ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ປະເທດລາວຄົນໃໝ່ ໃຫ້ຄຳໝັ້ນສັນຍາ ຈະນຳພາປະເທດ ໃຫ້ຫລຸດພົ້ນ ສະພາບ ດ້ອຍພັດທະນາ


ທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ໄດ້ຮັບການເລືອກຕັ້ງ ໃຫ້ເປັນປະທານປະເທດລາວຄົນໃໝ່ ຢ່າງເປັນ ທາງການ ໃນວັນທີ 20 ເມສານີ້.
ທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ໄດ້ຮັບການເລືອກຕັ້ງ ໃຫ້ເປັນປະທານປະເທດລາວຄົນໃໝ່ ຢ່າງເປັນ ທາງການ ໃນວັນທີ 20 ເມສານີ້.

ປະທານປະເທດລາວ ຜູ້ໃໝ່ໃຫ້ຄຳໝັ້ນສັນຍາວ່າ ຈະນຳພາປະເທດ ໃຫ້ຫລຸດພົ້ນຈາກ ສະພາບດ້ອຍພັດທະນາ ໃຫ້ໄດ້ ຕາມເປົ້າໝາຍ ທີ່ພັກປະຊາຊົນປະຕິວັດລາວ ວາງໄວ້ ພາຍໃນປີ 2020.

ທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ໄດ້ໃຫ້ຄຳໝັ້ນສັນ ຍາ ຕໍ່ກອງປະຊຸມສະໄໝສາມັນ ຄັ້ງປະຖົມມະເລີກຂອງສະພາແຫ່ງຊາດລາວ ຊຸດທີ 8 ຫລັງຈາກທີ່ທ່ານ ໄດ້ຮັບການເລືອກຕັ້ງ ໃຫ້ເປັນປະທານປະເທດລາວຄົນໃໝ່ ຢ່າງເປັນ ທາງການ ໃນວັນທີ 20 ເມສານີ້ ວ່າ ທ່ານຈະອຸທິດເຮື່ອແຮງ ແລະທຸກຄວາມສາມາດ ເພື່ອ ນຳພາປະເທດຊາດ ແລະປະຊາຊົນລາວ ໃຫ້ຫລຸດພົ້ນຈາກສະພາບດ້ອຍພັດທະນາ ໃຫ້ໄດ້ ຕາມເປົ້າໝາຍທີ່ພັກປະຊາຊົນປະຕິວັດລາວວາງໄວ້ ໃນປີ 2020 ແລະ ຈະປະຕິ ບັດໜ້າທີ່ ຢ່າງຊື່ສັດ ແລະສຸຈະລິດ ດັ່ງທີ່ທ່ານໄດ້ຢືນຢັນວ່າ:

ທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ໄດ້ໃຫ້ຄຳໝັ້ນສັນຍາ ຕໍ່ກອງປະຊຸມສະໄໝສາມັນ ຄັ້ງປະຖົມມະເລີກ ຂອງສະພາແຫ່ງຊາດລາວ ຊຸດທີ 8 ຫລັງຈາກທີ່ທ່ານ ໄດ້ຮັບການເລືອກຕັ້ງ ໃຫ້ເປັນປະທານປະເທດລາວຄົນໃໝ່.
ທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ໄດ້ໃຫ້ຄຳໝັ້ນສັນຍາ ຕໍ່ກອງປະຊຸມສະໄໝສາມັນ ຄັ້ງປະຖົມມະເລີກ ຂອງສະພາແຫ່ງຊາດລາວ ຊຸດທີ 8 ຫລັງຈາກທີ່ທ່ານ ໄດ້ຮັບການເລືອກຕັ້ງ ໃຫ້ເປັນປະທານປະເທດລາວຄົນໃໝ່.

“ຂ້າພະເຈົ້າ ໃຫ້ຄຳໝັ້ນສັນຍາວ່າ ຈະຊື່ສັດ ບໍລິສຸດຕໍ່ປະເທດຊາດ ແລະປະຊາຊົນ ບັນດາເຜົ່າ ຈະເຄົາລົບ ແລະປະຕິບັດຢ່າງເຂັ້ມງວດ ຕາມລັດຖະທຳມະນູນ ແລະ ກົດໝາຍຂອງ ສປປ ລາວ ຈະອຸທິດໝົດສະຕິປັນຍາ ແລະ ເຮື່ອແຮງຂອງຕົນ ຮ່ວມ ກັບບັນດາສະຫາຍການນຳພັກແລະລັດ ເພື່ອນຳພາການສ້າງສາປະເທດຊາດ ໃຫ້ ມີຄວາມ ມັ່ງຄັ້ງເຂັ້ມແຂງ ປະຊາຊົນຮັ່ງມີຜາສຸກ ສັງຄົມມີຄວາມສາມັກຄີປອງດອງ ປະຊາທິປະໄຕ ຍຸຕິທຳ ແລະສີວິໄລ.”

