ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຖານະພາບ ຂອງຜູ້ວາງແຜນ ກໍ່ການຮ້າຍ ແມ່ນຍັງບໍ່ທັນຮູ້ ລຸນຫຼັງ ຕຳຫຼວດ ບຸກໂຈມຕີ


ເຈົ້າໜ້າທີ່ຕຳຫຼວດ ໄດ້ກັກຕົວຊາຍຄົນໜຶ່ງໃນເມືອງ Saint-Denis, ໃກ້ກັບນະຄອນຫຼວງ ປາຣີ, ຫຼັງຈາກການບຸກໂຈມຕີຫ້ອງພັກແຫ່ງໜຶ່ງ, ບ່ອນທີ່ຜູ້ສົງໄສວາງແຜນການກໍ່ການຮ້າຍໃນນະຄອນຫຼວງ ປາຣີ ສັບປະດາທີ່ຜ່ານມາ. 18 ພະຈິກ, 2015.
ເຈົ້າໜ້າທີ່ຕຳຫຼວດ ໄດ້ກັກຕົວຊາຍຄົນໜຶ່ງໃນເມືອງ Saint-Denis, ໃກ້ກັບນະຄອນຫຼວງ ປາຣີ, ຫຼັງຈາກການບຸກໂຈມຕີຫ້ອງພັກແຫ່ງໜຶ່ງ, ບ່ອນທີ່ຜູ້ສົງໄສວາງແຜນການກໍ່ການຮ້າຍໃນນະຄອນຫຼວງ ປາຣີ ສັບປະດາທີ່ຜ່ານມາ. 18 ພະຈິກ, 2015.

ໃນວັນພະຫັດມື້ນີ້ ມັນຍັງບໍ່ທັນກະຈ່າງແຈ້ງເທື່ອວ່າຜູ້ວາງແຜນໃນ ການ ໂຈມຕີນະຄອນຫຼວງ ປາຣີ ໃນສັບປະດາທີ່ຜ່ານມາແມ່ນໜຶ່ງ ໃນຈຳນວນ ຄົນທີ່ຢູ່ໃນຫ້ອງພັກທີ່ໄດ້ຖືກບຸກໂຈມຕີ 7 ຊົ່ວໂມງໂດຍ ຕຳຫຼວດ ຝຣັ່ງ ໃນວັນພຸດທີ່ຜ່ານມານັ້ນ ຫຼືບໍ່.

ໄອຍະການ ຝຣັ່ງ ທ່ານ Francois Molins ກ່າວວ່າ ມີພຽງທ້າວ Abdelhamid Abaaoud ທີ່ມີສັນຊາດ ແບລຈຽມ ເຊື້ອສາຍ ໂມຣັອກໂກ ທີ່ບໍ່ໄດ້ແມ່ນໜຶ່ງໃນ ຈຳນວນ 8 ຄົນທີ່ໄດ້ຖືກຈັບກຸມໃນ ລະຫວ່າງປະຕິບັດການໃນເມືອງ Saint-Denis.

ທ່ານກ່າວວ່າ “ໃນຕອນນີ້, ຮູບປະພັນຂອງຜູ້ທີ່ໄດ້ຖືກຈັບກຸມຢູ່ ໃນອາຄານ ດັ່ງກ່າວແມ່ນຍັງບໍ່ທັນຮູ້ຢ່າງເປັນທາງການ, ແຕ່ຂ້າພະເຈົ້າສາມາດບົ່ງໄດ້ວ່າ ທ້າວ Abdelhamid Abaaoud ແລະ ພວກໂຈມຕີທີ່ຫຼົບໜີ ຄືທ້າວ Salah Abdeslam ບໍ່ແມ່ນຜູ້ທີ່ຖືກຄວບຄຸມຕົວໄວ້."

