ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Hassan Sheikh Mohamud ໄດ້ເປັນ ປະທານາທິບໍດີຄົນໃໝ່ ຂອງໂຊມາເລຍ


ປະທານາທິບໍດີຄົນໃໝ່ຂອງໂຊມາເລຍ ທ່ານ Hassan Sheikh Mohamud, ວັນທີ 10 ກັນຍາ 2012.
ປະທານາທິບໍດີຄົນໃໝ່ຂອງໂຊມາເລຍ ທ່ານ Hassan Sheikh Mohamud, ວັນທີ 10 ກັນຍາ 2012.
ສະມາຊິກສະພາໂຊມາເລຍ ໄດ້ເລືອກເອົາ ທ່ານ Hassan
Sheikh Mohamud ເປັນປະທານາທິບໍດີຄົນໃໝ່ຂອງປະເທດ.

ຜູ້ສະໝັກທີ່ຖືວ່າຍັງໃໝ່ຢູ່ໃນວົງການການເມືອງ ໄດ້ຊະນະຜູ້ນໍາ
ຄົນຄອງເກົ່າ ກໍຄືທ່ານ Sheikh Sharif Sheikh Ahmed
ໃນການລົງຄະແນນສຽງ ຮອບທີ 3 ໃນວັນຈັນ ວານນີ້ ໂດຍໄດ້
ຮັບການສະໜັບສະໜຸນຈາກສະມາຊິກສະພາ ທີ່ຕ້ອງການ
ຢາກໃຫ້ມີ ການປ່ຽນແປງຜູ້ນໍາພານັ້ນ.

ປະທານສະພາ ທ່ານ Mohamed Sheikh Osman ໄດ້ກ່າວ
ວ່າປະທານາທິບໍດີຄົນໃໝ່ໄດ້ຊະນະການເລືອກຕັ້ງ ດ້ວຍ
ຄະແນນສຽງຢ່າງຖ້ວມລົ້ນ. ຊຶ່ງທ່ານກ່າວວ່າ:

“ທ່ານ Sharif Sheikh Ahmed ໄດ້ 79 ຄະແນນ. ທ່ານ Hassan Sheikh
Mohamed ໄດ້ 190 ຄະແນນ.”


ທ່ານ Mohamed ໄດ້ສາບານຕົວເຂົ້າຮັບຕຳແໜ່ງໃນທັນທີ ຫຼັງຈາກທີ່ໄດ້ຮັບການເລືອກ
ຕັ້ງແລ້ວ. ທ່ານໄດ້ກ່າວຂອບໃຈຕໍ່ປະທານາທິບໍດີຄົນກ່ອນ ທ່ານ Ahmed ທີ່ໄດ້ນໍາພາ
ປະເທດຊາດ ໄປສູ່ການເລືອກຕັ້ງຄັ້ງປະວັດສາດນີ້ ແລະຂໍຮ້ອງໃຫ້ຊາວໂຊມາເລຍ
ໃຫ້ການສະນັບສະໜູນທ່ານ.
XS
SM
MD
LG