ທ່ານບຸນຍັງ ໄດ້ໃຫ້ການຢືນຢັນດ້ວຍວ່າ ຜົນສຳເລັດທີ່ພົ້ນເດັ່ນ ແລະໜ້າພາກພູມໃຈ ແມ່ນເສດຖະກິດແຫ່ງຊາດ ໄດ້ຂະຫຍາຍຕົວດ້ວຍຈັງຫວະໄວຕໍ່ເນື່ອງ ແລະດຳເນີນໄປ ຢ່າງຖືກທິດໃນລະຍະ 30 ປີ ຂອງການຈັດຕັ້ງປະຕິບັດແນວທາງນະໂຍບາຍປ່ຽນແປງໃໝ່ ນັບແຕ່ປີ 1986 ເປັນຕົ້ນມາ.

ໜຶ່ງດ້ານຂອງການພັດທະນາທີ່ຍັງມີຄວາມຫຍຸ້ງຍາກ ກໍຄື ພວກເດັກນ້ອຍອາຍຸ ຕ່ຳກວ່າ 5 ປີ ຍັງມີ ສ່ວນສູງແລະນ້ຳໜັກຕ່ຳກວ່າເກນມາດຕະຖານ ການເຂົ້າໂຮງຮຽນ ແລະສືບຕໍ່ການຮຽນ ຈົນຈົບ ຊັ້ນປະຖົມປີທີ 5 ຍັງເພີ້ມຂຶ້ນຢ່າງຊັກຊ້າ.
ໜຶ່ງດ້ານຂອງການພັດທະນາທີ່ຍັງມີຄວາມຫຍຸ້ງຍາກ ກໍຄື ພວກເດັກນ້ອຍອາຍຸ ຕ່ຳກວ່າ 5 ປີ ຍັງມີ ສ່ວນສູງແລະນ້ຳໜັກຕ່ຳກວ່າເກນມາດຕະຖານ ການເຂົ້າໂຮງຮຽນ ແລະສືບຕໍ່ການຮຽນ ຈົນຈົບ ຊັ້ນປະຖົມປີທີ 5 ຍັງເພີ້ມຂຶ້ນຢ່າງຊັກຊ້າ.

ໂດຍຈັງຫວະການເຕີມໂຕທາງເສດຖະກິດ ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ໃນອັດຕາສະເລ່ຍ 7.9 ເປີເຊັນຕໍ່ປີ ເຮັດໃຫ້ຍອດຜະລິດຕະພັນລວມພາຍໃນ (GDP) ຂອງແຜນການພັດທະນາເສດຖະກິດ ແລະສັງຄົມ ປະຈຳປີ 2014-2015 ທີ່ຜ່ານມານີ້ ມີມູນຄ່າລວມເຖິງ 102,320 ຕື້ກີບ ຫຼືປະມານ 12,800 ລ້ານໂດລາ ທີ່ສະເລ່ຍເປັນລາຍ ໄດ້ຕໍ່ຫົວປະຊາກອນລາວ ໄດ້ເຖິງ 15 ລ້ານ 8 ແສນກີບ ຫຼື 1,970 ໂດລາຕໍ່ປີ ຊຶ່ງເກີນ ກວ່າລະດັບ ຄາດໝາຍໃນມູນຄ່າ 270 ໂດລາ ທັງຍັງເຮັດໃຫ້ອັດຕາຄວາມຍາກຈົນ ຂອງປະຊາຊົນລາວ ລົດລົງ ເຫຼືອພຽງ 6.59 ເປີເຊັນ ຂອງຄົວເຮືອນທັງໝົດ ໃນທົ່ວ ປະເທດ ອີກດ້ວຍ.

ສ່ວນທ່ານທອງສິງ ທຳມະວົງ ອະດີດນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມເຊື່ອໝັ້ນ ໃນໂອກາດດຽວກັນນີ້ວ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ຈະເຮັດ ໃຫ້ລາວຫລຸດພົ້ນ ຈາກສະພາບດ້ອຍພັດທະນາໄດ້ຢ່າງແທ້ຈິງພາຍໃນປີ 2020 ອີກ ທັງຍັງຈະສາມາດກ້າວໄປສູ່ການເປັນປະເທດກຳລັງພັດທະນາ ທີ່ປະຊາກອນມີລາຍໄດ້ ສະເລ່ຍຈາກລະດັບກາງຂຶ້ນໄປຫາສູງໄດ້ ຕາມເປົ້າໝາຍຂອງວິໄສທັດ ການພັດທະນາ ລາວ ຈາກປັດຈຸບັນ ໄປຈົນເຖິງປີ 2030 ໄດ້ຢ່າງເປັນຮູບປະທຳອີກດ້ວຍ.

