ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບົດສຶກສາຄົ້ນຄວ້າ ສະບັບໃໝ່ ຄາດຄະເນວ່າ ລະດັບນ້ຳ ຈະສູງຂຶ້ນຫຼາຍເທົ່າ ພາຍໃນສັດຕະວັດໜ້າ


ການເພີ້ມສູງຂຶ້ນຂອງລະດັບນ້ຳທະເລ ຈະນຳໄປສູ່ ການເກີດ ໄພນ້ຳຖ້ວມຫຼາຍຂຶ້ນ ຢູ່ຕາມແຄມຝັ່ງທະເລ ແອັດແລນຕິກ ໃນລະຫວ່າງ ຍາມນ້ຳຂຶ້ນໃນລະດູບານໃໝ່ ແລະ ລົມພາຍຸໃນ ຍາມລະດູໜາວ ທີ່ຮຸນແຮງ. (NOAA).
ການເພີ້ມສູງຂຶ້ນຂອງລະດັບນ້ຳທະເລ ຈະນຳໄປສູ່ ການເກີດ ໄພນ້ຳຖ້ວມຫຼາຍຂຶ້ນ ຢູ່ຕາມແຄມຝັ່ງທະເລ ແອັດແລນຕິກ ໃນລະຫວ່າງ ຍາມນ້ຳຂຶ້ນໃນລະດູບານໃໝ່ ແລະ ລົມພາຍຸໃນ ຍາມລະດູໜາວ ທີ່ຮຸນແຮງ. (NOAA).

ບົດສຶກສາຄົ້ນຄວ້າ ສະບັບໃໝ່ ສະແດງໃຫ້ເຫັນວ່າ ລະດັບ
ນ້ຳທະເລ ຈະສູງຂຶ້ນຫຼາຍກວ່າ ທີ່ໄດ້ເຊື່ອກັນ​ໃນ​ເມື່ອ​ກ່ອນ
ພາຍໃນທ້າຍສັດຕະວັດນີ້ ຍ້ອນການລະລາຍຢ່າງໄວວາ
ຂອງນ້ຳກ້ອນຢູ່ຂົ້ວໂລກໃຕ້.

ໂດຍການນຳໃຊ້ຄອມຜິວເຕີ້ທີ່ທັນສະໄໝທີ່ສຸດ ຈຳລອງຫຼາຍ
ຮູບແບບ, ນັກຄົ້ນຄວ້າຊາວອາເມຣິກັນ ທ່ານ Rob deConto
ແລະ David Pollard ໄດ້ພົບເຫັນວ່າ ລະດັບການປ່ອຍແກັສ
ເຮືອນແກ້ວ ຢູ່ໃນປັດຈຸບັນນີ້ ຈະເຮັດໃຫ້ລະດັບນ້ຳ​ໃນມະຫາ
ສະມຸດຂອງໂລກ ສູງຂຶ້ນ ສອງແມັດ ພາຍໃນປີ 2100 ແລະ ຫຼາຍເຖິງ 15 ແມັດພາຍໃນ
ປີ 2500.

ເມື່ອປຽບທຽບໃສ່ ບົດລາຍງານຫຼ້າສຸດຈາກຄະນະຮັບຜິດຊອບ ເລື້ອງການປ່ຽນແປງ ຂອງ
ດິນຟ້າອາກາດ ລະຫວ່າງລັດຖະບານຂອງອົງການສະຫະປະຊາຊາດ ທີ່ໄດ້ຄາດຄະເນວ່າ
ລະດັບຂອງນ້ຳທະເລ ຈະສູງຂຶ້ນຕ່ຳກວ່ານຶ່ງແມັດພາຍໃນປີ 2100 ຍ້ອນການອຸ່ນຂຶ້ນ ຂອງ
ນ້ຳທະເລ, ການລະລາຍຂອງແຜ່ນນ້ຳກ້ອນ ແລະ ໄຫລ່ແຜ່ນນ້ຳກ້ອນ ຢູ່ເກາະ Greenland.

ຖ້າການທຳນາຍຂອງ ທ່ານ deConto ແລະ Pollard ທີ່ໄດ້ຖືກພິມ​ເຜີຍ​ແຜ່​ໃນວາລະສານ
Nature ໃນວັນພຸດວານນີ້ ຫາກຖືກຕ້ອງ, ແຄມຝັ່ງຫຼາຍໆແຫ່ງ ເຊັ່ນວ່າ ພາກໃຕ້ຂອງລັດ
Florida ແລະ New Orleans ຢູ່ໃນສະຫະລັດ, ແຄມຝັ່ງຂອງນະຄອນ Shanghai ແລະ
Bangladesh ອາດຈະຖືກຂົ່ມຂູ່ ໂດຍລະດັບນ້ຳທະເລ ຢ່າງຮ້າຍ​ແຮງ.

ນັກຄົ້ນຄວ້າທັງສອງໄດ້ສຶກສາຄົ້ນຄວ້າ ຍຸກສະໄໝຕອນຕົ້ນຂອງການອຸ່ນຂຶ້ນຂອງໂລກ
ໃນຊ່ວງເວລາ ຢ້ອນຫລັງໄປ​ເມື່ອ 3 ລ້ານປີກ່ອນ ແລະ 125,000 ປີກ່ອນ ເພື່ອຄົ້ນຫາວ່າ
​ເປັນ​ດ້ວຍວິທີໃດ ແລະຍ້ອນຫຍັງ ຈຶ່ງມີການລະລາຍຂອງນ້ຳກ້ອນ ຢູ່ຂົ້ວໂລກໃຕ້ ເກີດຂຶ້ນ.
ພວກເຂົາເຈົ້າໄດ້ພົບເຫັນວ່າ ແຜ່ນນ້ຳກ້ອນອາດບໍ່ຄົງຕົວໄດ້ ຍ້ອນມີອ່າງນ້ຳອຸ່ນ ຢູ່ເທິງ
ແຜ່ນນ້ຳກ້ອນຂອງຂົ້ວໂລກໃຕ້ ທີ່ເຮັດໃຫ້ແຜ່ນນ້ຳກ້ອນແຕກຫັກອອກ ພ້ອມກັນກັບ
ການຫຍຸບຕົວ ພັງທະລາຍລົງ ຂອງ​ແຜ່ນນ້ຳກ້ອນ ທີ່ກໍ່ຕົວສູງກວ່າລະດັບນ້ຳທະເລນັ້ນ.

XS
SM
MD
LG