ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລີເບຍເລືອກເອົາ ທ່ານ Zidan ເປັນນາຍົກ ຊົ່ວຄາວຄົນໃໝ່


ສະພາຜູ້ແທນຂອງລີເບຍ ໄດ້ເລືອກເອົານາຍົກລັດຖະມົນຕີ
ຊົ່ວຄາວຄົນໃໝ່ ນຶ່ງອາທິດຫຼັງຈາກ ທີ່ໄດ້ມີການລົງມະຕິ ບໍ່ເຊື່ອ
ໝັ້ນ ຕໍ່ນາຍົກລັດຖະມົນຕີຄົນກ່ອນ ທີ່ບໍ່ສາມາດນໍາ ສະເໜີ
ຄະນະລັດຖະບານ ທີ່ສະພາສາມາດຮັບເອົາໄດ້.

ສະພາແຫ່ງຊາດຂອງລີເບຍ ໄດ້ເລືອກເອົາທ່ານ Ali Zidan
ໃນວັນອາທິດວານນີ້, ຊຶ່ງເປັນອະດີດນັກການທູດອາຊີບທີ່ໄດ້
ໂຕນໜີໄປ ໃນຊຸມປີ 1980 ແລະໄດ້ກາຍມາເປັນຜູ້ ວິພາກ
ວິຈານທີ່ກ້າເວົ້າກ້າປາກ ຕໍ່ຕ້ານມື້ລາງຜູ້ນໍາ Moammar
Gadhafiແລະຕໍ່ມາ ໄດ້ກາຍມາເປັນຜູ້ສົ່ງເສີມແລະເຄື່ອນ
ໄຫວເພື່ອປົກປ້ອງສິດທິມະນຸດ.

ທ່ານ Zidan ໄດ້ສາບານຕົນວ່າ ຈະເລີ່ມປະຕິບັດງານຢ່າງ
ໄວວາ ໃນປະເທດທີ່ຍັງມີການແບ່ງແຍກກັນເປັນຫຼາຍພັກຫລາຍຝ່າຍຢູ່ ຫຼັງຈາກສົງຄາມ
ກາງເມືອງໃນປີ 2011 ທີ່ພາໃຫ້ການປົກຄອງເປັນເວລາ 4 ທົດສະວັດຂອງ Gadhafi
ສິ້ນສຸດລົງນັ້ນ.
XS
SM
MD
LG