ແຕ່ຢ່າງໃດກໍຕາມ ການປະເມີນຮ່ວມກັນ ລະຫວ່າງລັດຖະບານລາວ ກັບອົງການສະຫະ ປະຊາຊາດເພື່ອການພັດທະນາ (UNDP) ກ່ຽວກັບຜົນການຈັດຕັ້ງ ປະຕິບັດແຜນການ ພັດທະນາເສດຖະກິດ ແລະສັງຄົມ ໃນລາວ ນັບຈາກປີ 2011 ເຖິງທ້າຍເດືອນກັນຍາ 2015 ພົບວ່າ ລັດຖະບານລາວບໍ່ສາມາດບັນລຸເປົ້າໝາຍ ສະຫັດສະວັດຂອງການພັດ ທະນາ ໃນ 6 ດ້ານຈາກທັງໝົດ 9 ດ້ານ ທີ່ໄດ້ຕົກລົງໄວ້ກັບ UNDP.

ໂດຍທັງ 6 ດ້ານ ດັ່ງກ່າວນີ້ ກໍປະກອບດ້ວຍການທີ່ເດັກນ້ອຍອາຍຸ ຕ່ຳກວ່າ 5 ປີ ຍັງມີ ສ່ວນສູງແລະນ້ຳໜັກຕ່ຳກວ່າເກນມາດຕະຖານ ການເຂົ້າໂຮງຮຽນ ແລະສືບຕໍ່ການຮຽນ ຈົນຈົບ ຊັ້ນປະຖົມປີທີ 5 ຍັງເພີ້ມຂຶ້ນຢ່າງຊັກຊ້າ ອັດຕາການຕາຍຂອງເດັກນ້ອຍ ອາຍຸ ຕ່ຳກວ່າ 1 ປີ ຍັງສູງ ອັດຕາການຕາຍຂອງແມ່ຍິງຂະນະທີ່ຖືພາ ກໍຍັງສູງ ສ່ວນການເພີ້ມ ອັດຕາການປົກຫຸ້ມຂອງປ່າໄມ້ ກໍຍັງປະຕິບັດໄດ້ຕ່ຳຫຼາຍ ແລະການເກັບກູ້ລະເບີດບໍ່ທັນ ແຕກ (UXO) ກໍປະຕິບັດໄດ້ໃນພື້ນທີ່ຢ່າງຈຳກັດ.

ທາງດ້ານກະຊວງສາທາລະນະສຸກ ໄດ້ລາຍງານວ່າ ການຈັດຕັ້ງປະຕິບັດເປົ້າໝາຍ ສະຫັດສະວັດການພັດທະນາທາງດ້ານສາທາລະນະສຸຂໃນລາວ ຍັງມີບັນຫາທ້າທາຍ ໃນຫຼາຍດ້ານ ທີ່ເປັນອຸປະສັກ ຕໍ່ການພັດທະນາຄຸນນະພາບ ການໃຫ້ບໍລິການແກ່ປະຊາ ຊົນ ໃຫ້ໄດ້ມາດຕະຖານດຽວກັນກັບ ບັນດາປະເທດທີ່ເປັນສະມາຊິກ ໃນກຸ່ມອາຊຽນ ດ້ວຍກັນ.

ຕົວຢ່າງກໍຄືບັນຫາການຂາດສານອາຫານ ຂອງເດັກນ້ອຍອາຍຸຕ່ຳກວ່າ 5 ປີ ກໍເປັນສາ ເຫດ ທີ່ເຮັດໃຫ້ການລົດຈຳນວນເດັກນ້ອຍ ທີ່ຕົວເຕ້ຍ ສາມາດດຳເນີນການໄດ້ຢ່າງຊັກຊ້າ ກໍຄືສາມາດລົດໄດ້ຈາກອັດຕາສະເລ່ຍ 40 ເປີເຊັນ ໃນປີ 2006 ມາເປັນ 38 ເປີເຊັນ ໃນ ປັດຈຸບັນນີ້ ໝາຍຄວາມວ່າ ລົດລົງພຽງ 2 ເປີເຊັນ ເທົ່ານັ້ນ ໃນລະຍະ 9 ປີ ທີ່ຜ່ານມາ ສ່ວນເດັກນ້ອຍອາຍຸຕ່ຳກວ່າ 5 ປີ ທີ່ມີນ້ຳໜັກຕ່ຳກວ່າເກນ ກໍຍັງສູງເຖິງ 32 ເປີເຊັນ ຂະນະ ທີ່ເປົ້າໝາຍສະຫັດສະວັດຕ້ອງບໍ່ເກີນ 22 ເປີເຊັນ ຈຶ່ງເປັນອີກບັນຫາໜຶ່ງ ທີ່ຫຍຸ້ງຍາກ.

XS
SM
MD
LG