2016.

ເອກອັກຄະລັດຖະທູດ Rina Bitter ເປັນນັກການທູດອາວຸໂສ ທີ່ມີປະສົບພະການຫລາຍ ກວ່າ 20 ປີ ທັງຢູ່ທີ່ວໍຊິງຕັນ ແລະໃນຕ່າງປະເທດ. ກ່ອນໜ້າ ນີ້ ເອກອັກຄະລັດຖະທູດ Bitter ​ໄດ້ເປັນຫົວໜ້າກົງສຸນໃຫຍ່ຂອງສະຫະລັດ ປະຈຳນະຄອນໂຮ່ຈິມິນ ປະເທດ ຫວຽດນາມ. ນອກຈາກນັ້ນ ເພິ່ນຍັງໄດ້ເປັນ ຜູ້ອຳນວຍການ ສູນປະຕິບັດການ ຂອງ ກະຊວງການຕ່າງປະເທດ ຊຶ່ງເປັນສູນກຽມພ້ອມຮັບມື ແລະ ຄຸ້ມຄອງໄພພິບັດ. ຢູ່
ນະຄອນ ວໍຊິງຕັນ ເພິ່ນໄດ້ປະຈຳການ ຢູ່ກອງເລຂາລັດຖະມົນຕີ ແລະ ທັງໄດ້ເປັນຜູ້ຊ່ວຍ ພິເສດ ຂອງທ່ານລັດຖະ ມົນຕີກະຊວງການຕ່າງປະເທດຂອງສະຫະລັດ ທ່ານ Colin Powell. ບ່ອນທີ່ເພິ່ນເຄີຍໄປປະຈຳການ​ແມ່ນຮວມທັງ ນະຄອນຫລວງອັມມານ, ລອນດອນ, ​ເມັກຊິໂກຊີຕີ້ ແລະ ໂບໂກຕາ. ເອກເອັກຄະລັດຖະທູດ Bitter ແມ່ນເຕີບ
ໃຫຍ່ ຢູ່ນະຄອນດາລັສ ລັດ​ເທັກ​ຊັສ.

XS
SM
MD
LG