ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກ​ບິນ ​ອະວະກາດ ຊຸດໃໝ່ ໄປ​ເຖິງ​ສະ​ຖາ​ນີ ອະ​ວະ​ກາດ ນາໆຊາດ ຢ່າງປອດໄພແລ້ວ (ວີດີໂອ)


Space Station Lauch VO
please wait

No media source currently available

0:00 0:01:05 0:00
ຍານ​ອະ​ວະ​ກາດ Soyuz ຂອງຣັດ​ເຊຍ ​ທີ່ນຳ​ເອົານັກບິນອະ​ວະ
​ກາດນາໆຊາດ 3 ຄົນ ໄດ້ໄປເຖິງສະຖານ​ນີອາວະ​ກາດນາໆ
​ຊາດແລ້ວ.

ນັກ​ບິນອະວະ​ກາດ​ອະ​ເມຣິກັນ ທ່ານ Reid Wiseman, ​
ນັກເຫາະຈັກກະວານ​ຣັດ​ເຊຍ ທ່ານ Max Surayev ​ແລະນັກ
ບິນ​ອະວະ​ກາດເຢຍຣະມັນ ທ່ານ Alexander Gerst ​ຈາກອົງ
ການອະວະກາດຢູໂຣບ ໄດ້ບິນເຂົ້າຈອດທີ່ສະຖານີອະວະກາດ
ນາໆຊາດ ໃນ​ເຊົ້າວັນ​ພະຫັດ​ມື້​ນີ້ 6 ຊົ່ວ​ໂມງ​ລຸນຫຼັງທີ່​ໄດ້ບິນຂຶ້ນ
ຈາກສູນກາງສົ່ງຍານ​ອາ​ວະ​ກາດ​ Baikonur ທີ່ Kazakhstan.

2 ຊົ່ວ​ໂມງ​ຫຼັງ​ຈາກ​ນັ້ນ ປະຕູ​ຂອງ​ຍານ​ແລະສະຖານີອະວະກາດກໍ​ໄດ້​ເປີດ​ອອກ ​ແລະ ​ພວກນັກບິນອະວະກາດທັງ 3 ​ກໍ​ໄດ້ຖືກ​ຕ້ອນ​ຮັບ ຈາກ​ພວກນັກບິນອະ​ວະ​ກາດ​ທີ່ປະຈຳ
ຢູ່ເທິງສະຖານີອະວະກາດນາໆຊາດ ​ໃນ​ຂະນະ​ທີ່ຍານທັງສອງບິນເຂົ້າເຊື່ອມຕໍ່ກັນຢູ່ ໃນວົງໂຄຈອນນັ້ນ.

​ທ່ານ Wiseman ທ່ານ Surayev ​ແລະທ່ານ Gerst ຈະ​ປະຈຳ​ຢູ່​ທີ່​ສະຖານີອະວະ​ກາດນາໆ​ຊາດ ISS ເປັນເວລາ 6 ​ເດືອນ. ຜູ້​ບັນຊາ​ການຮ່ວມ​ ຄົນ​ອະ​ເມຣິກັນ ທ່ານ Steve Swanson ແລະຄົນຣັດເຊຍ ທ່ານ Oleg Artemyev ​ ພ້ອມດ້ວຍ ທ່ານ Alexander Skvortsov ​ແມ່ນ​ໄດ້​ປະຈຳການ​ຢູ່​ເທິງສະ​ຖານີ​ອະ​ວະ​ກາດ​ດັ່ງກ່າວ​ ນັບຕັ້ງ​ແຕ່​ເດືອນ​ມີນາແລ້ວ ​ເປັນ​ຕົ້ນ​ມາ.
XS
SM
MD
LG