ທ່ານ Molins ໄດ້ກ່າວວ່າ ປະຊາຊົນຢ່າງໜ້ອຍ 2 ຄົນໄດ້ຖືກຂ້າຕາຍ, ແຕ່ຈະບໍ່ໃຫ້ຕົວເລກ ທີ່ແນ່ນອນ. ບົດລາຍງານກ່ອນໜ້ານີ້ໄດ້ກ່າວວ່າ ແມ່ຍິງທີ່ໄດ້ລະເບີດຕົນເອງດ້ວຍເສື້ອກັກລະ ເບີດແມ່ນໄດ້ເສຍຊີວິດ ແລະ ອີກສົບຄົນໜຶ່ງໄດ້ຖືກຄົ້ນພົບລູກປືນຫຼາຍລູກເຮັດໃຫ້ບໍ່ສາມາດ ລະບຸໄດ້ຢ່າງທັນທີ. ຕຳຫຼວດສາມຄົນໄດ້ຮັບບາດເຈັບ ແລະ ໝາຕຳຫຼວດໂຕໜຶ່ງໄດ້ຕາຍໃນ ລະຫວ່າງການບຸກໂຈມຕີນັ້ນ.

ນັກສືບສວນສອບສວນ ເຮັດວຽກຢູ່ນອກຫໍສະແດງຄອນເສີດ ໃນນະຄອນຫຼວງ ປາຣີ, 14 ພະຈິກ 2014.
ນັກສືບສວນສອບສວນ ເຮັດວຽກຢູ່ນອກຫໍສະແດງຄອນເສີດ ໃນນະຄອນຫຼວງ ປາຣີ, 14 ພະຈິກ 2014.

ທ່ານ Molin ໄດ້ກ່າວວ່າ ການບຸກໂຈມຕີແມ່ນ “ຫຍຸ້ງຍາກທີ່ສຸດ” ແລະ ລູກປືນເກືຶອບ 5000 ລູກໄດ້ຖືກຍິງໃສ່ຫ້ອງພັກດັ່ງກ່າວ.

ທ່ານໄດ້ກ່າວວ່າ ຜູ້ຕ້ອງສົງໄສຫົວຮຸນແຮງລັດອິສລາມ ແມ່ນໜ່ວຍກໍ່ການຮ້າຍທີ່ມີຄວາມສາ ມາດໃນການວາງແຜນການໂຈມຕີຄັ້ງໃໝ່ ແລະ ວ່າການບຸກໂຈມຕີແມ່ນໄດ້ຖືກສັ່ງໃຫ້ປະຕິບັດ ຫຼັງຈາກສາຍດັກຟັງໂທລະສັບ ແລະ ຂໍ້ມູນການກວດສອບໄດ້ຖືກນຳໄປໃຫ້ເຈົ້າໜ້າທີ່ໆເຊື່ອ ວ່າທ້າວ Abaaoud ອາດຈະຢູ່ໃນຫ້ອງພັກດັ່ງກ່າວນັ້ນ.

ທ່ານ Molins ກ່າວວ່າ ທີີມພວກກໍ່ການຮ້າຍກຸ່ມໃໝ່ ໄດ້ຖືກປະກາດ ອອກມາແລະ ທຸກໆສັນ ຍານທີ່ເປັນອາວຸດຂອງພວກເຂົາ, ໂຄງຮ່າງຂອງອົງການຂອງພວກເຂົາ ແລະ ຄວາມຕັ້ງໃຈ ຂອງພວກເຂົາ, ຊຶ່ງໜ່ວຍຈູ່ໂຈມກ້າຕາຍ ສາມາດໂຈມຕີໄດ້.

ການໂຈມຕີໄດ້ເກີດຂຶ້ນປະມານ 2 ກິໂລແມັດ ຫ່າງຈາກສະໜາມກິລາເຕະບານ ທີ່ເປັນໜຶ່ງໃນ ສະຖານທີ່ຖືກໂຈມຕີໃນສັບປະດາທີ່ຜ່ານມາ.

France Shooting
please wait
Embed

No media source currently available

0:00 0:01:27 0:00

XS
SM
MD
LG