ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວິດ​ສະຫລາດ ຈະຊ່ວຍ ຮັກສາ ສຸຂະນາໄມ ໃນເຂດ ປະສົບໄພພິບັດ (ລາຍງານ ຮຽນພາສາອັງກິດ)


New Smart Toilet to Prevent Water Pollution in Disaster Areas
please wait

No media source currently available

0:00 0:02:16 0:00

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້.

ການທຳລາຍລະບົບສຸຂະນາໄມ ໂດຍສົງຄາມ ຫຼື ໄພພິບັດ
ທຳມະຊາດ ຕ່າງໆນັ້ນ ສາມາດເຮັດໃຫ້ ໂສກນາດຕະກຳໃນ
ເບື້ອງຕົ້ນ ຮ້າຍແຮງ ຂຶ້ນຕື່ມອີກ ​ໂດຍ​ການກໍ່ໃຫ້ເກີດມີພະຍາດ
ແລະຄວາມສ່ຽງທີ່​ແກ່ຍາວອອກ​ໄປ ຕໍ່ການເສຍຊີວິດ ໃນບັນດາ
ປະຊາຊົນ ທີ່ລອດຊີວິດມານັ້ນ. ໂດຍສ່ວນ​ໃຫຍ່ແລ້ວ ຫຼັງຈາກມີ
ໄພພິບັດເກີດຂຶ້ນ ພວກທີ່ລອດຊີວິດ ນັ້ນ ແມ່ນຈະຂຸດຂຸມເພື່ອ​
ໃຊ້ແທນຫ້ອງ​ນ້ຳ ທີ່​ຖືກ​ທຳລາຍ​ໄປ. ເຊື້ອພະຍາດຕ່າງໆຈາກ
ອາຈົມ ທີ່ຂັບຖ່າຍອອກມານັ້ນ ສາມາດຜ່ານ ໄປ​ເຖິງ​ແຫ​ລ່ງນ້ຳ
ຕ່າງໆ​ໄດ້ ແລະຈະກໍ່ໃຫ້ເກີດການລະບາດຂອງໂຣກ ອະຫິວາ
ແລະພະຍາດອື່ນໆໄດ້. ທີມງານນຶ່ງ​ຂອງອົງການສະຫະປະຊາ
ຊາດ ກຳລັງພາກັນປະດິດສ້າງ ຫ້ອງ​ນ້ຳ ຫລືວິດຮາຍ​ເທັກ ທີ່​
ເອີ້ນວ່າ Smart toilet ຫລື ວິດສະຫລາດ ເພື່ອນຳໃຊ້ໃນ​ເຂດ
ທີ່ປະສົບກັບໄພພິບັດ ຊຶ່ງອອກແບບມາ ເພື່ອປົກປ້ອງລະບົບ
ສາຍໂສ້ດ້ານສຸຂະນາໄມ ແລະປ້ອງ​ກັນການເປື້ອນເປິະຂອງ
​ແຫ​ລ່ງນ້ຳ. ຜູ້​ສື່​ຂ່າວວີ​ໂອ​ເອ Zlatica Hoke ມີ​ລາຍ​ງານ​ກ່ຽວ​
ກັບ​ເລື້ອງ​ນີ້ ຊຶ່ງ​ໄຊ​ຈະ​ເລີ​ນສຸກ ຈະ​ນຳ​ມາສະ​ເໜີ​ທ່ານ​.

ເບິ່ງວີດີໂອກ່ຽວກັບ ລາຍງານນີ້ ເປັນພາສາລາວ:

ວິດ​ສະຫລາດ ທີ່​ຍັງ​ເປັນໂຄງການທົດລອງຢູ່ ເອີ້ນວ່າ eSOS ນັ້ນ ​ເປັນຫ້ອງ​ນ້ຳ​ ຫລືວິດ
ທີ່ເບົາໆ ແລະທໍາງານດ້ວຍພະລັງແສງຕາເວັນ. ທ່ານ Damir Brdjanovic ແລະທີມ
ນັກວິທະຍາສາດຂອງທ່ານ ຢູ່ສະຖາບັນສິດສອນກ່ຽວກັບນ້ຳ ຂອງ​ UNESCO ກໍ​ຄື
ອົງການເສດຖະກິດ ວິທະຍາສາດ​ ​ແລະ​ວັດທະນາ​ທຳ ຂອງ​ສະຫະ​ປະຊາ​ຊາດ ໃນ
ປະເທດເນເທີແລນ ກ່າວວ່າ ​ໂຄງການ​ນີ້ ໄດ້ຖືກອອກແບບມາເພື່ອການບັນເທົາທຸກ​
ເຂດໄພພິບັດ ​ແຫ່ງສັດຕະວັດທີ 21.

ດຣ. Brdjanovic ສາສະດາຈານຝ່າ​ຍວິສະວະກໍາດ້ານສຸຂະນາໄມ ເວົ້າວ່າ “​eSOS
ຫຍໍ້ມາ​ຈາກ​ຄຳ​ວ່າ Emergency Sanitation Operation System ທີ່ແປ
ວ່າ ລະບົບການທຳງານສຸ​ຂະ​ນາ​ໄມສຸກເສີນ ແມ່ນເປັນວິທີ​ແກ້ໄຂ​ບັນຫາ ສຸຂະ
ນາໄມ​ແບບສຸກເສີນ ທີ່ເກືອບຄົບວົງ​ຈອນ. eSOS ມີຫລາຍອົງປະກອບອັນ
​ຮວມທັງຫ້ອງ​ນ້ຳ ຫລື​ວິດສະຫລາດ ທີ່ຂົນ​ສົ່ງໄດ້ຢ່າງ​ສະຫລາດ ແລະວິດແຕ່
ລະໜ່ວຍ​ ແມ່ນສາມາດ​ຖອດອອກ​ໄດ້ ແລະມີລະບົບການບຳບັດອາຈົມແລະ
ປັດສະວະ ແລະຖ່າຍ​ເທສິ່ງເສດເຫຼືອຕ່າງໆ ຖິ້ມຢ່າງປອດໄພ ​ຕະຫລອດ​ທັງ
ກຳ​ຈັດ ເຊື້ອ​ພະຍາດ ອອກ​ຈາກອາຈົມ​ແຫ້ງ​ ແລະ​ບຳບັດນ້ຳ​ປັດ​ສະວະ​ໃຫ້
ສະອາດ​ ແລະສາມາດນຳມາໃຊ້ ຄືນ​ໄດ້ອີກ ຢູ່ໃນລະບົບນັ້ນ.”

ວິດ​ສະຫລາດ eSOS ບໍ່​ໜັກ ເຮັດໃຫ້ສາມາດນຳສົ່ງໄປຍັງເຂດໄພພິບັດໄດ້ ຢ່າງງ່າຍ
ດາຍ ແຕ່ຈຸດເດັ່ນ ທີ່ເປັນ​ເອກະລັກຂອງມັນ ແມ່ນການ ອອກແບບ​ໃຫ້ຮັບມືກັບສະຖານະ
​ການສຸກເສີນດ້ານສຸຂະນາໄມໄດ້ ຮອບດ້ານ ແລະຫລຸດຜ່ອນການຂົ່ມຂູ່ຕໍ່ ສຸຂະພາບ
ຂອງມວນຊົນ.

ລະບົບຫ້ອງ​ນ້ຳ eSOS ມີສ່ວນ​ປະກອບ “ສະຫລາດ” ຫລາຍ​ຢ່າງ ເຊັ່ນວ່າ ຫ້ອງ​ເກັບ​
ແລະ​ສະໜອງພະລັງງານ ໜ່ວຍ sensor ລະບົບ GPS ທີ່ຕິດຕາມຈຸດທີ່ຕັ້ງ ແລະໜ່ວຍ
ຕິດຕາມປະລິມານສິ່ງ​ປະຕິ​ຄູ​ນ ທີ່​ສະ​ສົມ​ຂຶ້ນ​ໃນ​ວິດ​ນັ້ນ. ຂໍ້ມູນທັງໝົດເຫຼົ່ານີ້ ຈາກລະບົບ
ຫ້ອງ​ນ້ຳສະຫລາດ​ eSOS ສາມາດໂອນໄປຍັງ ສູນກາງປະສານງານສຸກເສີນ ຊຶ່ງອຳນວຍ​
ໃຫ້ບັນດາເຈົ້າໜ້າທີ່ ສາມາດກຳນົດຄວາມຕ້ອງການ ຂອງ​ເຂດປະສົບໄພພິບັດນັ້ນ​ໄດ້.
ມັນຍັງສາມາດບຳບັດ​ນ້ຳປັດສະວະ​ ໃຫ້ສະອາດ ​ແລະ​ນຳ​ມາຫມຸນໃຊ້ ເປັນນ້ຳຊົນລະປະ
ທານ​ໄດ້ ຜ່ານ​ການ​ໃຊ້​ລະບົບ​ແຜ່ນເຫຍື່ອຫຸ້ມເຄື່ອງຕອງປະຕິກອນຊີວະພາບຫຼາຍໆຊັ້ນ.

ດຣ. Brdjanovic ​ເວົ້າວ່າ “ພວກ​ເຮົາ​ສາມ​າດບຳບັດນ້ຳ​ເສຍ​ທຸກໆ​ປະ​ເພດ​ໄດ້ ທີ່​
ມາ​ຈາກ​ການ​ບຳບັດ​ຂີ້ຕົມ ​ແລະ​ຈາກປັດ​ສະວະ ໂດຍ​ຜ່ານ​ແຜ່ນເຫຍື່ອຫຸ້ມເຄື່ອງ
ຕອງປະຕິກອນຊີວະພາບ ຫຼາຍໆຊັ້ນນັ້ນ. ມັນເປັນ​ເທັກ​ໂນ​ໂລ​ຈີແບບໃໝ່ ​ທີ່​ຈະ​
ບຳບັດ​ສ່ວນ​ທີ່​ເປັນນ້ຳນັ້ນ ​ໃຫ້​ໄດ້​ລະດັບ​ທີ່​ວ່າ ​ໃນ​ຂັ້ນສຸດ​ທ້າຍ​ແລ້ວ ທ່ານ​ສາມາດ
ນຳ​ໃຊ້​ຄືນ​ອີກຢູ່​ໃນ​ຫ້ອງ​ນ້ຳນັ້ນ ຫຼື ໃຊ້​ໃນການ​ຊົນລະ​ປະ​ທານ ​ການ​ເພາະ​ປູກ ຫຼື​
ໃຊ້​ໃນ​ເປົ້າ ໝາຍ​ອື່ນໆ ​ທີ່​ທ່າ​ນສາມາດເຮັດ​ໄດ້ ​ຢູ່​ໃນ​ສູນອົບ​ພະຍົບ​ແຫ່ງ​ຕ່າງໆ.”

ຫ້ອງ​ນ້ຳ​ສະຫລາດນີ້ ກຳລັງ​ຢູ່​ໃນ​ຂັ້ນທົດ​ສອບ ​ແລະ​ຈະນຳໄປ​ຕິດຕັ້ງ ຢູ່ສູນ​ອົບ​ພະຍົບ​ແຫ່ງ​
ນຶ່ງ ​ໃຫ້ພວກ​ທີ່​ໄດ້​ຮັບເຄາະຮ້າຍ​ຈາກໄພ​ພິບັດຢູ່​ໃນ​ຟີລິບປິນໃຊ້ ໃນ​ທ້າຍ​ປີ​ນີ້. ພວກ​ທີ່ປະ​
ດິດມັນ​ອອກ​ມາ​ ຫວັງ​ວ່າ ຫ້ອງ​ນ້ຳສະຫລາດ​ບັນ​ເທົາ​ທຸກນີ້ ຈະ​ຊ່ອຍ​ຊີ​ວິດຂອງ​ຊາວ​ອົບ​
ພະຍົບ ​ ​ໄວ້​ໄດ້ ​ແລະ​ອຳນວຍ​ໃຫ້​ເຂົາ​ເຈົ້າ​ດຳລົງ​ຊີ​ວິດ​ຢູ່​ໄດ້ ຢ່າງ​ມີສັກ​ສີຂອງ​ຄວາມ​ເປັນ​
ມະນຸດ.

ຟັງລາຍງານກ່ຽວກັບຂ່າວນີ້ ເປັນພາສາອັງກິດຊ້າໆ ເພື່ອຮຽນໄປພ້ອມ:

War or natural disasters often destroy or cause major damage to sanitary systems. The destruction of waste treatment systems can increase the risk of disease and even death among disaster survivors.

Some people dig holes in the ground that serve as individual toilets. However, micro-organisms from human waste can reach water supplies and cause cholera or other diseases.

A United Nations team is now developing a toilet for disaster areas. The waste removal system is designed to protect public health and to prevent water pollution. The experimental project is called eSOS -- for the Emergency Sanitation Operation System. The system is lightweight and operates on sunlight power.

Scientists are working on the toilet at the UN’s Institute for Water Education in the Netherlands. Damir Brdjanovic is heading the project. He says his team hopes to bring disaster assistance into the 21st century.

The eSOS system has several 'smart' features, such as a self-contained energy supply unit. Another is a global positioning system sensor, very much like the GPS equipment in some vehicles. There is also equipment that measures waste buildup. All of the information from the toilet system can be shared with an emergency organization center. Officials at the center can then identify the needs of an affected disaster area. The eSOS system can also recycle liquid wastes into water that can be used for farming. This involves treating the urine with the help of a membrane bioreactor system.

The smart toilet is being tested. Damir Brdjanovic and his team plan to test the toilet at refugee camp in the Philippines later this year. The developers hope this disaster relief will save the lives of many refugees.

I’m Jonathan Evans.

This report was based on a story by VOA reporter Zlatica Hoke.

__________________________________________________________

ຄຳສັບໃນຂ່າວ:

assist – v. ແປວ່າ ຊ່ວຍເຫລືອ to help

energy – n. ແປວ່າ ພະລັງງານ ຫລືພະລັງທີ່ຈະນຳໃຊ້ ເພື່ອເຮັດວຽກ ປົກກະຕິແມ່ນ ໃຊ້ກັບເຄື່ອງຈັກ power used to do work, usually with machines; ຫລືເຫື່ອແຮງ ໝາຍເຖິງຄວາມສາມາດ ແລະເຕັມໃຈ ທີ່ຈະເຮັດວຽກ the ability and willingness to be active

project – n. ແປວ່າ ໂຄງການ ຫລື ຄວາມພະຍາຍາມທີ່ວາງແຜນໄວ້ ເພື່ອຈະເຮັດ ສິ່ງໃດສິ່ງນຶ່ງ a planned effort to do something

survive – v. ແປວ່າ ຢູ່ລອດ ຫລື ລອດຊີວິດຢູ່ໄດ້ ໃນລະຫວ່າງ ຫລືຫລັງ ສະຖານະ ການນຶ່ງທີ່ອັນຕະລາຍ to remain alive during or after a dangerous situation

XS
SM
MD
LG